ຂ່າວຕ່າງແຂວງ

ຂົວຂ້າມນ້ຳຂອງດອນໂຂງ ພ້ອມເປີດໃຊ້ໃນທ້າຍເດືອນພະຈິກ ປີນີ້

2014-10-29 - Administrator

  ໂຄງການ​ກໍ່ສ້າງ​ຂົວ​ຂ້າມນ້ຳຂອງ​ດອນ​ໂຂງ (ບ້ານ​ຫາດ-ບ້ານ​ຫ້ວຍ) ແຂວງ​ຈຳປາ​ສັກ ເຊິ່ງ​ມາ​ຮອດ​ປັດຈຸ​ບັນ ສຳເລັດ​ເກືອບ 100% ພາຍຫຼັງ​ໄດ້​ດຳເນີນ​ການ​ກໍ່ສ້າງ​ມາ​ແຕ່​ປີ 2012 ແລະ ຈະ​ເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ​ ໃນ​ທ້າຍ​ເດືອນພະຈິກ ປີ 2014 ທີ່​ຈະ​ມາ​ເຖິງ​ນີ້.


   ທ່ານ ຄຳ​ຮຸ່ງ ໜູ​ພະ​ໄຊ ຫົວໜ້າ​ໂຄງການ​ກໍ່ສ້າງ​ຂົວ​ຂ້າມ​ນ້ຳຂອງດອນ​ໂຂງ ໄດ້​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ ໃນ​ວັນ​ທີ 26 ເດືອນ​ຕຸລາ ປີ 2014 ນີ້​ວ່າ: ໂຄງການ​ກໍ່ສ້າງ​ຂົວ​ຂ້າມ​ນ້ຳຂອງ​ດອນ​ໂຂງ ແຂວງ​ຈຳປາ​ສັກ ແມ່ນໂຄງການ​ບູ​ລິ​ມະ​ສິດ​ຂອງ​ລັດຖະບານ ເຊິ່ງ​ນອນ​ໃນ​ແຜນ​ພັດທະນາເສດຖະກິດ-ສັງຄົມ ໃນ​ທົ່ວ​ປະເທດ ເວົ້າ​ລວມ, ເວົ້າ​ສະເພາະ ກໍ່​ຄືຕາ​ໜ່າງ​ຄົມມະນາຄົມ​ຂົນສົ່ງເຂົ້າ​ເຖິງ​ດອນ​ໂຂງ ຂົວ​ຂ້າມນ້ຳຂອງ​ດອນ​ໂຂງ​ນີ້​ ແມ່ນ​ມີຄວາມແຕກ​ຕ່າງ​ຈາກ​ຂົວ​ແຫ່ງ​ອື່ນໆ ເນື່ອງ​ຈາ​ກວ່າ​ມີ​ລັກສະນະ​ໂຄ້ງ ກົ່ງ​ກາງ ຮັບ​ນ້ຳໜັກ​ໄດ້ 100 ໂຕນ, ຍາວ 718 ແມັດ, ກວ້າງ 11 ແມັດ, ທາງ​ຄົນ​ຍ່າງ 2 ຂ້າງ-ຂ້າງ​ລະ 1,5 ແມັດ, ໜ້າ​ທາງ​ລົດ​ກວ້າງ 8 ແມັດ ແລະ ມີ​ອາຍຸ​ການ​ນຳ​ໃຊ້ 100 ປີ.


   ນອກຈາກ​ສ້າງ​ຂົວ​ດັ່ງກ່າວ​ແລ້ວ ​ຍັງ​ໄດ້​ສ້າງ​ຂົວ​ນ້ອຍ (ບ້ານ​ຫົວ​ໂຂງ​ແຫຼມ-ບ້ານ​ດອນ​ສັນ) ຍາວ 180 ແມັດ, ກວ້າງ 5 ແມັດ, ສ້ອມແປງ ແລະ ຂະຫຍາຍ​ທາງ​ຈາກ​ທາງ​ແຍກ ເລກ 13 ໃຕ້​ ເຂົ້າ​ຫາ​ຂົວ ມີ​ຄວາມ​ຍາວ 4,200 ແມັດ, ກວ້າງ 7 ແມັດ, ປູຢາງ 2 ຊັ້ນ ແລະ ກໍ່ສ້າງ​ທ່າ​ບັກ ບ້ານ​ຫົວ​ໂຂງ​ໃຫຍ່ (ເມືອງ​ໂຂງ) ຫາບ້ານ​ຫ້ວຍ​ຍາງ (ເມືອງ​ມຸນ​ລະ​ປະ​ໂມກ) ຕື່ມ​ອີກ ລວມ​ມູນ​ຄ່າ​ການ​ກໍ່ສ້າງ​ທັງ​ໝົດ 34 ລ້ານ​ກວ່າ​ໂດ​ລາ​ສະຫະລັດ ຫຼື ເທົ່າ​ກັບ 272 ຕື້​ກວ່າ​ກີບ. ໃນ​ນັ້ນ ແຫຼ່ງ​ທຶນ​ແມ່ນ​ກູ້​ຢືມ​ຈາກ​ທະນາຄານຂາ​ອອກ-ຂາ​ເຂົ້າ (EXIM BANK) ​ສປ ຈີນ ແລະ ທຶນ​ສົມທົບ​ຈາກ​ລັດຖະບານ​ລາວ 5% ໂດຍ​ແມ່ນ​ບໍລິສັດ HNDCI ​ສປ ຈີນ ເປັນ​ຜູ້​ຮັບ​ເໝົາ​ກໍ່ສ້າງ.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250