ຂ່າວຕ່າງແຂວງ

ກອງປະຊຸມໃຫຍ່ຄັ້ງທີ IV ຂອງໜ່ວຍຊາວໜຸ່ມຮາກຖານ ພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງອັດຕະປື

2017-01-17 - Administrator



















 ກອງ​ປະຊຸມ​ໃຫຍ່​ຂອງ​ໜ່ວຍ​ຊາວ​ຮາກ​ຖານໜຸ່ມພະ​ແນ​ກ ​ໂຍທາ​ທິການ ​ແລະ ຂົນ​ສົ່ງ​ແຂວງອັດ​ຕະປື ຄັ້ງ​ທີ IV ​​ໄດ້​ຈັດ​ຂື້ນ​ໃນ​ວັນ​ທີ 8 ​ທັນ​ວາ 2016 ທີ່​ຫ້ອງ​ປະຊຸມ​ພະ​ແນ​ກ ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຂວງ, ​ໂດຍ​ການ​ເປັນ​ປະທານ ຂອງ​ ສະຫາຍ ​ຄຳ​ປະດິດ ສີ​ຊາ​ນົນ ​ຄະນະ​ປະຈຳ​ຄະນະ​ບໍລິຫານ​ງານ​ຊາວ​ໜຸ່ມ​ແຂວງ, ເລຂາ​ໜ່ວຍ​ຊາວ​ໜຸ່ມຮາກ​ຖານ​ພະ​ແນ​ກ ​ໂຍທາ​ທິການ ​ແລະ ຂົນ​ສົ່ງ. ກອງ​ປະຊຸມ​ຍັງ​ໄດ້​ເປັນ​ກຽດ​ຢ່າງ​ສູງ ຕ້ອນຮັບ​ ສະຫາຍ ​ເພັດ​ມີ​​ໄຊ ຄຳພັກ​ດີ ກຳມະການ​ພັກ​ແຂວງ​ເລຂາ​ຄະນະ​ພັກ​ຮາກ​ຖານ​ພະ​ແນ​ກ ຍທຂ; ສະຫາຍ ສູນ​ນະຄອນ ​ແກ້ວ​ວຽງ​ຄຳ ປະທານ​ກວດກາຄະນະ​ພັກ​ຮາກ​ຖານ ພະ​ແນ​ກ ຍທຂ ​ແລະ ສະຫາຍ ​ອ໋ອງຄຳ ຄູນ​ສະ​ໄໝ ຮອງ​ເລຂາຊາວ​ໜຸ່ມ​ແຂວງ, ມີບັນດາ​ສະຫາຍ​ຜູ້​ຕາງໜ້າຈາກ ໜ່ວຍ​ຊາວ​ໜຸ່ມຮາກ​ຖານ​ພະ​ແນ​ກກະສິກຳໜ່ວຍ​ກຳມະບານ, ​ແມ່ຍິງ, ​ຂະ​ແໜງ​ການ​ພາຍ​ໃນ​ພະ​ແນ​ກ ຍທຂ ​ແລະ ສຳມະ​ຊິກ​ຊາວ​ໜຸ່ມ​ພາຍ​ໃນ​ພະ​ແນ​ກ ຍທຂ ​​ເຂົ້າ​ຮ່ວມ​ທັງ​ໝົດ45ສະຫາຍ,ຍິງ 11 ສະຫາຍ.

     ກອງ​ປະຊຸມ​ໄດ້​ຜ່ານ​ບົດ​ສະຫຼຸບ​ການຈັດ​ຕັ້ງ​ຂໍ້​ແຂ່ງຂັນ 4 ບຸກປະຈຳ​ປີ2015, ບົດ​ລາຍ​ງານ​ການ​ເມືອງ​ຂອງ​ໜ່ວຍຊາວ​ໜຸ່ມຮາກ​ຖານ​ຕໍ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ IV, ບົດ​ສຳ​ຫຼວດຂອງ​ຄະນະ​ໜ່ວຍຊາວ​ໜຸ່ມຮາກ​ຖານຄັ້ງ​ທີ III. ຈາກ​ນັ້ນກອງ​ປະຊຸມ​ກໍ່​ໄດ້​ຄົ້ນ​ຄວ້າ ​ແລະ ປະກອບ​ຄຳ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາ ດ້ວຍ​ຄວາມ​ຮັບຜິດຊອບ​ສູງ ຂອງ​ບັນດາສະຫາຍ​ຜູ້​ແທນ ກອງ​ປະຊຸມ ​ເປັນ​ການ​ສະຫຼຸ​ບຕີລາຄາ​ຄືນ ​ໃນ​ການຈັດ​ຕັ້ງ​ປະຕິບັດ ວຽກ​ງານ​ອົງການ​ຈັດ​ຕັ້ງ​ຊາວ​ໜຸ່ມ ​ໃນ​ໄລຍະ​3ປີຜ່ານ​ມາ(2013-2016) ​ແລະ ກໍານົດ​ທິດ​ທາງ​ແຜນການ 3 ປີ​ຕໍ່ໜ້າ (2016-2019)ຜ່ານ​ການ​ຄົ້ນຄວ້າ​ປືກສາ​ຫາລື ກ່ຽວ​ກັບ​ບັນຫາ​ຕ່າງ​ໆ​ທີ່​ໄດ້​ຍົກ​ຂື້ນ ​ໃນ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ IV ຂອງ​ໜ່ວຍຊາວ​ໜຸ່ມຮາກ​ຖານ​ພະ​ແນ​ກ ຍທຂ ​ແຂວງ, ພ້ອມ​ກັນ​ນັ້ນ​ກອງ​ປະຊຸມ ຍັງ​ໄດ້​ຕົກລົງ​ຮັບຮອງ​ເອົາ​ບັນດາ​ເນື້ອ​ໃນ​ເອກະສານ​ຕ່າງໆ​ດັ່ງ​ນີ້:

 ເຫັນ​ດີຮັບຮອງຜົນ​ການ​ເລືອກ​ຕັ້ງ ຄະນະ​ໜ່ວຍ​ຊາວ​ໜຸ່ມຮາກ​ຖານຊຸດ​ທີ IV ​ເຊີ່ງ​ປະກອບ​ມີ 5 ສະຫາຍ,ຍິງ 1  ສະຫາຍຄື:

1. ສະຫາຍ ຄຳປະດິດ ສີຊານົນ ​           ເປັນ​ເລຂາ

2. ສະຫາຍ ຄຳ​ພຸດ​ພະ​ໃສ ສີ​ສຸລາ​ດ         ເປັນ​ຮອງ​ເລຂາ

3. ສະຫາຍ ຄຳ​ພຸດ​ ສຽງສີ​ປະ​ເສີດ  ​        ເປັນ​ຮອງ​ເລຂາ

4. ສະຫາຍ ນາງ ສິລິ​ວັນ ອີນທິວົງ         ​ເປັນ​ປະທານ​ກວດກາ

5. ສະຫາຍ ສຳລານ​ສິນ ​ແສນ​ຂຸນ​ວົງ        ​ເປັນ​ຄະນະ​

 ກອງ​ປະຊຸມເຫັນ​ດີ​ຮັບຮອງ​ເອົາ​ບົດ​ສະຫຼຸບ​ການຈັດ​ຕັ້ງ​ຂະ​ບວນການ 4 ບຸກ​ໃນ 1 ປີຜ່ານມາ ​ແລະ ທິດ​ທາງ 1 ປີ​ຕໍ່ໜ້າ.  ເຫັນ​ດີ​ຮັບຮອງ ​ເອົາ​ບົດ​ລາຍການ​ເມືອງ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ IV ຂອງ​ໜ່ວຍ​ຊາວ​ໜຸ່ມຮາກ​ຖານ​ພະ​ແນ​ກ ຍທຂ​ຮັບຮອງ​ເອົາ​ມະຫາຊົນ​ກ້າວໜ້າ​ເຂົ້າ​ເປັນ​ສຳມະ​ຊິກ​ຊາວ​ໜຸ່ມ 4 ສະຫາຍ ​ແລະ ອະນຸມັດ​ຊາວ​ໜຸ່ມ​ທີ່​ກະ​ຊຽນອະ​ຍຸ ອອກ​ຈາກ​ອົງການ​ຈັດ​ຕັ້ງ​ຊາວ​ໜຸ່ມ 8 ສະຫາຍ;    ເອົາ​ໃຈ​ໃສ່​ປະຕິບັດ​ໜ້າ​ທີ່ວຽກ​ງານຂະ​ບວນການ ​ແລະ ​ວິຊາ​ສະ​ເພາະ​ທີ່​ການຈັດ​ຕັ້ງ​ຂັ້ນ​ເທີ​ງມອງ​ໝາຍ​ໃຫ້​ສຳ​ເລັດຜົນ ​ແລະ ມີ​ປະສິດ​ທີ່​ຜົນ​ສູງ ​ໂດຍສຸມ​ໃສ່​ເອົາ​ວຽກ​ງານ​ແນວ​ຄິດ​ເປັນ​ກົກ​ເອົາ​ໃຈ​ໃສ່​ວຽກ​ງານ​ກວດກາ, ລະບົບ​ສ່ອງ​ແສງ​ລາຍ​ງານ ​ແລະ ວຽກ​ງານ​ປ້ອງ​ກັນ ​ໃຫ້​ໄດ້​ຮັບ​ການ​ປັບປຸງ​ດີ​ຂື້ນເອົາ​ໃຈ​ໃສ່​​ຊີ້​ນຳ-ນຳພາ, ​ເອື້ອຍ​ອຳ​ນວຍ​ຄວາມ​ສະດວກ​ຈາກ ຄະນະ​ພັກ​ຮາກ​ຖານ, ຄະນະ​ນຳ​ພະ​ແນ​ກ ຍທຂ ອົງການ​ຈັດ​ຕັ້ງ ກຳມະບານ ​ແລະ ​ແມ່ນ​ຍິງ, ອົງການ​ຈັດ​ຕັ້ງ​ສັງຄົມ​ຕ່າງໆ ​ເພື່ອ​ຍາດ​ແຍ່ງ​ ການ​ຊ່ວຍ​ເຫຼື່ອ ສະໜັບສະໜູນດ້ານ​ງົບປະມານ, ພາຫາ​ນະ ​ແລະ ວັດຖຸ​ສິ່ງ​ຂອງ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ວຽກ​ງານ​ຕ່າງໆ.

  ກອງ​ປະຊຸມ​ຄັ້ງ​ນີ້​ຍັງ​ຖື​ເປັນ​ກຽດ​ຢ່າງ​ສູງ ຮັບ​ພັງ​ການ​ໂອ້​ລົມ, ຕັກ​ເຕືອນ, ​ໃຫ້​ທິດຊີ້​ນໍາຈາກ ສະຫາຍ ​ສູນ​ນະຄອນ ​ແກ້ວ​ວຽງ​ຄຳ ​ຄະນະ​ພັກ​ຮາກ​ຖານ ພະ​ແນ​ກ ຍທຂ ​ແລະ ສະຫາຍ ອ໋ອງຄຳ ຄູນ​ສະ​ໄໝ ຮອງ​ເລຂາ​ຄະນະ​ບໍລິຫານ​ງານ​ຊາວ​ໜຸ່ມ​ແຂວງ. ຊຶ່ງສະຫາຍໄດ້ຕີ​ລາຄາ ການ​ຊີ້​ນຳ-ນຳພາ​ຂອງ​ຄະນະ​ໜ່ວຍ​ຊາວ​ໜຸ່ມຮາກ​ຖານ ​ທີ່​​ເປັນ​ຕົວ​ແທນ​ໃຫ້​ແກ່​ສະ​ມາ​ຊິກຊາວ​ໜຸ່ມ ​ໃນ​ການ​ປະກອບສ່ວນ​ພັດທະນາ​ເສດຖະກິດ​ສັງຄົມ​ໃນ​ໄລຍະ​ຜ່ານ​ມາ. ພ້ອມ​ນັ້ນ ​ສະຫາຍ ​ຍັງ​ໄດ້​ຊີ້​ນຳ​ບາງ​ບັນຫາຕໍ່ຄະນະ​ໜ່ວຍຊາວ​ໜຸ່ມ​ຮາກ​ຖານຊຸດ​ໃໝ່ ​ແລະ​ ສະມາຊິກຊາວ​ໜຸ່ມ​ທຸກສະຫາຍ​ ເຊິ່ງມີ​ເນື້ອ​ໃນ​ດັ່ງ​ນີ້: ຄະນະ​ໜ່ວຍຊາວ​ໜຸ່ມຮາກ​ຖານ​ ຕ້ອງ​ໄດ້​ເພີ້​ມທະວີ​ການສຶກສາ​ອົບຮົມການ​ເມືອງ​ແນວ​ຄິດ​ໃຫ້ບັນດາ​ສະມາຊິກ​ຊາວ​ໜຸ່ມ​, ​ເປັນ​ເຈົ້າ​ການ​ຕິດຕາມ​ກວດກາ, ຊ່ວຍ​ວຽກ​ຄະນະ​ພັກ​ຮາກ​ຖານ, ຄະນະ​ພະ​ແນ​ກ​ໃນ​ການ​ຈັດ​ຕັ້ງປະຕິບັດວຽກ​ງານ ​ແລະ ​ປະກົດ​ການ​ຫຍໍ້​ທໍ້​ຕ່າງໆ. ນອກຈາກ​ນັ້ນ​ຕ້ອງ​ເພີ້​ມທະວີ​ຄວາມ​ຮັບຜິດຊອບ​ໃນ​ການ​ປະຕິບັດສິດ​ໜ້າ​ທີ່​ຂອງ​ຕົນ​ກໍຄືການ​ປະຕິບັດ​ແຜນການ​ຂອງ​ຄະນະ​ພັກວາງອອກ, ​ປະກອບສ່ວນ​ການ​ປະຕິບັດ​ລະບອບ​ນະ​ໂຍບາຍ​ຕ່າງໆ​ຂອງ​ລັດ, ​ເປັນກຳລັງ​ແຮງ​ໃນ​ຂະ​ບວນການ​ເຄື່ອນ​ໄຫວອອກ​ແຮງ​ງານ​ໃຫ້​ມີ​ຂະ​ບວນການທີ່ຟົດ​ຟື້ນ, ​ເປັນ​ຜູ້ນຳ​ພາ​ເຕົ້າ​ໂຮມ​ຄວາມ​ສາມັກຄີ, ຍົກ​ສູງ​ຈິດ​ໃຈ​​ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ, ​ແລະ ສ້າງ​ຄວາມ​ເຂັ້ມ​ແຂງດ້ວຍ​ຕົນ​ເອງ. ສະມາຊິກ​ຊາວ​ໜຸ່ມ​ຕ້ອງ​ເປັນ​ແບບຢ່າງ​ທີ່​ດີ​​ໃຫ້​ແກ່​ມະຫາຊົນ ​ແລະ​ ເປັນ​ຜູ້​ຫ້າວຫັນ​ໃນ​ຂະ​ບວນການຕ່າງໆ. ປະກອບສ່ວນ​​ເຂົ້າ​ໃນ​ການຈັດ​ຕັ້ງ​ປະຕິ​ບັດມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ III ຄະນະ​ພັກ​ຮາກ​ຖານ, ​ແຜນ​ພັດທະນາ​ເສດຖະກິດ​ສັງຄົມ​​ແຫ່ງ​ລັດ ຂອງ​ຂະ​ແໜງ ຍທຂ ກໍ່​ຄື​ເນື້ອ​ໃນ​ຈິດ​ໃຈ​ມະຕິ​ກອງ​ປະຊຸມ​​ໃຫຍ່​ຂອງ​ໜ່ວຍ​ຊາວ​ໜຸ່ມຮາກ​ຖານ​ພະ​ແນ​ກ ຍທຂ ຄັ້ງ​ທີ IV ນີ້​ໃຫ້​ປະກົດ​ຜົນ​ເປັນ​ຈິງ, ພ້ອມ​ດຽວ​ກັນ​ນີ້ ສະຫາຍ​ຍັງຝາກ​ຄວາມ​ຫັວງ​​ໃຫ້​ຄະນະໜ່ວຍຊາວ​ໜຸ່ມຊຸດ​ໃຫມ່ ​ຈະ​ນຳ​ໄປຈັດ​ຕັ້ງ​ຜັນ​ຂະຫຍາຍ ​ແລະ ​ຊີ້​ນຳ-ນຳພາ​ໃຫ້​ເກີດ​ດອກ​ອອກ​ຜົນ​ເປັນ​ກ້າວໆ.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250