ຂ່າວກິດຈະກຳຕ່າງໆ

ການຝຶກຊ້ອມການສວນສະໜາມສະເຫຼີມສະຫຼອງສອງວັນປະວັນສາດ ປີ 2015 ຂອງກ້ອນກຳລັງສວນສະໜາມຂອງກະຊວງ ໂຍທາທິການ ແລະ ຂົນສົ່ງ, ວັນທີ 7 ພະຈິກ 2015.

2015-11-13 - Administrator











   ການຝຶກຊ້ອມການສວນສະໜາມສະເຫຼີມສະຫຼອງສອງວັນປະວັນສາດ ປີ 2015 ຂອງກ້ອນກຳລັງສວນສະໜາມ ຂອງກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ເລີ້ມຕົ້ນໃນຕອນບ່າຍວັນທີ 14 ສິງຫາ 2015 ເປັນຕົ້ນມາ ຊຶ່ງກ້ອນກໍາ ລັງສວນສະໜາມຂອງ ຍທຂ ມີຈໍານວນ ທັງໝົດ 447 ຄົນ ໄດ້ພ້ອມກັນຝຶກສ້ອມໃນທຸກວັນສຸກ ຕອນບ່າຍ ແລະ ວັນເສົາ ຕອນເຊົ້າ, ແຕ່ວັນທີ 14 ສິງຫາ ມາຮອດວັນທີ 7 ພະຈິກ 2015 ໂດຍເຫັນວ່າກ້ອນ ກຳລັງສວນ ສະໜາມມີຄວາມພ້ອມພຽງກັນດີ, ເປັນເອກະພາບກັນ ແລະ ພ້ອມພາກັນມາຝຶກ ຊ້ອມເປັນປົກກະຕິ ຕາມວັນເວລາທີຫົວໜ້າກ້ອນສວນສະໜາມກະຊວງກຳນົດໃຫ້ ແລະ ນີ້ແມ່ນພາບບັນຍາກາດການ​ຝຶກຊ້ອມການເດີນ ສວນສະໜາມຂອງກ້ອນກຳລັງສວນສະໜາມຂອງ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໃນວັນທີ 7 ພະຈິກ 2015.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250