ຂ່າວຕ່າງແຂວງ

ໂຄງການກໍ່ສ້າງຂົວເຊໂດນ 3 ເມືອງປາກເຊ ແຂວງຈຳປາສັກ

2016-03-11 - Administrator

 ໂຄງ­ການ​ກໍ່­ສ້າງ​ຂົວ​ເຊ​ໂດນ 3 ເມືອງ​ປາກ​ເຊ ແຂວງ​ຈຳ­ປາ​ສັກ ມາ​ຮອດປະ­ຈຸ​ບັນ​ສຳ­ເລັດ​ແລ້ວ 96% ເຫຼືອ​ພຽງ​ໜ້າວຽກ​ຈຳ­ນວນ​ໜຶ່ງ ແລະ​ຄາດ​ວ່າ​ຈະ​ໄດ້​ເປີດການ​ນຳ​ໃຊ້​ກ່ອນ​ປີ​ໃໝ່​ລາວທີ່​ຈະ​ມາ​ເຖິງໃນ​ເດືອນ​ ໜ້າ​ນີ້.


   ຕາມ​ການ​ລາຍ​ງານ​ຂອງ ທ່ານ ບຸນທະ­ວີ ວິ​ສຸດ­ທິ​ວົງ ຫົວ­ໜ້າ​ໂຄງ­ການ​ກໍ່­ສ້າງຂົວ​ຂ້າມ​ນ້ຳ​ເຊ​ໂດນ 3, ໃຫ້​ຮູ້​ວ່າ: ໂຄງ­ການແມ່ນ​ການ​ລົງ­ທຶນ​ກ່ອນ 100% ຂອງ​ບໍ​ລິ ສັດ​ລາວ​ເວີນ ຊຶ່ງ​ເປັນ​ຜູ້​ຮັບ​ເໝົາ​ກໍ່­ສ້າງ​ໃນ ມູນ​ຄ່າ 14,82 ລ້ານ​ໂດ​ລາ​ສະ­ຫະ­ລັດ, ຊຶ່ງມາ​ຮອດ​ປະ­ຈຸ​ບັນ​ການ​ກໍ່­ສ້າງ​ສຳ­ເລັດ 96%,  ໜ້າ​ວຽກ​ທີ່​ຍັງ​ເຫຼືອ​ກຳ­ລັງ​ຂຸ້ນ­ຂ້ຽວ​ສືບ­ຕໍ່ແມ່ນ​ວຽກ​ຕົບ­ແຕ່ງ​ປະ­ດັບ​ ປະ­ດາ, ສ້າງຮາວ, ປູ​ທາງ​ອັດ​ສະ​ຟານ​ໜ້າ​ຂົວ, ກັນເຈື່ອນ, ເສົາ​ໄຟ ແລະ​ທາງ​ເຂົ້າ​ຂົວ​ເລັກ​ນ້ອຍ ຊຶ່ງ​ຄາດ​ວ່າ​ຈະ​ໃຫ້​ສຳ­ເລັດ ແລະ​ເປີດ​ການນຳ​ໃຊ້​ກ່ອນ​ປີ​ໃໝ່​ລາວທີ່​ຈະ​ມາ​ເຖິງ​ໃນເດືອນ​ໜ້າ​ນີ້.


   ຫົວ­ໜ້າ​ໂຄງ­ການ​ກ່າວ​ຕື່ມ​ວ່າ: ຂົວ​ເຊໂດນ​ທີ່​ສ້າງ​ໃໝ່​ນີ້​ເປັນ​ຂົວ 4 ເລັນ, ມີ​ລວງ ກ້ວ​າງ 17 ແມັດ, ລວງ​ຍາວ 220 ແມັດ, ມີ​ທາງ​ຄົນ​ຍ່າງ​ເບື້ອງ​ລະ 1 ແມັດ, ຊຶ່ງ​ແມ່ນຂົວ​ຍຸດ​ທະ​ສາດ​ທີ່​ສຳ­ຄັນ​ໃນ​ການ​ກະ­ກຽມ ເພື່ອ​ພັດ­ທະ­ນາ​ຕົວ​ເມືອງ​ປາກ​ເຊ ໃຫ້​ເປັນ ນະ­ຄອນ​ໃນ​ອະ­ນາ­ຄົດ​ອັນ​ໃກ້​ນີ້.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250