ຂ່າວກິດຈະກຳຕ່າງໆ

ທ່ານຜູ້ຊ່ວຍລັດຖະມົນຕີວ່າການ ກະຊວງ ໂຍທາທິການ ແລະ ຂົນສົ່ງ ເຂົ້າຮ່ວມແຂ່ງຂັນກິລາເປຕັ໋ງ

2015-10-21 - Administrator







    ຫ້ອງວ່າການສູນກາງພັກ ໄດ້ຈັດການແຂ່ງຂັນກິລາເປຕັ໋ງ ຂື້ນວັນທີ 10 ຕຸລາ 2015 ທີ່ເດີນ ໜ່ວຍງານຄົ້ນຄ້ວາແຜນຍຸດທະສາດການພັດທະນາເສດຖະກິດ ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ດຣ ຄຳພັນ ພົມມະທັດ ກຳມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຫ້ອງວ່າການສູນກາງພັກ; ທ່ານ ສຈ ດຣ ບຸນເຫຼື່ອມ ສີສຸລາດ ຜູ້ຊ່ວຍລັດຖະມົນຕີວ່າການ ກະຊວງ ໂຍທາທິການ ແລະ ຂົນສົ່ງ; ທ່ານ ສຈ ດຣ ສົມພອນ ເດດອຸດົມ ຫົວໜ້າສະພາວິທະຍາສາດ ແລະ ເຕັກໂນໂລຊີ ພ້ອມດ້ວຍຄະນະ; ທ່ານ ສຳເນົາ ສາຍລ້ອມທໍລະນີ ຫົວໜ້າກົມຄົ້ນຄ້ວາສັງລວມ ຫ້ອງວ່າການສູນກາງພັກ ແລະ ພະນັກງານຂອງຫ້ອງວ່າການສູນກາງພັກເຂົ້າຮ່ວມ. ຊຶ່ງການແຂ່ງຂັນກິລາເປຕັ໋ງໃນຄັ້ງນີ້ ແມ່ນເພື່ອ ຮັດແໜ້ນຄວາມສາມັກຄີ ແລະ ເປັນການປຸກລະດົມຂົນຂວາຍການສະໜັບສະໜູນຈາກພາກ ສ່ວນຕ່າງໆ ແລະ ວັດຖຸປັດໃຈ ເພື່ອຮັບໃຊ້ໃນການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ຂອງ ໜ່ວຍພັກ ກຄສ.


ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250