ຂ່າວຕ່າງແຂວງ

ພິທີຮັບມະຫາຊົນກ້າວໜ້າເຂົ້າພັກສຳຮອງ

2015-10-07 - Administrator


ໃນ​ວັນ​ທີ 13 ສິງຫາ 2015 ທີ່​ຫ້ອງ​ປະຊຸມ​ພະ​ແນ​ກ ຍທຂ ​ແຂວງ​ເຊ​ກອງ ​ໄດ້​ຈັດ​ພິທີ​ຮັບ​ມະຫາຊົນ​ກ້າວໜ້າ​ເຂົ້າພັກ​ສຳຮອງ ຈຳນວນ 10 ສະຫາຍ, ​ ຢູ່ທີ່​ຫ້ອງ​ປະຊຸມ​ພະ​ແນ​ກ ຍທຂ ​ແຂວງ,ຊຶ່ງ​​ມີ​ມະຫາຊົນ​ກ້າວໜ້າ​ຈາກໜ່ວຍ​ພັກ ຈັດ​ຕັ້ງ-ບໍລິຫານ, ​ແຜນການ ງົບປະມານ ​ແລະ ກວດກາ 03 ສະຫາຍ; ໜ່ວຍ​ພັກຂະ​ແໜງ​ທາງບົກ-ທາງ​ນ້ຳ 02 ສະຫາຍ​ ແລະ  ໜ່ວຍ​ພັກ ຂະ​ແໜງ​ຄຸ້ມ​ຄອງ​ການ​ກໍ່ສ້າງ, ຂະ​ແໜງ​ຄຸ້ມ​ຄອງ​ເຄຫາ​ຜັງ​ເມືອງ ​ແລະ ນ້ຳ​ປະປາ 5 ສະຫາຍ, ​ໂດຍ​ມີ​ຜູ້​ເຂົ້າ​ຮ່ວມຈາກ​ໜ່ວຍ​ພັກ ອ້ອມ​ຂ້າງພະ​ແນ​ກ ຍທຂ ​ແຂວງ ​ແລະ ສະມາຊິກ​ພັກ​ທັງ​ໝົດ 50 ສະຫາຍ ຍີ​ງ 02 ສະຫາຍ.


      ​ໂດຍ​ເປັນ​ປະທານ ຂອງ ທ່ານ ສຸດ​ສະ​ນະ ສີ​ຫາ​ວົງ ກຳມະການ​ພັກ​ແຂວງ, ​ເລຂາ​ຄະນະ​ພັກ​ຮາກ​ຖານ ພະ​ແນ​ກ ຍທຂ, ມີຫົວໜ້າ​ພະ​ແນ​ກ ຍທຂ ​ແຂວງ​ເຊ​ກອງ; ຄະນະ​ຈັດ​ຕັ້ງ​ພິທີ​ໄດ້​ຜ່ານ​ຂໍ້​ຕົກລົງ​ດຳລັດ ຂອງ​ເລຂາຄະນະ​ພັກ​ແຂວງວ່າ​ດ້ວຍການ​ຮັບ​ມະຫາຊົນ​ກ້າວໜ້າເຂົ້າ​ພັກ​ສຳຮອງ 10 ສະຫາຍ, ມະຫາຊົນ​ກ້າວໜ້າ​​ແຕ່​ລະສະ​ຫາຍ​ໄດ້​ຂື້ນອ່ານ​ບົດ​ສຳ​ຫຼວດຕົນ​ເອງ ​ແລະ ຂື້ນ​ກ່າວ​ປະຕິຍານ ຫລັງ​ຈາກ​ນັ້ນ​ຜູ້​ຕິດຕາມ​ສະມາຊິກ​ພັກ​ສົມບູນ 2 ສະຫາຍ​ຂື້ນ​ຜ່ານ ​​ແລະ ສຶບຕໍ່ຕິດ​ຕາມ​ຈົນ​ໄດ້​ເຂົ້າ​ພັກ​ສົມບູນ. ຫຼັງຈາກ​ນັ້ນ, ທ່ານ ​ເລຂາ​ຄະນະ​ພັກ​ຮາກ​ຖານ ​ຂື້ນ​ສຳ​ພັດ​ມື ​ແລະ ກ່າວ​ຕັກ​ເຕືອນ ມີ 5 ໜ້າ​ທີ 6 ສິດ​ ແລະ 3 ທິດ​ນຳ, ສໍາລັບ​ມະຫາຊົນ​ກ້າວໜ້າ​ເຂົ້າ​ເປັນ​ສະມາຊິກ​ພັກ​ສຳຮອງ ມີ 5 ທິດ 1 ສິດ ​ແມ່ນ​ບໍ່​ສາມາດ​ລົງ​ຄະ​ແນນ​ສຽງ ​ແລະ ລົງ​ສະ​ໜັກ​ຮັບ​ເລືອກ​ຕັ້ງ. ຫລັງ​ຈາກ​ນັ້ນ, ຕາງໜ້າ​ສະມາຊິກ​ພັກ​ສຳຮອງ​ຂື້ນ​ຮັບ​ຄຳ​ຕັກ​ເຕືອນ ​ເຊີ່ງ​ສະ​ແດງ​ອອກ ສະມາຊິກ​ພັກ​ເປັນ​ແບບຢ່າງ​ໃຫ້​ມະຫາຊົນ ພິທີ​ສີ້​ນສຸດ​ລົງ ​ເວລາ 16:00​ໂມງ ຂອງ​ວັນ​ດຽວ​ກັນ  ​ດ້ວຍ​ຄວາມ​ຈົບງາມ.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250