ຂ່າວຕ່າງແຂວງ

ກອງປະຊຸມວຽກງານ ໂຍທາທິການ ແລະ ຂົນສົ່ງ ທົ່ວແຂວງ ໄຊຍະບູລີ ປະຈຳປີ 2016.

2017-03-31 - Administrator





 ກອງປະຊຸມວຽກງານ ໂຍທາທິການ ແລະ ຂົນສົ່ງ ທົ່ວແຂວງໄຊຍະບູລີ ປະຈຳປີ 2016 ໄດ້ຈັດຂື້ນ ວັນທີ 29 ມີນາ 2017 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງໄຊຍະບູລີ. ໂດຍການ​ເປັນ​ປະທານຮ່ວມຂອງທ່ານ ປອ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີກະຊວງ ຍທຂ ​ແລະ ທ່ານ ​ເພັງ​ນິລັນ ຄຳພັນເພັງ ຮອງ​ເຈົ້າ​ແຂວງ ​ແຂວງ​ໄຊ​ຍະ​ບູລີ; ມີທ່ານຫົວໜ້າກົມ, ມີທ່ານຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຄະນະພະແນກ ຍທຂ; ມີບັນດາທ່ານຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ; ມີທ່ານເຈົ້າເມືອງ-ຮອງເຈົ້າເມືອງ, ບັນດາທ່ານຫົວໜ້າຫ້ອງການ ຍທຂ ເມືອງ ທົ່ວແຂວງໄຊຍະບູລີ, ພະນັກງານວິຊາການຂອງພະແນກ ຍທຂ ແຂວງໄຊຍະບູລີ ແລະ  ຕະຫຼອດເຖິງຫົວໜ້າບໍລິສັດລັດວິສາຫະກິດ ແລະ ບໍລິສັດເອກະຊົນເຂົ້າຮ່ວມ.


 


  ກອງປະຊຸມວຽກງານ ໂຍທາທິການ ແລະ ຂົນສົ່ງ ທົ່ວແຂວງໄຊຍະບູລີ ປະຈຳປີ 2016 ແລະ ທິດທາງແຜນການປີ 2017 ຄັ້ງນີ້ ຈະດຳເນີນເປັນເວລາ 2 ວັນເຕັມ, ​ໂດຍທ່ານແພງຊ້ອຍ ແພງເມືອງ ຫົວໜ້າພະແນກໂຍທາແຂວງ; ເຊິ່ງກ່ອນອື່ນທ່ານໄດ້ຍົກໃຫ້ເຫັນ ຜົນງານດ້ານດີ-ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ຈາກການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາການສະເພາະໃນໄລຍະຜ່ານມາ. ທ່ານຍັງໄດ້ກ່າວຕື່ມອີກວ່າ: ທົ່ວແຂວງມີຕາໜ່າງເສັ້ນທາງຄົມມະນາຄົມຍາວທັງໝົດ 3.000 ກວ່າກິ​ໂລ​ແມັດ. ໃນນັ້ນທາງຫຼວງແຫ່ງຊາດຍາວ 500 ກວ່າກິ​ໂລ​ແມັດ. ທາງຫຼວງທ້ອງຖິ່ນ 2.700 ກວ່າກິ​ໂລ​ແມັດ ແລະ ແຍກເປັນທາງປູຢາງຂົ້ວ 83 ກວ່າກິ​ໂລ​ແມັດ, ປູຢາງ 2 ຊັ້ນ 855 ກວ່າກິ​ໂລ​ແມັດ, ປູຫີນ ແລະ ປູດິນທຳມະຊາດ 2.000 ກວ່າກິ​ໂລ​ແມັດ, ທົ່ວແຂວງມີເສັ້ນທາງເຂົ້າເຖິງ 430 ບ້ານ. ໃນນັ້ນເສັ້ນທາງທີ່ສາມາດທຽວໄດ້ 2 ລະດູມີ 355 ບ້ານ, ບໍລິມາດຂົນສົ່ງສິນຄ້າເທົ່າກັບ 95% ຂອງແຜນການ, ການຂົນສົ່ງໂດຍສານເທົ່າກັບ 105 % ຂອງແຜນການ, ພາຫະນະທາງບຸກທີ່ຂຶ້ນທະບຽນທັງໝົດ 2.500 ກວ່າຄົນ, ທາງນໍ້າ 16 ລຳ. ໃນສົກ 2015-2016 ຜ່ານມາມີໂຄງການກໍ່ສ້າງພື້ນຖານໂຄງລ່າງທີ່ອານຸມັດທັງໝົດມີ 123 ໂຄງການ, ລວມມູນຄ່າ 1.200 ຕື້ກວ່າກີບ, ໂຄງການລັດຖະບານມອບໃຫ້ແຂວງຄຸ້ມຄອງມີ 108 ໂຄງການ. ມູນຄ່າ 737 ຕື້ກວ່າກີບ. ປະຕິບັດສຳເລັດແລ້ວ 100 % ມີ 87 ໂຄງການ ມູນຄ່າ 631 ຕື້ກວ່າກີບ ທຽບໃສ່ແຜນການປີເທົ່າກັບ 85,67 %. ກອງປະຊຸມຜູ້ເຂົ້າຮ່ວມຍັງຈະໄດ້ຜັດປ່ຽນກັນຂຶ້ນ ປະກອບຄຳຄິດຄຳເຫັນໃສ່ບົດສະຫຼຸບເພື່ອໃຫ້ບົດດັ່ງກ່າວມີເນື້ອໃນຄົບຖ້ວນ.


 


 ໂດຍປະຕິບັດຕາມພາລະບົດບາດໜ້າທີ ແລະ ຄວາມຮັບຜິດຊອບ ຂອງພະແນກ ຍທຂ ແຂວງໄຊຍະບູລີໄດ້ສຸມໃສ່ປະຕິບັດບັນດາຄາດໝາຍສູ້ຊົນໃນແຕ່ລະດ້ານໃຫ້ສຳເລັດຕາມຄາດ ໝາຍ; ເຖຶ່ງວ່າຈະພົບບັນຫາ ຄວາມຫຍຸ້ງຍາກ ແລະ ສິ່ງທ້າທ້າຍຫຼາຍດ້ານເປັນຕົ້ນຄື: ສະພາບເສດຖະກິດ-ການເງິນຂອງພາກພື້ນ ແລະ ພາຍໃນປະເທດມີຄວາມຫຍຸ້ງຍາກ ຊຶ່ງສົ່ງຜົນສະທ້ອນຕໍ່ການພັດທະນາພື້ນຖານໂຄງລ່າງອຂງແຂວງເປັນຈຳນວນບໍ່ໜ້ອຍ, ແຕ່ງເຖິ່ງແນວໃດກໍ່ຕາມໂດຍພາຍໃຕ້ການຊີ້ນຳໆພາ ຂອງອົງຄະນະພັກແຂວງ ແລະ ການສະໜັບສະໜູນດ້ານທຶນຮ້ອນ-ເຕັກນິກວິຊາການຈາກກະຊວງ ໂຍທາທິການ ແລະ ຂົນສົ່ງ ແລະ ພາກສ່ວນທີ່ກ່ຽວຂ້ອງ.


 ກອງປະຊຸມ​ໃນ​ຄັ້ງ​ນີ້ ແມ່ນເພື່ອສະຫລຸບຕີລາຄາປະເມີນຜົນການຈັດຕັ້ງປະຕິບັດວຽກງານ ໂຍທາທິການ ແລະ ຂົນສົ່ງ ທົ່ວແຂວງໄຊຍະບູລີ ປະຈຳປີ 2015 ແລະ 2016 ແລະ ວາງທິດທາງ​ແຜນການພັດທະນາປະຈຳ​ປີ 2017 ຂອງຂະແໜງໂຍທາທິການ ແລະ ຂົນສົ່ງ ແຂວງໄຊຍະບູລີ ແລະ ສັງລວມຄວາມຄືບໜ້າການແກ້ໄຂບັນຫາຄົງຄ້າງຂອງຂະແໜງການ ຍທຂ ຂອງແຂວງ. ນອກຈາກນັ້ນ, ກອງປະຊຸມຍັງຈະໄດ້ພ້ອມກັນຄົ້ນຄວ້າ ແລະ ປຶກສາຫາລື ກ່ຽວກັບວຽກງານຂອງຂະແໜງ ຍທຂ ຂອງແຂວງໄຊຍະບູລີໃນຕໍ່ໜ້າ. ຫຼັງ​ຈາກ​ນັ້ນ ວັນ​ທີ 31 ມີນາ 2017 ທ່ານ ຮອງລັດຖະມົນຕີ ກະຊວງ ຍທຂ ​ໄດ້​ເດີນທາງ​ໄປ​ກວດກາ​ສະພາບ​ເສັ້ນທາງ​ແຕ່ເມືອງປາກ​ລາຍ-​ເມືອງ​ທົ່ງ​ມີ​ໄຊ. ວັນ​ທີ1 ​ເມສາ 2017 ທ່ານ ຮອງ​ລັດຖະມົນຕີກະຊວງ ຍທຂ ​ໄດ້​​ໄປຢ້ຽມຢາມ​ໂຄງການ​ກໍ່ສ້າງປ້ອງ​ກັນ​ຕະຝັ່ງ​ເຈື່ອນ​ທີ ​ເມືອງ​ແກ່ນ​ທ້າວ(​ແຄມ​ນ້ຳ​ເຫື່ອ​ງ)ຊາຍ​ແດນ​ລາວ-​ໄທ ​ແລະ ​ໃນ​ວັນ​ດຽວ​ກັນນັ້ນ ​ທ່ານ ຮອງ​ລັດຖະມົນຕີ ກໍ່​ໄດ້​ເຂົ້າ​ຮ່ວມ​ພິທີ​ເທ​ເບ​ຕົງໜ້າ​ຂົວ ຂອງ​ໂຄງການ​ກໍ່ສ້າງຂົວ​ຂ້າມ​ນ້ຳຂອງ​ປາ​ລາຍ(ນາ​ສັກ-​ໂຄກ​ເຂົ້າດໍ), ​ແຂວງ​ໄຊ​ຍະ​ບູລີ. 

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250