ຂ່າວຕ່າງແຂວງ

ພິທີມອບຮັບໃບຍ້ອງຍໍຜູ້ທີ່ມີຜົນງານດີເດັ່ນປະເພດ 2 ເຂົ້າໃນວຽກງານ 2 ດີ 5 ເປັນເຈົ້າ ຂອງໜ່ວຍກໍາມະບານຮາກຖານ ພະແນກ ໂຍທາທີການ ແລະ ຂົນສົ່ງ ແຂວງອັດຕະປື

2015-11-11 - Administrator

   ໃນຕອນແລງຂອງວັນທີ 7 ຕຸລາ 2015 ຜ່ານມາ ຢູ່ທີ່ຫ້ອງປະຊຸມພະແນກ ໂຍທາທີການ ແລະ ຂົນສົ່ງ ແຂວງອັດຕະປື. ໄດ້ຈັດພິທີມອບຮັບໃບຍ້ອງຍໍຜູ້ທີ່ມີຜົນງານດີເດັ່ນປະເພດ 2 ເຂົ້າໃນວຽກງານ 2 ດີ 5 ເປັນເຈົ້າ ຂອງໜ່ວຍກໍາມະບານຮາກຖານ ພະແນກ ໂຍທາທີການ ແລະ ຂົນສົ່ງ ແຂວງ ໂດຍການເປັນປະທານຂອງ ທ່ານ ວຽງທອງ ທໍາມານູວົງ ຄະນະກໍາມະບານຮາກຖານ ພະແນກ ໂຍທາທີການ ແລະ ຂົນສົ່ງແຂວງ ໂດຍໄດ້ຮັບກຽດເຂົ້າຮ່ວມຂອງ ທ່ານ ເພັດມີໄຊ ຄໍາພັກດີ ກໍາມະການພັກແຂວງ ເລຂາພັກຮາກຖານ ຫົວໜ້າ ພະແນກ ໂຍທາທີການ ແລະ ຂົນສົ່ງແຂວງ ເຊີ່ງມີສະມາຊີກກໍາມະບານ ພາຍໃນໜ່ວຍທີ່ມີຜົນງານດີເດັ່ນປະເພດ 2 ໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 2 ດີ 5 ເປັນເຈົ້າ ປະຈໍາສົກປີ 2013-2014 ຈໍານວນ 20 ທ່ານ.




ຫຼັງຈາກນັ້ນໄດ້ມີພິທີມອບຮັບອຸປະກອນກິລາຈາກບໍລິສັດ ໂພສີກໍ່ສ້າງ ສ້ອມແປງເຄຫາສະຖານ ເຊີ່ງມີມູນຄ່າທັງໝົດ 5,000,000 ກີບ ແລະ ບັນດາບໍລິສັດກໍ່ສ້າງຂົວ-ທາງ ແລະ ເຄຫາສະຖານ ກໍ່ໄດ້ປະກອບສ່ວນ ບານເຕະ 5 ໜ່ວຍ ແລະ ບານຕີ 5 ໜ່ວຍ, ເຊີ່ງມີມູນຄ່າທັງໝົດ 2,000,000 ກີບ ອຸປະກອນດັ່ງກ່າວ ແມ່ນຮາກຖານກໍາມະບານ ພະແນກ ໂຍທາທີການ ແລະ ຂົນສົ່ງ ແຂວງ ຈະນໍາໄປມອບຕໍ່ໃຫ້ໂຮງຮຽນທີ່ຂາດເຂີນພາຍໃນແຂວງ ໃນໂອກາດຕໍ່ໄປ.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250