ແຈ້ງການ ປິດການສັນຈອນຊົ່ວຄາວ, ທາງຫຼວງແຫ່ງຊາດເລກ 8

04/08/2023 - Sayphone


ໂດຍອີງຕາມແຈ້ງການຂອງ ພະແນກ ໂຍທາທິການ ແລະ ຂົນສົ່ງ, ແຂວງບໍລິຄໍາໄຊ ສະບັບເລກທີ 2997/ຍທຂ.ຂບຊ, ລົງວັນທີ 4 ສິງຫາ 2023

 

ແຈ້ງການ ປິດການສັນຈອນຊົ່ວຄາວ, ທາງຫຼວງແຫ່ງຊາດເລກ 8

ແຕ່ຊ່ວງກມ29+000 ຫາ ກມ 37+000 ( ເຂດພູຜາມ່ານ ), ຊ່ວງກມ 43+000 ຫາ ກມ 53+000

(ເຂດພູໄຮ) ເລີ່ມ ແຕ່ວັນທີ: 4 ສິງຫາ 2023 ເປັນຕົ້ນໄປ ຈົນກ່ວາຈະມີການແຈ້ງເພີ່ມເຕີມ.

 

ເຖິງ: ພະນັກງານ, ທະຫານ, ຕຳຫຼວດ, ພໍ່ແມ່ປະຊາຊົນ, ຕະຫຼອດຮອດພໍ່ຄ້າຊາວຂາຍ, ຜູ້ປະກອບ

      ການຂົນສົ່ງສິນຄ້າ, ຂົນສົ່ງໂດຍສານ ທີ່ນຳໃຊ້ເສັ້ນທາງຫຼວງແຫ່ງຊາດ ເລກ 8 ທີ່ນັບຖື.

ເລື່ອງ: ປິດການສັນຈອນຊົ່ວຄາວ, ທາງຫຼວງແຫ່ງຊາດເລກ 8, ແຕ່ຊ່ວງກມ29+000 ຫາ ກມ 37+000        

        ( ເຂດພູຜາມ່ານ ), ຊ່ວງກມ 43+000 ຫາ ກມ 53+000 (ເຂດພູໄຮ) ເລີ່ມ ແຕ່ວັນທີ: 4 ສິງຫາ

2023ເປັນຕົ້ນໄປ ຈົນກ່ວາຈະມີການແຈ້ງເພີ່ມເຕີມ.

 

- ອີງຕາມ ອີງຕາມສະພາບດິນຟ້າອາກາດໃນປະຈຸບັນເຫັນວ່າມີຝົນຕົກໜັກຕໍ່ເນື່ອງເຮັດໃຫ້ມີດິນ

  ເຈື່ອນຕັນທາງ ແລະ ນໍ້າຖ້ວມໃນບາງຈຸດ.

- ອີງຕາມ: ການຕົກລົງເຫັນດີຂອງ ຄະນະພະແນກໂຍທາທິການ ແລະ ຂົນສົ່ງ ແຂວງບໍລິຄໍາໄຊ ຄັ້ງ

  ວັນທີ 4 ສິງຫາ 2023 ເພື່ອປິດການສັນຈອນຊົ່ວຄາວໃນການສ້ອມແປງແກ້ໄຂການສັນຈອນ.

 

ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງບໍລິຄຳໄຊ, ຂໍຖືເປັນກຽດແຈ້ງມາຍັງ ອຳນາດການປົກຄອງພະນັກງານ, ທະຫານ, ຕຳຫຼວດ, ພໍ່ແມ່ປະຊາຊົນ, ຕະຫຼອດຮອດ ນັກທຸລະກິດ, ພໍ່ຄ້າຊາວຂາຍ, ຜູ້ປະກອບ ການຂົນສົ່ງສິນຄ້າ, ຂົນສົ່ງໂດຍສານ, ແລະ ນັກທ່ອງທ່ຽວທີ່ນຳໃຊ້ເສັ້ນທາງຫຼວງແຫ່ງຊາດ ເລກ 8 ຊາບວ່າ: ໃນປະຈຸບັນສະພາບດິນຟ້າອາກາດມີຝົນຕົກໜັກຕໍ່ເນື່ອງເຮັດໃຫ້ມີດິນເຈື່ອນຕັນທາງ ແລະ ນໍ້າຖ້ວມໃນບາງຈຸດເຮັດໃຫ້ການສັນຈອນຖືກຕັດຂາດ. ໃນປະຈຸບັນນີ້ທາງໂຄງການກຳລັງຂຸ້ນຂ້ຽວໃນການແກ້ໄຂ, ສະນັ້ນ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງບໍລິຄຳໄຊ ກໍ່ຄືໂຄງການສ້ອມແປງທາງຫຼວງແຫ່ງຊາດພວກເຮົາ ຈະໄດ້ປີດການສັນຈອນເພື່ອທຳການແກ້ໄຂ ເລີ່ມແຕ່ທີ 4 ສິງຫາ 2023 ເປັນຕົ້ນໄປຈົນກ່ວາຈະແກ້ໄຂໄດ້ສຳເລັດ

ດັ່ງນັ້ນ,ຈື່ງແຈ້ງມາຍັງບັນດາທ່ານເພື່ອຮັບຊາບ ແລະ ໃຫ້ຄວາມຮ່ວມມືນຳພວກເຮົາໃນການຈັດຕັ້ງປະຕິບັດໃນຄັ້ງນີ້.







ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250