ຂ່າວຕ່າງແຂວງ

ພິທີມອບ-ຮັບ ໂຄງການປັບປຸງທາງ ຫລວງແຫ່ງຊາດ ເລກ 9

2015-03-18 - Administrator

ໂຄງການປັບປຸງທາງເລກ 9 ແມ່ນນອນໃນບູລິມະສິດໜຶ່ງ ຂອງແຜນຍຸດທະສາດພັດທະນາຂອງລັດຖະບານ ແຕ່ປີ 2000-2015, ເນື່ອງຈາກ ສປປ ລາວ ບໍ່ມີຊາຍແດນຕິດກັບທະເລ ສະນັ້ນ, ທາງເລກ 9 ຈຶ່ງເປັນເສັ້ນທາງຍຸດທະສາດ ສໍາລັບການເຊື່ອມຕໍ່ບັນດາປະເທດໄກ້ຄຽງ ແລະ ມີບົດບາດສໍາຄັນໃນການພັດທະນາເສດຖະກິດ-ສັງຄົມ ເພື່ອກ້າວສູ່ ການເປັນສະມາຄົມອາຊຽນ, ເສັ້ນທາງດັ່ງກ່າວມີຄວາມໝາຍທີ່ສຳຄັນ ຊຶ່ງມີຄວາມຈໍາເປັນຕ້ອງໄດ້ຮັບການປັບປຸງຍົກ ລະດັບໃຫ້ທຽບເທົ່າກັບສາກົນ ເພື່ອເຮັດໃຫ້ການຄົມ ມະນາຄົມ-ຂົນສົ່ງ ມີຄວາມສະດວກວ່ອງໄວ, ປອດໄພ ແລະ ປະ ຢັດກວ່າເກົ່າ.


ໃນວັນທີ 14 ມີນາ 2015 ຈຶ່ງໄດ້ຈັດພິທີມອບ-ຮັບໂຄງການປັບປຸງທາງຫຼວງແຫ່ງຊາດ ເລກ 9 ຂຶ້ນໂດຍໃຫ້ກຽດເຂົ້າ ຮ່ວມຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາ ວຽກງານຂົງເຂດເສດຖະກິດ ການຜະລິດ ແລະການຈໍລະຈອນ, ທ່ານ ຮີໂຣຢູກິ ກິຊີໂນະ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ, ທ່ານ ດຣ ບຸນຈັນ ສິນທະວົງ ລັດຖະມົນຕີວ່າການກະຊວງ ຍທຂ, ທ່ານ ສົມມາດ ພົລເສນາ ລັດ ຖະມົນຕີປະຈໍາຫ້ອງວ່າການລັດຖະບານ, ທ່ານ ດຣ ສຸພັນ ແກ້ວມີໄຊ ເລຂາພັກແຂວງ, ເຈົ້າແຂວງໆ ສະຫວັນນະ ເຂດ, ມີທ່ານຮອງເຈົ້າແຂວງ, ແຂກທີ່ຖືກເຊີນພາຍໃນແຂວງ, ເມືອງ ແລະພໍ່ແມ່ປະຊາຊົນ ເຂົ້າຮ່ວມ.




ໃນພິທີຄັ້ງນີ້, ທ່ານ ວຽງວິໄລ ສຸລິນທອນ ຫົວໜ້າໂຄງການ ໄດ້ຂື້ນລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດ ໂຄງການ ແລະມີມາດຖານເຕັກນິກໃນການກໍ່ສ້າງ ວ່າ: ເສັ້ນທາງຫລວງແຫ່ງຊາດເລກ 9 ໄດ້ກໍ່ສ້າງປັບປຸງຍົກລະດັບ ເປັນໄລຍະເວລາ 36 ເດືອນ, ເລີ່ມລົງມືແຕ່ວັນທີ 26 ເມສາ 2012 ແລະ ສຳເລັດຕາມແຜນການທີ່ກໍາໄວ້, ຊຶ່ງມີ ໜ້າວຽກຫລັກດັ່ງນີ້ ການຂູດຮື້ໜ້າທາງອັດສະຟານເກົ່າອອກແລະຍົກລະດັບຊັ້ນຮອງພື້ນທາງ, ຊັ້ນພື້ນທາງດ້ວຍ ວັດສະດຸຫີນຂົບ ແລະປູຢາງອັດສະຟານ 2 ຊັ້ນ, ມີຄວາມໜາ 10 ຊັງຕີແມັດ, ໜ້າທາງກວ້າງ 9 ແມັດ ແລະກໍ່ສ້າງ ທາງເບຕົງຢູ່ໜ້າສະຖານນີຕິດຊັ່ງລົດບັນທຸກໜັກ, ມີລວງຍາວ 265 ແມັດ, ຄວາມອາດສາມາດຮັບນໍ້າໜັກ 11 ໂຕນ/ເພົາ, ຄວາມໄວສະເລ່ຍ 56.3 ກມ/ຊມ, ມີລະບົບລະບາຍນໍ້າສອງຂ້າງທາງທີ່ກໍ່ສ້າງດ້ວຍເບຕົງ, ຕິດຕັ້ງລະບົບ ປ້ອງກັນຄວາມປອດໄພ, ປ້າຍຈໍລະຈອນ, ລະບົບໄຟຟ້າເຍື່ອງທາງໃນເຂດຕົວເມືອງ, ທາງຫຼວງແຫ່ງຊາດເລກ 9 ແຕ່ ຊາຍແດນໄທ-ຊາຍແດນ ສສຫວຽດນາມ ມີລວງຍາວ 242 ກມ, ແຕ່ຕອນທາງທີ່ນອນໃນໂຄງການປັບປຸງຄັ້ງນີ້ ມີລວງ ຍາວ 58,1 ກມ, ຊຶ່ງແບ່ງອອກເປັນ 2 ຕອນທາງຄື: ຕອທີ 1 ເລີ່ມແຕ່ ກມ 18+800 (ເມືອງອາດສະພັງທອງ)- ກມ 75+800 (ເມືອງພະລານໄຊ) ແລະຕອນທີ 2 ເລີ່ມແຕ່ ກມ 113+800 (ເຊທ່າມວກ)- ກມ 119+800 (ເມືອງພີນ), ທາງດັ່ງກ່າວສໍາເລັດ 100%, ຊຶ່ງຜົນສໍາເລັດດັ່ງກ່າວແມ່ນພາຍໃຕ້ການຊີ້ນໍາໆ ພາຈາກຂັ້ນເທິງ, ໂດຍສະເພາະກໍ ແມ່ນ ຄະນະນໍາກະຊວງ ຍທຂ, ອໍານາດການປົກຄອງແຂວງ, ເມືອງ ແລະໄດ້ຮັບການຮ່ວມມືຈາກພະແນກການທີ່ກ່ຽວຂ້ອງ, ອໍານາດການປົກຄອງທ້ອງຖິ່ນ ແລະພໍ່ແມ່ປະຊາຊົນເປັນຢ່າງດີ.


ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250