ຂ່າວຕ່າງແຂວງ

ກອງປະຊຸມໃຫຍ່ ຄັ້ງທີ IV ຂອງກຳມະບານຮາກຖານ ພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງອັດຕະປື

2017-01-11 - Administrator











ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ IV ຂອງ​ກຳມະບານ​ຮາກຖານພະ​ແນ​ກ ​ໂຍທາ​ທິການ ​ແລະ ​ຂົນ​ສົ່ງ ​ແຂວງ​ອັດ​ຕະປືື ​ໄດ້​ໄຂ​ຂື້ນທີ​ຫ້ອງ​ປະຊຸມ ພະ​ແນ​ກ ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຂວງ​ອັດ​ຕະປື ​ໃນ​​ວັນ​ທີ 20 ທັນວາ 2016 ​ໂດຍ​​ເປັນ​ກຽດ​ເຂົ້າ​ຮ່ວມ​ ​ແລະ ​ເປັນ​ປະທານຂອງ​ ສະຫາຍ ​ເພັດມີໄຊ ຄຳພັກດີ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າ​ພະ​ແນ​ກ ​ໂຍທາ​ທິການ ​ແລະ ຂົນ​ສົ່ງ​ແຂວງອັດ​ຕະປື; ສະຫາຍ ພູສຽງ ເຫຼື່ອມມະໄລສີ ຮອງ​ປະທານ​ສະຫະພັນ​ກຳມະບານ​ແຂວງ​ອັດ​ຕະປື ​ແລະ ສະຫາຍ ​ຄຳເຟືອງ ແກ້ວມະນີ ປະທານ​ກຳມະບານ​ຮາກ​ຖານ​ພະ​ແນ​ກ ​ໂຍທາ​ທິການ ​ແລະ​ ຂົນ​ສົ່ງ​ແຂວງ​ອັດ​ຕະປື; ມີ​ບັນດາ​ສະຫາຍ​ສະມາຊິກ​ກຳມະບານ ​ແລະ ​ແຂກ​ທີ່​ຖືກ​ເຊີນ​ເຂົ້າ​ຮ່ວມ​ທັງ​ໝົດ 86 ສະຫາຍ, ຍິງ 22 ສະຫາຍ.


ກອງ​ປະຊຸມ​​ໄດ້​ຮັບ​ຟັງລາຍ​ງານ​ການ​ເມືອງຂອງ​ຄະນະ​ກຳມະບານ​ຮາກ​ຖານ​ພະ​ແນ​ກ​ ໂຍທາ​ທິການ ​ແລະ​ ຂົນ​ສົ່ງ​ແຂວງ ​ໃນ​ໄລຍະ​ 3 ປີ ຜ່ານມາ ​ແລະ​ ທິດ​ທາງ​ແຜນການ​ໃນ 3 ປີ​ຕໍ່ໜ້າ ( 2016-2019 ) ກອງ​ປະຊຸມ​​ໄດ້ຮັບ​ຟັງບົດ​ສຳ​ຫຼວດການ​ນຳ​ພາຂອງ​ຄະນະ​ກຳມະບານ​ຮາກ​ຖານ​ຊຸດ​ເກົ່າ ພ້ອມ​ດຽວ​ກັນ​ນັ້ນ​ກອງ​ປະຊຸມ​ຍັງ​ໄດ້​ດຳ​ເນີນ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ເອົາ​ຄະນະ​ກຳມະບານ​ຮາກ​ຖານ​ພະ​ແນ​ກ ​ໂຍທາ​ທິການ ​ແລະ​ ຂົນ​ສົ່ງ​ຊຸດ​ໃໝ່, ​ເຊິ່ງມີ​ຜູ້​ແທນ​ມີ​ສິດ​ລົງ​ຄະ​ແນນ​ສຽງ​ເລືອກ​ຕັ້ງ 82 ສະຫາຍ ​ແລະ​ ຜູ້​ລົງ​ສະໝັກ​ຮັບ​ເລືອກ​ຕັ້ງ ມີ 07 ສະຫາຍ ​ໃນ​ນັ້ນ​ເລືອກ​ເອົາ 05 ສະຫາຍ.


ກອງປະຊຸມ​​ໄດ້​ເລືອກ​ເອົາ 05 ສະຫາຍ ​ເຂົ້າ​ເປັນ​ຄະນະ​ກຳມະບານ​ຮາກ​ຖານ​ຊຸດ​ໃໝ່​​ໂດຍ​ມີ:


 1.   ສະ​ຫາຍ ວຽງທອງ ທຳມານຸວົງ          ​ເປັນປະທານ


2.   ສະ​ຫາຍ ໄຊອາລົມ ສີຫາວົງ            ​ເປັນຮອງປະທານ ແລະ ປະທານກວດກາ


3.   ສະ​ຫາຍ ປັນຍາ ວົງພູທອນ             ​ເປັນຄະນະ


4.   ສະ​ຫາຍ ທອງສຸກ ອາໄພຍະລາດ        ເປັນຄະນະ


5.   ສະ​ຫາຍ ນາງ ສັກດາພອນ ມະນີວົງ      ເປັນຄະນະ ແລະ ຮັບຜິດຊອບວຽກງົບປະມານ


 ​ກອງ​ປະຊຸມ​​ໄດ້ຮັບ​ຟັງ ການ​ໂອ້​ລົມ​ຂອງ​ສະຫາຍ ພູສຽງ ເຫຼື່ອມມະໄລສີ ຮອງປະທານ​ກຳມະບານ​ແຂວງ​, ເຊີ່ງ​ທ່ານ​ໄດ້ຕີ​ລາຄາ ການ​ຊີ້​ນຳ-ນຳພາ​ຂອງ​ຄະນະ​ໜ່ວຍ​ຮາກ​ຖານ​ກຳມະບານ​ທີ່​ໄດ້​ເປັນ​ຕົວ​ແທນ​ໃຫ້​ແກ່​ສະ​ມາ​ຊິກກຳມະບານ ​ໃນ​ການ​ປະກອບສ່ວນ​ພັດທະນາ​ເສດຖະກິດ​ສັງຄົມ​ໃນ​ໄລຍະ​ຜ່ານ​ມາ. ພ້ອມ​ນັ້ນ ​ສະຫາຍ ຮອງ​ປະທານ​ກຳມະບານ​ແຂວງ ​ຍັງ​ໄດ້​ຊີ້​ນຳ​ບາງ​ບັນຫາຕໍ່ຄະນະ​ກຳມະບານ​ຊຸດ​ໃໝ່ ​ແລະ​ ສະມາຊິກ​ທຸກສະຫາຍ​ເຊິ່ງມີ​ເນື້ອ​ໃນ​ດັ່ງ​ນີ້: ຄະນະ​ກຳມະບານ​ຮາກ​ຖານ​ຕ້ອງ​ໄດ້​ເພີ້​ມທະວີ​ການສຶກສາ​ອົບຮົມການ​ເມືອງ​ແນວ​ຄິດ​ໃຫ້​ຖັນ​ແຖວ​ພະນັກງານ​, ລັດຖະກອນ ​ເປັນ​ເຈົ້າ​ການ​ຕິດຕາມ​ກວດກາ ການ​ເລື່ອນ​ຊັ້ນ​ຂັ້ນ​ເງິນ​ເດືອນຊ່ວຍ​ວຽກ​ຄະນະ​ພັກ​ຮາກ​ຖານ, ຄະນະ​ພະ​ແນ​ກ​ໃນ​ການ​ກວດກາ​ວຽກ​ງານ ​ແລະ ​ປະກົດ​ການ​ຫຍໍ້​ທໍ້​ຕ່າງໆ. ນອກຈາກ​ນັ້ນ​ຕ້ອງ​ເພີ້​ມທະວີ​ຄວາມ​ຮັບຜິດຊອບ​ໃນ​ການ​ປະຕິບັດສິດ​ໜ້າ​ທີ່​ຂອງ​ຕົນ​ກໍຄືການ​ປະຕິບັດ​ແຜນການ​ຂອງ​ຄະນະ​ພັກວາງອອກ, ​ປະກອບສ່ວນ​ການ​ປະຕິບັດ​ລະບອບ​ນະ​ໂຍບາຍ​ຕ່າງໆ​ຂອງ​ລັດ, ​ເປັນຜູ້​ສ້າງ​ຂະ​ບວນການ​ເຄື່ອນ​ໄຫວອອກ​ແຮງ​ງານ​ໃຫ້​ມີ​ຂະ​ບວນການທີ່ຟົດ​ຟື້ນ, ​ເປັນ​ຜູ້ນຳ​ພາ​ເຕົ້າ​ໂຮມ​ຄວາມ​ສາມັກຄີ ​ແລະ​ ມີໜ້າ​ທີ່​ຂະຫຍາຍ​ສະມາຊິກ​ໃຫ້​ໄດ້​ຫຼາຍ. ສູ້​ຊົນ​ສ້າງ​ກອງ​ທຶນ​ພັດທະນາ​ອົງການ​ກຳມະບານ​ຢູ່​ຮາກ​ຖານ​ຂອງ​ຕົນເພື່ອຊວ່ຍເຫຼືອສະມາຊິກ​ເພື່ອ​ກຳມະບານ​ທີ່​ຍັງ​ທຸກ​ຍາກ ແລະ ດ້ອຍ​ໂອກາດ.ສະມາຊິກ​ກຳມະບານ​ຕ້ອງ​ເປັນ​ແບບຢ່າງ​ທີ່​ດີ​​ໃຫ້​ແກ່​ມະຫາຊົນ ​ແລະ​ ເປັນ​ຜູ້​ຫ້າວຫັນ​ໃນ​ຂະ​ບວນການຕ່າງໆ. ພ້ອມ​ດຽວ​ກັນ​ນີ້ ສະຫາຍ​ຍັງຝາກ​ຄວາມ​ຫັວງ​​ໃຫ້​ຄະນະ​ກຳມະບານ​ຮາກ​ຖານຊຸດ​ໃຫມ່ ​ຈະ​ນຳ​ໄປຈັດ​ຕັ້ງ​ຜັນ​ຂະຫຍາຍ ​ແລະ ​ຊີ້​ນຳ-ນຳພາ​ໃຫ້​ເກີດ​ດອກ​ອອກ​ຜົນ​ເປັນ​ກ້າວໆ.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250