ຂ່າວຕ່າງແຂວງ

ຄວາມຄືບໜ້າໂຄງການປັບປຸງ ແລະ ຂະຫຍາຍເສັ້ນທາງເລກ 21 ແຕ່ບ້ານຜາເມືອງ-ທາງເລກ 1D ບ້ານທ່າສີ ເມືອງບໍລິຄັນ ແຂວງບໍລິຄຳໄຊ

2016-08-15 - Administrator












ໂຄງການປັບປຸງ ​ແລະ ຂະຫຍາຍ​ເສັ້ນທາງ​ເລກ 21 ​ແຕ່​ບ້ານ​ຜາ​ເມື​ອງ-ທາງ​ເລກ 1D ບ້ານທ່າສີ ​ເມືອງ​ບໍລິ​ຄັນ ​ແຂວງ​ບໍລິ​ຄຳ​ໄຊ, ມີ​ລວງ​ຍາວ​ທັງ​ໝົດ 28,77 ກມ. ຊຶ່ງ​ໂຄງການ​ດັ່ງ​ກ່າວ​ແມ່ນ​ໂຄງການ​ບູລິ​ມະ​ສິດ​ຂອງ​ລັດ​ທະບານ ​ແຫ່ງ ສປປ ລາວ. ​ໂດຍ​ແມ່ນ​ກົມ​ຂົວ​ທາງ, ກະຊວງ ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ເປັນເຈົ້າຂອງ​ໂຄງການ, ​ໃນມູນຄາການກໍ່ສ້າງທັງໝົດ 138,627,176,549 ກີບ ໂດຍນໍາໃຊ້ງົບປະມານພາຍໃນ ຂອງລັດຖະບານ ສປປ ລາວ. ໂຄງການດັ່ງ​ໄດ້​ມິ​ພິທີເຊັນສັນຍາ​ການ​ກໍ່ສ້າງກັບ​ລັດ​ວິ​ສາ​ຫະກິດ ກໍ່ສ້າງ​ທາ​ເລກ 8 ​ໃນ​ວັນ​ທີ 1/10/2015 ​ແລະ ​ເລີ້ມ​ລົງ​ມີືການ​ກໍ່​ສ້າ​ງ​ໃນ​ວັນ​ທີ 20/9/2015 ຄາດ​ວ່າ​ຈະ​ສຳ​ເລັດວັນ​ທີ 30/9/2017.


 


​  ໂຄງການປັບປຸງ ​ແລະ ຂະຫຍາຍ​ເສັ້ນທາງ​ເລກ 21 ​ແຕ່​ບ້ານ​ຜາ​ເມື​ອງ-ທາງ​ເລກ 1D ບ້ານທ່າສີ ​ເມືອງ​ບໍລິ​ຄັນ ​ແຂວງ​ບໍລິ​ຄຳ​ໄຊ, ມີ​ລວງ​ຍາວ​ທັງ​ໝົດ 28,77 ກມ ເປັນທາງປະເພດ IV ​ເຂດ​ເຄິ່ງພູ​ດອຍໜ້າ​ທາງ​ປູຢາງ​ສອງ​ຊັ້ນ ຄວາມ​ກ້ວາງ​ຂອງ​ໜ້າທາງທັງ​ໝົດ 8 ​​ແມັດ, ທາງ​ລົດ​ແລນ​ກ້ວາງ 7 ​ແມັດ, ມີ 2 ຊ່ອງທາງ​ຈາລະ​ຈອນ ​ເບື້ອງລະ 3,5 ​ແມັດ. ໂຄງການ​ດັ່ງກ່າວ​ເປັນ​ສ່ວນ​ໜື່ງຂອງ​ເສັ້ນທາງ​ເລກ 21 ​​ ຊຶ່ງ​ເປັນ​ທາງເຄິ່ງເຂດ​ພູດ​ອຍ, ​ເປັນ​ເສັ້ນທາງ​ເຊື່ອ​ມຕໍ່ ​ກັບທາງ​ເລກ 1D ອອກ​ສູ່​​ແຂວງ ​ໄຊ​ສົມບູນ ​ແລະ ​ແຂວງ​ຊຽງ​ຂວາງ. ​   ​ໃນ​ເດືອນ ກໍ​ລະ​ກົດ ຜ່ານ​ມາ​ໄດ້​ດຳ​ເນີນ​ການສຳ​ຫຼວດອອກ​ແບບ​ແຜ່ນ​ແຕ້ມ​ກໍ່ສ້າງ, ​ບຸກ​ເບີ​ກອານາ​ໄມ​ຂອບ​ເຂດ​ກໍ່ສ້າງ, ວຽກ​ດິນ​ຕັດ, ວຽກ​ຖົມ​ດິນຊັ້ນ​ຮອງ​ພື້ນທາງ, ວຽກ​ຖົມ​ດິນດ້ວຍ​ວັດ​ສະດຸ​ຄັດ​ເລືອກ, ວຽກ​ຖົມ​ດິນຊັ້ນຍົກ​ພື້ນທາງ ​ແລະ ວຽກ​ຫີນ​ຕັດ. ຊຶ່ງມາ​ຮອດ​ປະຈຸ​ບັນ​ສາມາດ​ຈັດ​ຕັ້ງ​ປະຕິບັດ​ໄດ້ 29,52% ທຽບ​ໃສ່​ແຜນການ​ແມ່ນ​ຫຼຸດ​ແຜນການ​ປະມານ 0,86%. ​ແນວ​ໃດ​ກໍ່ຕາມ​ໃນ​ຊວງ​ລະດູ​ຝົນ​ນີ້, ກົມ​ຂົວ​ທາງ ກະຊວງ ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ໄດ້​ຊີ້​ນຳ​ໃຫ້​ບໍລິສັດ​ຜູ້​ຮັບ​ເໝົາກໍ່ສ້າງ​ຕິດຕາມ ​ເຝົ້າ​ລະວັງ​ຕາມ​ເສັ້ນທາງ​ດັ່ງກ່າວເພື່ອ​ຮັບປະກັນ​ການ​ສັນຈອນ ​ໄປມາ​ ​ແລະ ບໍ່​ໃຫ້​ເສັ້ນທາ​ງມີ​ການ​ຕັດຂາດ. ພ້ອມ​ກັນ​ນັ້ນ ກໍ່​ຂໍ​ຮຽກຮ້ອງ​ໃຫ້​ພໍ່​ແມ່ ປະຊາຊົນ​ຜູ້ໃຊ້ລົດ ​ໃຊ້​ຖະໜົນຕາມ​ເສັ້ນທາງ​ດັ່ງກ່າວ​ໃຫ້​ມີ​ຄວາມ​ລະມັດລະວັງ ຄ່ອຍ​ໄປ​ຄ່ອຍ​ມາ, ຖ້າ​ຫາກ​ບໍ່ຈຳ​ເປັນກໍ່​ໃຫ້​ລີກ​ລ່ຽງ​ໄປ​​ໃຊ້​ເສັ້ນທາງອື່ນ​ທີ​ມີ​ຄວາມ​ສະດວກ​ກວ່າ.


 ເມື່ອ​ເສັ້ນທາງ​ດັ່ງກ່າວ​ກໍ່ສ້າງ​ສຳ​ເລັດ ກໍ່​ຈະ​ເປັນ​ພື້ນຖານ​ໃຫ້​ແກ່​ການ​ຈາລະ​ຈອນ​ສະດວກ​ຂື້ນ, ການ​ຄົມມະນາຄົມ​ຂົນ​ສົ່ງສິນ​ຄ້າ ຂອງ ສປປ ລາວ ​ເວົ້າ​ລວມ, ​ເວົ້າ​ສະ​ເພາະ​ແມ່ນ​ຈະ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ຄົມມະນາຄົມ​ຂົນ​ສົ່ງສິນ​ຄ້າພາຍ​ໃນ​ແຂວງ ບໍລິ​ຄຳ​ໄຊ, ​ແຂວງ ​ໄຊ​ສົມບູນ, ​ແຂວງ ຊຽງ​ຂວາງ ​ແລະ ບັນດາ​ແຂວງ​ພາກ​ເໜືອ ​ເພື່ອ​ເຊື່ອ​ຕໍ່​ກັບ​ບັນດາ​ແຂວງ​ພາກ​ກາງ, ​ພາກ​ໃຕ້ ​ແລະ ປ​ະທດອ້ອມ​ຂ້າງ ​ເຊັ່ນ: ສສ ຫວຽດນາມ ​ແລະ ​ໄທ. ນອກ​ຈາກນັ້ນ​ຍັງ​ເປັນ​ການ​ສົ່ງ​ເສີມການ​ລົງທຶນ​ທັງພາຍ​ໃນ ​ແລະ ຕ່າງປະ​ເທດ. ​ໃນການ​ຜະລິດ​ສີນ​ຄ້າ ​ແລະ ການທ່ອງ​ທ່ຽວ ຊຶ່ງ​ຈະ​ເຮັດ​ໃຫ້​ປະ​ຊາ​ຊົນ​ໃນ​ຂົງ​ເຂດ​ນີ້​ມີ​ລາຍ​ຮັບ, ມີ​ຊິວິດ​ການ​ເປັນ​ຢູ່ດີ​ຂື້ນ​ເທື່ອ​ລະ​ກ້າວ.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250