ຂ່າວຕ່າງແຂວງ

ຂົວຂ້າມນ້ຳຂອງ ປາກແບງ-ເມືອງເງິນ ໃກ້ສຳເລັດແລ້ວ ຄາດທັນເປີດໃຊ້ທ້າຍປີນີ້

2015-09-18 - Administrator

  ໂຄງ­ການ​ກໍ່­ສ້າງ​ຂົວຂ້າມ​ນ້ຳ­ຂອງປາກ​ແບງ-ເມືອງ​ເງິນ ​ພາຍ­ຫຼັງ​ທີ່​ໄດ້​ເລີ່ມລົງ­ມື​ກໍ່­ສ້າງ​ມາ​ແຕ່​ທ້າຍ​ປີ 2012 ຈົນມາ​ເຖິງ​ປະ­ຈຸ​ບັນໜ້າ​ວຽກ​ໂດຍ​ລວມແມ່ນໃກ້​ສຳ­ເລັດ​ແລ້ວ​ເຫຼືອ​ພຽງ​ແຕ່ 7% ທີ່​ກຳລັງ​ສືບ­ຕໍ່​ໃນ​ຂະນະ​ນີ້ ສ່ວນ​ຜູ້​ຮັບ­ຜິດ­ຊອບ​ໂຄງ­ການກໍ່ສ້າງ​​ໃຫ້​ຮູ້​ວ່າ​ໃນ​ທ້າຍ​ເດືອນ​ພະ­ຈິກ​ນີ້ ຈະເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ.


   ​ທ່ານ ລີຢີ້ງ ໄຊ​ເຍ່ຍ​ຊ່າງ ຮອງ​ຫົວ­ໜ້າ​ໂຄງການ​ກໍ່­ສ້າງ​ຂົວ​ຂ້າມ​ນ້ຳຂອງ​ປາກ​ແບງ-ເມືອງ​ເງິນ ໄດ້ວ່າ: ໂຄງການ​ກໍ່­ສ້າງ​ຂົວ​ຂ້າມ​ນ້ຳຂອງ​ປາກ​ແບງ-ເມືອງ​ເງິນ​ໄດ້​ເລີ່ມ​ລົງ­ມືກໍ່ສ້າງ​ມາ​ແຕ່​ທ້າຍ​ເດືອນ​ທັນ­ວາ 2012, ຕົກ​ມາ​ຮອດ​ເດືອນ​ສິງ­ຫາ​ຂອງ​ປີ​ນີ້​ ເຫັນວ່າໜ້າ​ວຽກ​ໂດຍ​ລວມ​ຂອງ​ໂຄງ­ການສຳ­ເລັດ​ສະ­ເລ່ຍ​ໄດ້ 92,37%, ໃນ​ນີ້ ວຽກ​ການ​ກໍ່­ສ້າງ​ຂາງ​ຂົວ​ພາກ­ສ່ວນ​ລຸ່ມແມ່ນ​ສຳ­ເລັດ​ແລ້ວ, ສ່ວນ​ຂາງ​ຂົວ​ພາກສ່ວນ​ເທິງ​ໄດ້ 92,71% ແລະ​ຄາດ​ວ່າໝົດ​ເດືອນ​ນີ້​ຈະໃຫ້​ສຳ­ເລັດ, ນອກ​ນັ້ນ​ຍັງ​ສືບຕໍ່­ໜ້າ​ວຽກ​ໜ້າ​ຂົວ​ຈຳ­ນວນ​ໜຶ່ງ​ທີ່​ຍັງຄ້າງ​ຕື່ມ.


   ສຳ­ລັບ​ແຜນ­ການ​ໃນ​ເດືອນ​ໜ້າ​ທາງໂຄງ­ການ​ໄດ້​ຕັ້ງ​ເປົ້າ​ໝາຍ​ໄວ້​ວ່າ​ທຸກໆໜ້າ​ວຽກ​ຂອງ​ໂຄງ​ສ້າງ​ແມ່ນ​ຈະ​ໃຫ້​ສຳ ເລັດ 100%, ສ່ວນ​ວຽກ​ເກັບ​ລາຍ​ລະອຽດ​ແມ່ນ​ຈະ​ໄດ້​ຍົກ​ໄປ​ສືບ​ຕໍ່​ປະ­ຕິ­ບັດ​ໃນຕົ້ນ​ເດືອນ​ພະ­ຈິກ ແລະ ​ໃນ​ຕອນ​ທ້າຍເດືອນ​ດຽວ​ກັນ​ກໍ​ຈະ​ໄດ້​ມີ​ພິ­ທີ​ເປີດ​ນຳ​ໃຊ້​ຂົວ​ຢ່າງ​ເປັນ​ທາງ​ການ.


   ໂຄງ­ການ​ກໍ່­ສ້າງ​ຂົວ​ຂ້າມ​ນ້ຳ­ຂອງລະ­ຫວ່າງ​ເມືອງ​ປາກ​ແບງ ແຂວງ​ອຸ­ດົມໄຊ ຫາ ເມືອງ​ເງິນ ແຂວງ​ໄຊ​ຍະ​ບູ​ລີ ເປັນໂຄງ­ການ​ໜຶ່ງ​ທີ່​ຈະ​ເຊື່ອມ​ຕໍ່​ເສັ້ນ­ທາງຊ່ວງ 2W ແລະ 2E ເຂົ້າ​ໃສ່​ກັນ​ຕົວ​ຂົວມີ​ຄວາມ​ກວ້າງ 13 ແມັດ, ຍາວ​ທັງ ໝົດ 379 ແມັດ, ມີ 2 ຊ່ອງ​ຈະ­ລາ­ຈອນເບື້ອງ​ລະ 4,5 ແມັດ ແລະ ​ທາງ​ຍ່າງ​ສອງຂ້າງ​ເບື້ອງ​ລະ 1,5 ແມັດ ຊຶ່ງ​ຈະ​ຊ່ວຍອຳ­ນວຍ​ຄວາມ​ສະ­ດວກ​ໃນ​ການ​ຄົມ​ມະນາ​ຄົມ​ຂອງ​ເຂດ​ແຂວງ​ພາກ​ ເໜືອ ແລະ ທັງ​ເປັນ​ການ​ເຊື່ອມ​ຕໍ່​ເຂດ​ພາກ​ເໜືອ​ຂອງລາວກັບບັນ­ດາ​ປະ­ເທດ​ທີ່​ມີ​ຊາຍ​ແດນຕິດ​ຈອດ​ເຊັ່ນ: ປະ­ເທດ​ໄທ, ຫວຽດ­ນາມ ແລະ​ປະ­ເທດຈີນ, ໃນ​ການ​ກໍ່­ສ້າງ​ແມ່ນຈະ​ໃຊ້​ງົບ​ທັງ​ໝົດ 30,89 ລ້ານ​ໂດ​ລາ ຫຼື ເທົ່າ​ກັບ 200 ກວ່າ​ຕື້​ກີບ ຊຶ່ງ​ເປັນທຶນ​ກູ້​ຢືມ​ພິ­ເສດ​ຈາກ ສປ ຈີນ 95% ແລະ ອີກ 5% ແມ່ນ​ທຶນ​ສົມ­ທົບ​ຂອງ​ລັດຖະ​ບານ​ລາວ ໂດຍ​ບໍ­ລິ­ສັດ​ກໍ່­ສ້າງ​ຂົວ​ທາງຈາກ ສປ ຈີນ ເປັນ​ຜູ້​ຮັບ​ເໝົາ​ກໍ່­ສ້າງ.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250