ຂ່າວຕ່າງແຂວງ

ກອງປະຊຸມໃຫຍ່ຜູ້ແທນ ຄະນະພັກຮາກຖານ ພະແນກ ໂຍທາທິການ ແລະ ຂົນສົ່ງ ຄັ້ງທີ VII ແຂວງຫຼວງພະບາງ

2014-10-10 - Administrator


 

    ໃນຕອນບ່າຍຂອງວັນທີ 26 ກັນຍາ 2014, ກອງປະຊຸມໃຫຍ່ຜູ້​ແທນ ຄະນະ​ພັກຮາກຖານ ພະແນກ ​ໂຍທາທິການ ​ແລະ ຂົນ​ສົ່ງ ຄັ້ງທີ VII ແຂວງຫຼວງພະບາງ, ໄດ້ໄຂຂຶ້ນຢ່າງເປັນທາງການ, ໂດຍການ ເປັນປະ ທານຂອງ ສະຫາຍ ດຣ ຄໍາແພງ ໄຊສົມແພງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ແຂວງຫຼວງພະບາງ; ສະຫາຍ ດຣ ບຸນຈັນ ສິນທະວງ, ເລຂາຄະນະພັກ ກະຊວງ ໂຍທາທິການ ແລະ ຂົນສົ່ງ; ສະຫາຍ ສາຍສະໜອນ ທິດາກອນ, ກໍາມະການພັກແຂວງ, ຫົວໜ້າຄະ ນະຊີ້ນໍາບັ້ນດໍາເນີນຊີວິດການເມືອງ ກຸ່ມເສດຖະກິດໜ່ວຍ2; ສະຫາຍ ຄໍາຫວັນ ວັນວິໄລ, ກໍາມະການພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ; ສະຫາຍ ຟ້າສະນັ່ນ ທໍາມະວົງ, ເລຂາຄະ ນະພັກຮາກຖານ ພະແນກ ຍທຂ ​ແລະ ຜູ້​ແທນຄະນະ​ພັກຮາກຖານ ພະແນກ ​ໂຍທາທິການ ​ແລະ ຂົນ​ສົ່ງ ແຂວງຫຼວງພະບາງ ເຂົ້າຮ່ວມທັງໝົດ 57 ສະຫາຍ, ຍິງ 7 ສະ​ຫາຍ.


    ກອງປະຊຸມ​ໃຫຍ່ໄດ້ຜ່ານຮ່າງບົດລາຍງານການເມືອງ, ບົດສະຫຼຸດຕີລາຄາວຽກງານຮອບດ້ານໃນການຈັດ ຕັ້ງປະຕິບັດວຽກງານຜ່ານມາ ແຕ່ປີ 2010-2014 ແລະ ຜ່ານຮ່າງບົດສໍາຫຼວດກວດກາການເຄື່ອນໄຫວນໍາ ພາລວມ ຂອງ ສະຫາຍ ຟ້າສະນັ່ນ ທໍາມະວົງ ເລຂາຄະນະພັກຮາກຖານ ພະແນກ ຍທຂ.


      ກອງປະຊຸມໄດ້ດໍາເນີນການປ່ອນບັດເລືອກຕັ້ງເອົາຄະນະພັກຮາກຖານຊຸດໃໝ່, ຊຶ່ງມີຜູ້ສະໝັກເລືອກຕັ້ງ 7 ສະຫາຍ, ເລືອກເອົາ 5 ສະຫາຍ, ຊຶ່ງ​ລ້ວນ​ແຕ່​ແມ່ນຜູ້​ທີ່​ມີ​ຄວາມ​ຮູ້ ຄວາມ​ສາມາດ ມີ​ບົດຮຽນ​ໃນ​ການ​ຊີ້​ນຳ​-ນໍາພາ ທັງ​ເປັນ​ຜູ້​ທີ່​ຈົງ​ຮັກ​ພັກດີ,​ ຢຶດໝັ້ນຕໍ່ອຸດົມ​ການ​ຂອງ​ພັກ. ຜ່ານ​ການ​ປ່ອນ​ບັດ​ເລືອກ​ຕັ້ງສາມາດເລືອກໄດ້ຄະນະ​ພັກຮາກ​ຖານ​ຊຸດ​ໃໝ່ດັ່ງລຸ່ມ​ນີ້:


 


1 ສະຫາຍ ຟ້າສະນັ່ນ ທໍາມະວົງ  ເປັນເລຂາຄະນະພັກຮາກຖານ, ຮັບຜິດຊອບຊີ້ນໍາລວມ

2 ສະຫາຍ ສຸລິດ ຈິນດາມະນີ    ເປັນຮອງເລຂາຄະນະພັກຮາກຖານ

3 ສະຫາຍ ບຸນຄົງ ສຸກສະຫວັດ   ເປັນຮອງເລຂາຄະນະພັກຮາກຖານ

4 ສະຫາຍ ອັດສະວິນ ອິນພິທັກ  ເປັນຄະນະພັກຮາກຖານ ​ແລະ ເປັນປະທານກວດກາພັກ

5 ສະຫາຍ ວຽງສະໄໝ ສີລິລັດ   ເປັນຄະນະພັກຮາກຖານ.

 


    ກອງປະຊຸມຍັງໄດ້ດຳເນີນການປ່ອນບັດເລືອກຕັ້ງເອົາຜູ້ແທນສົມບູນ ແລະ ສຳຮອງ ເພື່ອໄປເຂົ້າຮ່ວມ ກອງ ປະຊຸມໃຫຍ່ຂອງອົງຄະນະພັກແຂວງ ຄັ້ງທີ VII ເຊີ່ງປະກອບມີດັ່ງນີ້:


1 ສະຫາຍ ຟ້າສະນັ່ນ ທຳມະວົງ        ເລຂາຄະນະພັກຮາກຖານ           ຜູ້​ແທນ​ສົມບູນ

2 ສະຫາຍ ສຸລິດ ຈີນດາມະນີ          ຮອງເລຂາຄະນະພັກຮາກຖານ        ຜູ້​ແທນ​ສົມບູນ

3 ສະຫາຍ ບຸນຄົງ ສຸກສະຫວັດ   ຮອງເລຂາຄະນະພັກຮາກຖານ        ຜູ້​ແທນ​ສົມບູນສຳຮອງ

 


      ກອງປະຊຸມຄັ້ງນີ້ໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ດຣ ຄໍາແພງ ໄຊສົມແພງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງຫຼວງພະບາງ, ສະຫາຍໄດ້ຊົມເຊີຍຕໍ່ຜົນງານ ​ແລະ ຜົນສໍາເລັດຫຼາຍ​ດ້ານ ທີ່ຄະ​ນະ​ພັກ​ຮາກ​ຖານ ​ພະ​ແນ​ກ ຍທຂ ​ແຂວງ​ຫຼວງ​ພະ​ບາງ ສາມາດຍາດມາໄດ້ ແລະ ສຶບຕໍ່ເປັນເຈົ້າການປົກ ປັກຮັກສາເສັ້ນທາງ, ຄຸ້ມຄອງເຄຫາ-ຜັງເມືອງ ແລະ ສິ່ງແວດລ້ອມ ພາຍໃນແຂວງຫຼວງພະບາງ, ໃຫ້ສົມກັບ ວ່າຫຼວງພະບາງເປັນເມືອງມໍລະດົກໂລກ ​ແລະ ເສ້າງທ່າແຮງໃນການດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມ ຫຼວງພະບາງໃຫ້ຫຼາຍຂຶ້ນ.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250