ຂ່າວຕ່າງແຂວງ

ກອງປະຊຸມໃຫຍ່ ສະມາຊິກພັກ ໜ່ວຍພັກພະແນກ ໂຍທາທິການ ແລະ ຂົນສົ່ງ ຄັ້ງທີ VII ແລະ ກອງປະຊຸມໃຫຍ່ ສະມາຊິກພັກ ໜ່ວຍພັກຄຸ້ມຄອງທາງບົກ ຄັ້ງທີ I ແຂວງຫຼວງພະບາງ

2014-10-08 - Administrator





ໃນຕອນເຊົ້າຂອງວັນທີ 26 ກັນຍາ 2014 ຢູ່ທີ່ຫ້ອງປະຊຸມໃຫຍ່ ຂອງພະແນກ ຍທຂ ປະຈໍາແຂວງຫຼວງພະ ບາງ, ໄດ້ເປີດກອງປະຊຸມໃຫຍ່ ຄັ້ງ​ທີ VII ຂອງໜ່ວຍພັກຮາກຖານ ພະແນກ ຍທຂ ແຂວງຫຼວງພະບາງ ຂື້ນຢ່າງເປັນທາງການ; ໂດຍການເປັນປະທານຂອງ ສະຫາຍ ສາຍສະໝອນ ທິດາກອນ, ກໍາມະການພັກແຂວງ, ຫົວໜ້າຄະນະຊີ້ນໍາບັ້ນດໍາເນີນຊີວິດການເມືອງ ກຸ່ມເສດຖະກິດໜ່ວຍ 2; ສະຫາຍ ຟ້າສະນັ່ນ ທໍາມະວົງ, ເລຂາຄະນະພັກຮາກຖານ ພະແນກ ຍທຂ ແຂວງຫຼວງພະບາງ; ສະຫາຍ ຄໍາຫວັນ ວັນວິໄລ, ກໍາມະການພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ; ສະຫາຍ ເຊັ່ງ ທະນົງສັກ, ເລຂາໜ່ວຍພັກ ພະແນກ ຍທຂ ແຂວງຫຼວງພະບາງ; ສະຫາຍ ນ. ສົມພອນ ສຸທິວົງ, ປະທານສະຫະພັນແມ່ຍິງ ພະແນກ ຍທຂ ແຂວງຫຼວງພະບາງ, ມີບັນດາແຂກຖຶກເຊີນ ແລະ ສະມາຊິກພັກຂອງໜ່ວຍພັກ ພະແນກ ຍທຂ ແຂວງຫຼວງພະບາງ ເຂົ້າຮ່ວມຢ່າງພ້ອມພຽງ.


   ກອງປະຊຸມໃນຄັ້ງນີ້ໄດ້ຮັບຟັງບົດລາຍການການເມືອງ ສະຫຼຸບຕີລາຄາວຽກງານຮອບດ້ານໃນການຈັດຕັ້ງ ປະຕິບັດວຽກງານຜ່ານມາແຕ່ປີ 2010-2014 ແລະ ຜ່ານຮ່າງບົດສໍາຫຼວດກວດກາ, ການເຄື່ອນໄຫວນໍາ ພາລວມຂອງຄະນະໜ່ວຍພັກ ແລະ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ, ວ່າດ້ວຍການອານຸມັດ ແບ່ງໜ່ວຍພັກ ພະແນກ ຍທຂ ແຂວງຫຼວງພະບາງ, ຈາກໜ່ວຍພັກດຽວອອກເປັນ 2 ໜ່ວຍພັກຄື:


   ໜ່ວຍພັກພະແນກ ຍທຂ ປະກອບມີ: ຄະນະນໍາພະແນກ 2 ສະຫາຍ, ຂະແໜງຈັດຕັ້ງແລະ ບໍລິຫານ, ຂະແໜງກວດກາ, ຂະແໜງຄຸ້ມຄອງການຂົນສົ່ງ, ຂະແໜງຄຸ້ມຄອງທາງນໍ້າ, ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່;


   ໜ່ວຍພັກຄຸ້ມຄອງທາງບົກປະກອບມີ: ຄະນະນໍາພະແນກ 2 ສະຫາຍ, ຂະແໜງຄຸ້ມຄອງທາງບົກ, ຂະແໜງແຜນການ-ງົບປະມານ ແລະ ສະຖິຕິ, ຂະແໜງຄຸ້ມຄອງເຄຫາ-ຜັງເມືອງ ແລະ ສິ່ງແວດລ້ອມ.


      ກອງປະຊຸມໄດ້ປອນບັດເລືອກຕັ້ງເອົາຄະນະໜ່ວຍພັກ ພະແນກ ໂຍທາທິການ ແລະ ຂົນສົ່ງ ​ແລະ ໜ່ວຍພັກ ຄຸ້ມຄອງທາງບົກ ຊຸດໃໝ່ ຊຶ່ງມີຜູ້ສະໝັກເລືອກຕັ້ງ 5 ສະຫາຍ, ເລືອກເອົາ 3 ສະຫາຍ ດັ່ງ​ນີ້:


1 ສະຫາຍ ບຸນຄົງ ສຸກສະຫວັດ      ເປັນເລຂາໜ່ວຍພັກ ຮັບຜິດຊອບຊີ້ນຳລວມ.

2 ສະຫາຍ ໄຊແກ້ວ ທະວີໃຈ       ເປັນຮອງເລຂາໜ່ວຍພັກ

3 ສະຫາຍ ສິງ ອານຸສອນ          ເປັນຄະນະ ​ແລະ ປະທານກວດກາໜ່ວຍພັກ

 


   ນອກຈາກ​ນັ້ນ ກອງປະຊຸມໄດ້ປອນບັດເລືອກຕັ້ງເອົາຄະນະໜ່ວຍພັກ ຄຸ້ມຄອງທາງບົກ ຊຸດໃໝ່ ຊຶ່ງມີຜູ້ສະໝັກເລືອກຕັ້ງ 5 ສະຫາຍ, ເລືອກເອົາ 3 ສະຫາຍ ດັ່ງ​ນີ້:


1 ສະຫາຍ ອັດສະວິນ ອິນພິທັກ        ເປັນເລຂາໜ່ວຍພັກ ຮັບຜິດຊອບຊີ້ນຳລວມ.

2 ສະຫາຍ ບຼົ່ງວ່າງ ຫວ່າງເຈ່ຍຊ່າ       ເປັນຮອງເລຂາໜ່ວຍພັກ

3 ສະຫາຍ ສີພັນ ພົມມະລີ            ເປັນຄະນະ ​ແລະ ປະທານກວດກາໜ່ວຍພັກ

 


ແຕ່ລະສະຫາຍລ້ວນ​ແຕ່​ແມ່ນ​ຜູ້​ທີ່​ມີ​ຄວາມ​ຮູ້ຄວາມ​ສາມາດ, ມີ​ບົດບາດໃນ​ການ​ຊີ້​ນຳ​-ນໍາພາ ທັງ​ເປັນ​ຜູ້​ທີ່​ຈົງ​ຮັກ​ພັກດີ, ​ແລ​ະ ຢຶດໝັ້ນຕໍ່ອຸດົມ​ການ​ ​ແລະ ​ແນວທາງ​ນະ​ໂຍບາຍຂອງ​ພັກ.


   ກອງປະຊຸມໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ສາຍສະໜອນ ທິດາກອນ, ກຳມະການພັກແຂວງ, ຫົວໜ້າຄະນະຊີ້ນໍາບັ້ນດໍາເນີນຊີວິດການເມືອງ ກຸ່ມເສດຖະກິດໜ່ວຍ 2, ຊຶ່ງສະຫາຍໄດ້ເນັ້ນໜັກໃຫ້ເອົາ ໃຈໃສ່ການ​ຊີ້​ນຳ-ນໍາພາ, ສືບຕໍ່ບຸກທະລຸວຽກງານທີ່ຕົນຮັບຜິດຊອບ​ໃຫ້​ປະກົດຜົນຈິງ ແລະ ຜົນສໍາເລັດໃນຂົງ ເຂດວຽກງານ ຍທຂ ທີ່ທາງ​ຄະນະ​ພັກ​ຂອງ​ຕົນ​ມອບ​ໝາຍ​ໃຫ້ ​ແລະ ເພື່ອພ້ອມກັນເຮັດສໍາເລັດໜ້າທີ່ວຽກງານ ທີ່ກໍານົດໄວແຕ່ນີ້ເຖິງປີ 2017.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250