ຂ່າວກິດຈະກຳຕ່າງໆ

ການຝຶກຊ້ອມການສວນສະໜາມສະເຫຼີມສະຫຼອງສອງວັນປະວັນສາດ ປີ 2015 ຂອງກ້ອນກຳລັງສວນສະໜາມຂອງກະຊວງ ໂຍທາທິການ ແລະ ຂົນສົ່ງ, ວັນທີ 14 ພະຈິກ 2015.

2015-11-18 - Administrator



 ການຝຶກຊ້ອມການສວນສະໜາມສະເຫຼີມສະຫຼອງສອງວັນປະວັນສາດ ປີ 2015 ຂອງກ້ອນກຳລັງສວນສະໜາມ ຂອງກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ເລີ້ມຕົ້ນໃນຕອນບ່າຍວັນທີ 14 ສິງຫາ 2015 ເປັນຕົ້ນມາ ຊຶ່ງກ້ອນກໍາລັງສວນສະໜາມຂອງ ຍທຂ ມີຈໍານວນ ທັງໝົດ 447 ຄົນ ໄດ້ພ້ອມກັນຝຶກສ້ອມໃນທຸກວັນສຸກ ຕອນ ບ່າຍ ແລະ ວັນເສົາ ຕອນເຊົ້າ, ແຕ່ວັນທີ 14 ສິງຫາ ມາຮອດວັນທີ 14 ພະຈິກ 2015 ໂດຍເຫັນວ່າກ້ອນກຳລັງສວນ ສະໜາມມີຄວາມພ້ອມພຽງກັນດີ, ເປັນເອກະພາບກັນ ແລະ ພ້ອມພາກັນມາຝຶກຊ້ອມເປັນ ປົກກະຕິຕາມວັນ ເວລາທີຫົວໜ້າກ້ອນສວນສະໜາມກະຊວງກຳນົດໃຫ້ ແລະ ນີ້ແມ່ນພາບບັນຍາກາດການ​ຝຶກຊ້ອມການເດີນສວນ ສະໜາມຂອງກ້ອນກຳລັງສວນສະໜາມຂອງ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໃນວັນທີ 14 ພະຈິກ 2015.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250