ຂ່າວຕ່າງແຂວງ

ພິທີເປີດການກໍ່ສ້າງ ໂຄງການກໍ່ສ້າງ ຂົວຂ້າມນໍ້າເຊກອງ

2015-03-19 - Administrator

 ໃນຕອນເຊົ້າວັນທີ 16 ມີນາ 2015 ທີ່ຜ່ານມາ, ໄດ້ຈັດພິທີເປີດການກໍ່ສ້າງ ໂຄງການກໍ່ສ້າງຂົວຂ້າມນໍ້າເຊກອງ ຕາມ ທາງຫລວງແຫ່ງຊາດເລກ 16B ແຂວງເຊກອງ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ຄໍາເຜີຍ ບຸດດາວຽງ ກໍາມະການສູນ ກາງພັກ, ເລຂາພັກແຂວງເຈົ້າແຂວງໆເຊກອງ, ທ່ານ ຮີໂຣຢູກິ ກິຊິໂນະ ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາ ສປປ ລາວ, ທ່ານ ດຣ ບຸນຈັນ ສິນທະວົງ ລັດຖະມົນຕີວ່າການກະຊວງ ຍທຂ, ທ່ານ ຢູສຸເກະມິ ຫົວໜ້າອົງການໄຈກາ ປະຈໍາ ສປປ ລາວ, ທ່ານຮອງເຈົ້າແຂວງ, ທ່ານເຈົ້າເມືອງ, ຮອງເຈົ້າເມືອງ ແລະ ພໍ່ແມ່ປະຊາຊົນຊາວແຂວງເຊກອງ ເຂົ້າ ຮ່ວມ.


ໂຄງການກໍ່ສ້າງຂົວຂ້າມນໍ້າເຊກອງແຫ່ງນີ້, ເປັນໂຄງການໜຶ່ງ ທີ່ມີຄວາມໝາຍສໍາຄັນດ້ານການຄົມມະນາຄົມ-ຂົນສົ່ງ, ເປັນເສັ້ນທາງທີ່ສັ້ນ ເພື່ອເຊື່ອມຈອດລະຫວ່າງເມືອງລະມາມ, ເທດສະບານແຂວງເຊກອງ-ເມືອງດາກຈຶງ ແລະເຊື່ອມຕໍ່ ໃສ່ຊາຍແດນລາວ-ຫວຽດນາມ, ຊຶ່ງເປັນເສັ້ນທາງທີ່ມີປະສິດທິຜົນສູງທາງດ້ານເສດຖະກິດ-ສັງຄົມ, ເຮັດໃຫ້ການໄປມາ ຫາສູ່ຂອງປະຊາຊົນສະດວກສະບາຍຂື້ນ, ປະກອບສ່ວນເຂົ້າໃນການແກ້ໄຂຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າ ໃນຂົງເຂດນີ້, ເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນ, ທັງເປັນການສົ່ງເສີມການຄ້າ, ການລົງທຶນ ແລະການທ່ອງທ່ຽວໃຫ້ສະ ດວກຂຶ້ນ, ຊຶ່ງເຫັນໄດ້ຄວາມສໍາຄັນດັ່ງກ່າວ, ລັດຖະບານຍີ່ປຸ່ນຈຶ່ງໄດ້ໃຫ້ການຊ່ວຍເຫຼືອລ້າກັບໂຄງການກໍ່ສ້າງຂົວ ແຫ່ງນີ້, ໃນມູນຄ່າ 1,62 ຕື້ເຢັນ ແລະ ລັດຖະບານລາວ  ແມ່ນປະຕິບັດຕາມພັນທະຂອງຕົນ ຕາມລະບຽບການຂອງ ຜູ້ໃຫ້ທຶນ, ດັ່ງບັນດາໂຄງການຮ່ວມມືລາວ-ຍີ່ປຸ່ນທີ່ເຄີຍໄດ້ປະຕິບັດຜ່ານມາ.


 ຂົວແຫ່ງນີ້, ເປັນຂົວປະສົມລະຫວ່າງສາຍກາບ ແລະເບຕົງ ໄລຍະການກໍ່ສ້າງແມ່ນ 29 ເດືອນຈະໃຫ້ສໍາເລັດ ຊຶ່ງເລີ່ມ ກໍ່ສ້າງວັນທີ 04 ພະຈິກ 2014 ແລະຈະໃຫ້ສໍາເລັດວັນທີ 31 ມີນາ 2017, ຂົວດັ່ງກ່າວມີລວງຍາວ 300 ມ, ມີເສົາກາງ 3 ເສົາ, ລວງກວ້າງຂອງໜ້າຂົວ 2x3.5=7+ທາງຍ່າງ 1.5x2=3 ມ+ຂອບທາງ 0.5x2=1ມ, ລວມທັງມົດ 11ມ, ມີທາງເຂົ້າຂົວສອງເບື້ອງ (300+227)=527ມ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໂຄງການດັ່ງກ່າວໃຫ້ສໍາເລັດຕາມ ຄາດໝາຍນັ້ນ, ຜູ້ຮັບຜິດຊອບໂຄງ ການ ຈຶ່ງຂໍສະເໜີມາຍັງບັນດາພະແນກການທີ່ກ່ຽວຂ້ອງ, ອໍານາດການປົກຄອງທຸກ ຂັ້ນ ແລະ ປະຊາຊົນ ບັນດາເຜົ່າຈົ່ງໃຫ້ຄວາມຮ່ວມມື ໃນການຈັດຕັ້ງປະຕິບັດໂຄງການກໍ່ສ້າງ.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250