ຂ່າວພາຍໃນກະຊວງ

ກອງປະຊຸມຝຶກອົບຮົມແມ່ຍິງກັບການຄຸ້ມຄອງນຳພາ

2020-09-18 - Administrator


    ກອງປະຊຸມຝຶກອົບຮົມ “ແມ່ຍິງກັບການຄຸ້ມຄອງນຳພາ” ໄດ້ຈັດຂື້ນໃນວັນທີ 16 ກັນຍາ 2020 ທີ່ສະຖາບັນຝຶກອົບຮົມ ຍທຂ, ໂດຍການເປັນປະທານຂອງທ່ານ ສີລິພອນ ອິນທິລາດ ຫົວໜ້າສະຖາບັນຝຶກອົບຮົມ ຍທຂ ແລະ ທ່ານ ນາງ ຈັນຖະໜອມ ສຸລີໂຍ ຮອງຫົວໜ້າຫ້ອງການ, ມີບັນດາກົມ, ກອງ, ​ຫ້ອງ​ການ, ສະຖາບັນ ພາກສ່ວນລະ 1 ທ່ານ ເຂົ້າຮ່ວມໃນການຝຶກອົບຮົມໃນຄັ້ງນີ້.



    ວຽກງານສົ່ງເສີມຄວາມກ້າວໜ້າແມ່ຍິງ-ເດັກນ້ອຍ ແມ່ນວຽກງານໜື່ງທີ່ສຳຄັນ ແລະນອນໃນຍຸດທະສາດການພັດທະນາ ຕາມແນວທາງນະໂຍບາຍຂອງ ພັກ-ລັດຖະບານ ເຊິ່ງສະແດງອອກຢູ່ບ່ອນວ່າໄດ້ມີການແຕ່ງຕັ້ງຄະນະກຳມະການລະດັບຊາດກ່ຽວກັບວຽກງານດັ່ງກ່າວ, ໂດຍແມ່ນ ທ່ານ ປອ. ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ເປັນປະທານ ແລະ ຊີ້ນຳໂດຍກົງ, ສະນັ້ນ, ຫົວຂໍ້ທີ່ຈະຈັດຝຶກອົບຮົມໃນຄັ້ງນີ້ ຖືວ່າເປັນບົດຮຽນທີ່ສຳຄັນຫຼາຍໃນການພັດທະນາແມ່ຍິງຂອງ ກະຊວງ ຍທຂ ໃຫ້ກາຍເປັນພະນັກງານຫຼັກແຫຼ່ງຄຸ່ມຄອງ-ນໍາພາໃນອານາຄົດ ຕາມແນວທາງນະໂຍບາຍຂອງລັດຖະບານ; ເນື້ອໃນຫົວຂໍຝຶກອົບຮົມໃນ​ຄັ້ງ​ນີ້​ປະ​ກອບ​ມີ: ຮັບຟັງການລາຍງານ ການຈັດຕັ້ງປະຕິບັດແຜນຍຸດທະສາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ເດັກ-ນ້ອຍ; ຮຽນຮູ້ທັກສະ ແລະ ຄຸນລັກສະນະການເປັນພະນັກງານນຳພາທີ່ດີ ແລະເນື້ອໃນອື່ນໆ ຕາມຫົວຂໍ້ທີ່ໄດ້ລະບຸໄວ້ໃນກອງປະຊຸມ; ແລະ ພິເສດ ຈະໄດ້ຮັບຟັງການບັນລະຍາຍກ່ຽວກັບ ການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານເພດຍິງ ທີ່ຕິດພັນກັບການກຳນົດຕໍາແໜ່ງງານຈາກ ທ່ານ ສີພຸກ ວົງພັກດີ ອະດີດຮອງລັດຖະມົນຕີ ກະຊວງ ພາຍໃນ. ກອງປະຊຸມໃນຄັ້ງນີ້ຈະໄດ້ດຳເນີນໄປເປັນເວລາ 3 ວັນ ແຕ່ວັນທີ 16–18 ກັນຍາ 2020.



ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250