ຂ່າວຕ່າງແຂວງ

ການຄຸ້ມຄອງ ແລະ ຕອບໂຕ້ຕໍ່ການປ່ຽນແປງສະພາບອາກາດສຳລັບ ເສັ້ນທາງ, ທີ່ພະແນກ ຍທຂ ແຂວງອຸດົມໄຊ ຄັ້ງວັນທີ່ 11-15 ກັນຍາ 2017

2017-09-20 - Administrator


ໃນ​ປະ​ຈຸ​ບັນ, ບັນ​ດາ​ເສັ້ນ​ທາງ​ຊົນ​ນະ​ບົດ ແມ່ນ​ມີ​ຄວາມ​ສ່ຽງ​ສູງ ຈາກ​ໄພ​ຂົມ​ຂູ່​ຂອງ​ການ​ປ່ຽນ​ແປງ​ສະ​ພາບ​ອາ​ກາດ ເຊັ່ນ ດິນ​ເຈື່ອນ, ນ້ຳ​ສຸ​ໄຫຼ​ແຮງ, ນ້ຳ​ຖ້ວມ, ພະ​ຍຸ ແລະ ອື່ນໆ ຊື່ງ​ບັນ​ດາ​ເສັ້ນ​ທາງ​ເລົ່າ​ນັ້ນ ໄດ້​ກໍ່​ສ້າງ​ໂດຍ​ງົບ​ປະ​ມານ​ທີ່​ຈຳ​ກັດ ແລະ ນຳ​ໃຊ້​ເຕັກ​ນິກ​ທີ່ບໍ່​ສາ​ມາດ​ຕ້ານ​ທານ​ກັບ​ການ​ປ່ຽນ​ແປງ​ສະ​ພາບ​ອາ​ກາດໄດ້ ສ້າງ​ຜົນ​ກະ​ທົບ ແລະ ຜົນ​ເສຍ​ຫາຍ​ອັນ​ໃຫ​ຍ່ຫຼວງ​ຕໍ່​ເສັ້ນ​ທາງ​ຊົນ​ນະ​ບົດ. ກະຊວງໂຍທາທິການ ແລະ ຂົນສົ່ງ (ກະຊວງ ຍທຂ)  ໃນ​ນາມ​ຜູ້​ເປັນ​ເຈົ້າ​ການ ໃນ​ການກໍ່​ສ້າງ ແລະ ບູ​ລະ​ນະ​ຮັກ​ສາ​ເສັ້ນ​ທາງ ແມ່ນ​ເຫັນ​ໄດ້​ຄວາມ​ສຳ​ຄັນ​ດັ່ງ​ກ່າວ ແລະ ຈື່ງໄດ້​ຖື​​ເອົາ​ການ​ຮັບ​ມື/ການ​ຕ້ານ​ທານ ​ຕໍ່​ການ​ປ່ຽນ​ແປງ​ສະ​ພາບ​ອາ​ກາດເປັນ​ບູ​ລິ​ມະ​ສິດ​ທີ່​ສຳ​ຄັນ.


ສະຖາບັນຝຶກອົບຮົມ ໂຍທາທິການ ແລະ ຂົນສົ່ງ (ສຝຍຂ) ແມ່ນມີໜ້າທີ່ເປັນເສນາທິການ ໃຫ້ແກ່ກະຊວງ ໂຍທາທິການ ແລະ ຂົນສົ່ງ (ກະຊວງ ຍທຂ) ເປັນເຈົ້າການ ໃນການຈັດຝຶກອົບຮົມໃຫ້ແກ່ພະນັກງານ ວິຊາການຂະແໜງ ຍທຂ ໃນຂອບເຂດທົ່ວປະເທດ. ສະ​ຖາ​ບັນ​ຝຶກ​ອົບ​ຮົມ ໂຍ​ທາ​ທິ​ການ ແລະ ຂົນ​ສົ່ງ​ໄດ້​ຖືກມອບ​ໝາຍ​ຈາກກະ​ຊວງ ໂຍ​ທາ​ທິ​ການ ແລະ ຂົນ​ສົ່ງ, ໂດຍ​ສະ​ເພ​າະ​ໂຄງ​ການ LRSP 2 ​ທີ່​ເຫັນ​ຄວາມ​ສຳ​ຄັນ​ໃນ​ການ​ຈັດ​ຫົວ​ຂໍ້​ຝຶກ​ອົບ​ຮົມ ​ການ​ຄຸ້ມ​ຄອງ ແລະ ຕອບ​ໂຕ້ຕໍ່ການປ່ຽນແປງສະພາບອາກາດສຳລັບເສັ້ນ​ທາງຊົນນະບົດ ໃຫ້​ແກ່​ພະ​ນັກ​ງານ​ວິ​ຊາ​ການ​ທີ່​ພວມ​ເຮັດ​ວຽກ​ກ່ຽວ​ກັບ​ເສັ້ນ​ທາງ. ການຝຶກອົບຮົມ ຫົວຂໍ້ດັ່ງ​ກ່າວ ແມ່ນຄວາມຕ້ອງການຕົວຈິງຂອງພະນັກງານວິຊາການໃນຂະແໜງ ຍທຂ ໂດຍສະເພາະຜູ້ທີ່ເຮັດ ວຽກກ່ຽວກັບເສັ້ນທາງ. ສຝຍຂ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການສ້າງເນື້ອໃນຫຼັກສູດຝຶກອົບຮົມ ໃຫ້ແທດ ເໝາະກັບຄວາມຮັບຮູ້ ແລະ ຄວາມຕ້ອງການທາງດ້ານວິຊາການ ຂອງພະນັກງານຈາກ  ພະແນກ ຍທຂ 6 ແຂວງ ແລະ ຫ້ອງການ ຍທຂເມືອງ. ບັນດາບົດຮຽນທີ່ຈະນຳໃຊ້ເຂົ້າໃນການຝຶກອົບຮົມແມ່ນໄດ້ກະກຽມ ໂດຍຊ່ຽວຊານຕ່າງປະເທດ ພາຍໄຕ້ ໂຄງການ RIP 6 ແລະ ຈາກ​ປະ​ສົບ​ການ​ຕົວ​ຈິງ​ຂອງ​ຄູ​ຝຶກ​ພາຍ​ໃນ ກະ​ຊວງ ຍ​ທ​ຂ, ຊື່ງເອກະສານແມ່ນໄດ້ພັດທະນາຂື້ນໂດຍອີງໃສ່ຄວາມເໝາະສົມ ແລະ ຄວາມຕ້ອງການຂອງ ແຕ່ລະ ລະດັບວິຊາການ. 


​ການ​ຝຶກ​ອົບ​ຮົມ​ຫົວ​ຂໍ້: ການ​ຄຸ້ມ​ຄອງ ແລະ ຕອບ​ໂຕ້ຕໍ່ການປ່ຽນແປງສະພາບອາກາດສຳລັບເສັ້ນ​ທາງຊົນນະບົດ ທີ່​ພະ​ແນກ ຍ​ທ​ຂ ແຂວງ​ອຸ​ດົມ​ໄຊ ຄັ້ງ​ວັນ​ທີ່ 11-15 ກັນ​ຍາ 2017 ໄດ້​ຈັດ​ຂື້ນ​ພາຍ​ໃຕ້ການ​ເປັນ​ປະ​ທານ ຂອງ ທ່ານ ສີນວນ ຄຳດີ ຮັກສາການ ພະແນກ ຍທຂ ແຂວງອຸດົົມໄຊ ແລະ ເປັນ​ປະ​ທານ​ຮ່ວມ​ໂດຍ ທ່ານ ນາງ ສາຍ​ຄຳ ທຳ​ມະ​ໂນ​ສຸດ ຮອງ​ຫົວ​ໜ້າ ສະ​ຖາ​ບັນຝຶກອົບຮົມ ຍ​ທ​ຂ. ເຊີ່ງ​ມີ​ຜູ້​ເຂົ້າ​ຮ່ວມ​ຈາກ ພະ​ແນກ ຍ​ທ​ຂ ແຂວງ ແລະ ຫ້ອງ​ການ ຍ​ທ​ຂ​ເມືອງ ຂອງ ແຂວງ ​ຜົ້ງສາລີ, ອຸ​ດົມ​ໄຊ, ຫຼວງນໍ້າທາ ແລະ ໄຊ​ຍະ​ບູ​ລີ ທັງ​ໝົດ 45 ຄົນ. ​ການ​ຝຶກ​ອົບ​ຮົມ​ໃນ​ຄັ້ງ​ນີ້ ແມ່ນ​ຈະ​ເຮັດ​ໃຫ້ຜູ້​ເຂົ້າ​ຮ່ວມເຂົ້າໃຈແຈ້ງກ່ຽວ ກັບຫລັກການ ໃນການຮັບມືຕໍ່ການປ່ຽນແປງສະພາບດິນຟ້າອາກາດ; ສາ​ມາດຄຸ້ມຄອງເຫດການຕ່າງໆ ຈາກສະພາບດິນຟ້າອາກາດ ຕໍ່ການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ;   ການຕີລາຄາ ແລະ ສຶກສາເບີ່ງ ທາງເລືອກ: ວິທີທາງເລືອກ ໃນການປ້ອງກັນຕໍ່ການປ່ຽນແປງດິນຟ້າອາກາດສຳຫລັບການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ;ການອອກແບບທາງເລືອກໃນການຮັບມືຄວາມສ່ຽງສຳຫລັບການກໍ່ສ້າງ ແລະ ສ້ອມ ແປງເສັ້ນທາງ; ການກໍ່ສ້າງ ແລະສ້ອມແປງຈຸດທີ່ມີຄວາມສ່ຽງຈາກສະພາບດິນຟ້າອາກາດ.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250