ຂ່າວກິດຈະກຳຕ່າງໆ

ກົມຂົນສົ່ງ ກະຊວງ ຍທຂ ລົງໂຄສະນາເຜີຍແຜ່, ປູກຈິດສໍານຶກ ແລະ ການນໍາໃຊ້ກົດໝາຍ ດ້ານຄວາມປອດໄພທາງຫຼວງ ໃຫ້ກັບນ້ອງໆນັກຮຽນ

2021-04-12 - Administrator

ໃນຕອນເຊົ້າຂອງວັນທີ 9 ເມສາ 2021 ກົມຂົນສົ່ງ ກະຊວງ ຍທຂ, ສົມທົບກັບ ກົມຕໍາຫຼວດ ຈາລະຈອນ ກະຊວງ ປກສ ລົງໂຄສະນາເຜີຍແຜ່, ປູກຈິດສໍານຶກ ແລະ ການນໍາໃຊ້ກົດໝາຍ ດ້ານຄວາມປອດໄພທາຫຼວງ ໃຫ້ກັບນ້ອງໆນັກຮຽນຢູ່ 2 ໂຮງຮຽນຄື: ມປ ອີໄລ ເມືອງນາຊາຍທອງ ແລະ ມສ ໂພນໂຮງ ເມືອງໂພນໂຮງ, ມີຕ່າງໜ້າຈາກກົມຂົນສົ່ງ ກະຊວງ ຍທຂ, ຕ່າງໜ້າກົມຕໍາຫຼວດຈາລະຈອນ ກະຊວງ ປກສ, ບັນດາອໍານາກການປົກຄອງເມືອງ, ຄູອາຈານ ແລະ ນ້ອງໆນັກຮຽນເຂົ້າຮ່ວມ.






ໃນການລົງໂຄສະນາເຜີຍແຜ່ໃນຄັ້ງນີ້, ແມ່ນເນັ້ນໃຫ້ນັກຮຽນໄດ້ມີສະຕິໃນການຂັບຂີ່, ໃນໄລຍະບຸນປີໃໝ່, ບໍ່ສະເພາະແຕ່ບຸນປີໃໝ່ເທົ່ານັ້ນ, ຕ້ອງປະຕິບັດກົດລະບຽບຈາລະຈອນຢ່າງເຂັ່ງຂັດ, ຄວນໃຫ້ມີສະຕິລະວັງຕົວ ໃນການຂັບຂີ່ຢ່າງປອດໄພ ແລະ ໃສ່ໝວກກັນທະທົບທຸກຄັ້ງໃນເວລາຂັບຂີ່ລົດຈັກ, ໃນກິດຈະກໍາດັ່ງກ່າວໄດ້ມີການນໍາສະເໜີ ສະຖິຕິການເກີດອຸບັດຕິເຫດໃນແຕ່ລະປີ ແລະ ສະຖິໃນ 3 ເດືອນຕົ້ນປີ 2021 ນີ້, ອຸປະຕິເຫດສູງຫຼາຍ, ໃນການລົງໂຄສະນາຢູ່ສອງໂຮງຮຽນີ້: ໄດ້ມີກິດຈະກໍາໃຫ້ນັກຮຽນໄດ້ມີສ່ວນຮ່ວມ, ເຊັ່ນການຕອບຄໍາຖາມເອົາໝວກກັນກະທົບ, ເສື້ອຢືດ, ພວງກະແຈ ແລະ ຖົງກັນນໍ້າ...ນັກຮຽນກໍ່ມີຄວາມກະຕືລືລົ້ນໃນການຕອບຄໍາຖາມ ໃນການມີສ່ວນຮ່ວມໃນກິດຈະກໍາ.





ສະນັ້ນ ເພື່ອເປັນການຫຼຸດຜ່ອນ ອຸບັດຕິເຫດໃນໄລຍະບຸນປີໃໝ່ທີ່ໃກ້ຈະມາເຖິງນີ້, ທາງກົມຂົນສົ່ງ ກະຊວງ ຍທຂ ຮ່ວມມືກັບກົມຕໍາຫຼວດຈາລະຈອນ ແລະ ຫຼາຍພາກສ່ວນ ບໍ່ວ່າຈະເປັນຊາວໜູ່ມ ກໍາມະບານ ແລະ ແມ່ນຍິງ ໄດ້ລະລົງເຜີຍແຜ່ວຽກງານຄວາມປອດໄພທາງທ້ອງຖະໜົນຫຼວງ ເພື່ອໃຫ້ນັກຂັບຂີ່ມີສະຕິລະວັງຕົວ ເປັນເຈົ້າການນໍາກັນ ໃນການຂັບຂີ່ປອດໄພ.









ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250