ຂ່າວຕ່າງແຂວງ

ພິທີມອບ-ຮັບ ໂຄງການກໍ່ສ້າງທາງ ເລກທີ 15

2015-03-19 - Administrator

ໂຄງການກໍ່ສ້າງທາງເລກ 15 ແມ່ນໂຄງການໜຶ່ງທີ່ນອນ ຢູ່ໃນແຜນພັດທະນາພື້ນຖານ ໂຄງລ່າງດ້ານການຄົມມະນາຄົມ ຂອງລັດຖະບານ ຊຶ່ງເປັນໂຄງການທີ່ມີຄວາມໝາຍສຳຄັນທາງດ້ານເສດຖະກິດ-ສັງຄົມ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ. ເປັນເສັ້ນທາງເຊື່ອມຈອດໜຶ່ງລະຫວ່າງບັນດາປະເທດໃນອາຊຽນ ກໍຄືໃນອະນຸພາກພື້ນລຸ່ມແມ່ນ້ຳຂອງ ທີ່ມີໄລຍະສັ້ນນັບແຕ່ທາງເລກ 13 ໃຕ້ ຜ່ານແຂວງສາລະວັນ ຮອດຊາຍແດນລາວ-ຫວຽດນາມ ຄວາມຍາວ 200 ກວ່າ ກິໂລແມັດ, ທັງມີປະສິດທິຜົນສູງໃນ ການພັດທະນາທາງດ້ານເສດຖະກິດ ເຮັດໃຫ້ການໄປມາຫາສູ່ກັນ ແລະ ການ ຂົນສົ່ງສິນຄ້າ ມີຄວາມສະດວກສະບາຍຂື້ນ ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ກໍຄືຂອງທ້ອງຖິ່ນ ໃຫ້ມີການຂະຫຍາຍຕົວເປັນກ້າວໆ ໂດຍສະເພາະສາມາດຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ຕາມເສັ້ນທາງດັ່ງກ່າວໃຫ້ນັບມື້ນັບດີຂື້ນ.



ໂຄງການກໍ່ສ້າງທາງເລກ 15 ແບ່ງອອກເປັນ 2 ໄລຍະ ຂອງໂຄງການຄື: ເສັ້ນທາງ 15 B ເປັນໂຄງການທີ່ໄດ້ຮັບ ການ ຈັດຕັ້ງປະຕິບັດກ່ອນ ເພື່ອແກ້ໄຂການຄົມມະນາຄົມຂອງ ປະຊາຊົນ 4 ເມືອງຄື: ເມືອງສາລະວັນ, ຕຸ້ມລານ, ຕະໂອ້ຍ ແລະ ເມືອງສະໝ້ວຍ ຫາຊາຍແດນຫວຽດນາມ ທີ່ເມື່ອກ່ອນຕ້ອງໃຊ້ເວລາເດີນທາງເຖິງ 2 ວັນ ເປັນໄລຍະທາງກວ່າ 1 ພັນກິໂລແມັດ ຊຶ່ງເສັ້ນທາງ 15B ແມ່ນມີໄລຍະທາງພຽງ 147,3 ກິໂລແມັດ, ໄດ້ເລີ່ມອອກແບບສຳຫຼວດມາແຕ່ປີ 2000 ແລະ ໄດ້ເລີ່ມກໍ່ສ້າງໃນທ້າຍປີ 2005 ເປັນປະເພດທາງຊັ້ນ IV ປະກອບດ້ວຍ 2 ຂະໜາດໜ້າທາງຄື: ໜ້າທາງ ກວ້າງ 7 ແມັດ ມີໄລຍະທາງ 80 ກິໂລແມັດ ແລະ ໜ້າທາງ 9 ແມັດ ຍາວ 67,3 ກິໂລແມັດ. ນອກຈາກນີ້ ຍັງໄດ້ກໍ່ສ້າງ ທາງ ໃນເທດສະບານເມືອງສາລະວັນ 2 ເສັ້ນຍາວ 5,5 ກິໂລ ແມັດ ໜ້າທາງກວ້າງ 13,5 ແມັດ, ທາງຄົນຍ່າງ ເບື້ອງລະ 1,75 ແມັດ ພ້ອມລະບົບໄຟເຍືອງທາງ ແລະ ລະບົບລະບາຍນ້ຳ ໂດຍໃຊ້ເວລາໃນການກໍ່ສ້າງທັງໝົດ 7 ປີ 5 ເດືອນ ຄິດເປັນມູນຄ່າເກືອບ 85 ລ້ານ ໂດລາສະຫະລັດ. ສ່ວນໂຄງການໄລຍະສອງ ແມ່ນການກໍ່ສ້າງທາງເລກ 15A ຊຶ່ງເປັນ ເສັ້ນທາງທີ່ຕິດພັນກັບການພັດທະນາທາງຫລວງແຫ່ງຊາດ ເລີ່ມແຕ່ທາງຫລວງເລກ 13 ໃຕ້ ຈຸດທາງແບ່ງ ບ້ານນາປົ່ງ ຫາ ຕົວເມືອງສາລະວັນ ເປັນໄລຍະທາງ 70,2 ກິໂລແມັດ ເປັນເສັ້ນທາງປູຢາງສອງຊັ້ນ ສາມາດຮັບນ້ຳ ໜັກໄດ້ 11 ໂຕນ ຕໍ່ເພົາ. ພ້ອມນີ້, ຍັງໄດ້ກໍ່ສ້າງທາງເວັ້ນແຕ່ຈຸດແຍກທາງເລກ 15A ຜ່ານບ້ານນາທ່ອນ ຫາ ທາງເລກ 20 ທີ່ບ້ານນາຄອຍສາວ ຍາວ 7,5 ກິໂລແມັດ, ກໍ່ສ້າງທາງໃນເທດສະບານຂອງ 6 ເມືອງໆລະ 3 ກິໂລແມັດ ຄື: ເມືອງລະຄອນເພັງ, ຄົງເຊໂດນ, ວາປີ, ຕຸ້ມລານ, ຕະໂອ້ຍ ແລະເມືອງສະໝ້ວຍ ແລະ ກໍ່ສ້າງລະບົບນ້ຳປະປາ ໃຫ້ 5 ຕົວເມືອງຄື: ເມືອງລະຄອນເພັງ, ວາປີ, ຕຸ້ມລານ, ຕະໂອ້ຍ ແລະເມືອງສະໝ້ວຍ ຊຶ່ງເລີ່ມລົງມືກໍ່ສ້າງມາແຕ່ເດືອນເມສາ 2011 ໃນໄລຍະເວລາຕາມສັນຍາ 4,2 ປີ ເປັນມູນຄ່າ 68 ລ້ານກວ່າໂດລາສະຫະລັດ.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250