ຂ່າວກິດຈະກຳຕ່າງໆ

ຂະບວນການແຂ່ງຂັນກິລາເປຕັງເພື່ອຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ IV ອົງຄະນະພັກກະຊວງ ໂຍທາທິການ ແລະ ຂົນສົ່ງ ເພື່ອຊິງຂັນເລຂາຄະນະພັກກະຊວງ ຍທຂ.

2015-06-18 - Administrator









  ໃນ​ວັນ​ທີ 12 ​ມີຖຸນາ 2015 ທີ່​ຜ່ານ​ມາໄດ້​ເປີດ​ການແຂ່ງຂັນ​ກິລາ​ເປ​ຕັງ​ຢູ່​ທີ​ເດີນເປຕັງ ກະຊວງ ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ເພື່ອ​ຂ່ຳນັບ​ຮັບ​ຕ້ອນ ກອງ​ປະຊຸມ​ໃຫຍ່​ ຄັ້ງທີ IV ອົງຄະ​ນະ​ພັກ​ກະຊວງ ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ທີ່ຈະ​ຈັດ​ຂື້ນ​ໃນ​ມໍ່ໆ​ນີ້, ​ເພື່ອ​ສ້າງ​ຂະ​ບວນການ​ໃຫ້​ມີ​ບັນຍາກາດ​ຟົດ​ຟື້ນ ​ແລະ ຮັດ​ແໜ້ນ​ຄວາມ​ສາມັກຄີບັນດາ​ຮາກ​ຖານ ອ້ອມ​ຂ້າງ​ກະຊວງ. ຊຶ່ງ​ມີ​ບັດາ​ທີ​ມ​ເປ​ຕັ້ງ​​ເຂົ້າຮ່ວມ​ທັງ​ໝົດ 44 ທີ​ມ, ທັງ​ທີ​ມຊາຍ ​ແລະ ທີ​ມຍິງ, ຊຶ່ງ​ການ​ແຂ່ງ​ຂັນ​ໃນ​ຄັ້ງ​ນີ້​ແມ່ນ​ຈະ​ດຳ​ເນີນ​ໄປ​ຮອດ​ ວັນ​ທີ 26 ມີ​ຖຸນາ 2015 ຈຶ່ງ​ໄດ້​ຊິງ​ຊະນະ​ເລີດ. ສ່ວນ​ຜົນ​ຂອງ​ການ​ແຂ່ງຂັນ​ຈະ​ເປັນ​ແນວ​ໃດ​ຈະ​ແຈ້ງ​ໃຫ້​ຊາບ​ຕາມ​ພາຍຫຼັງ.


ນອກຈາກ​ນັ້ນ, ຍັງ​ມີ​ການ​ແຂ່ງຂັນ​ກິລາ​ບານ​​ເຕະ ​ແລະ ດຶງ​ເຊືອກ ​ເພື່ອ​ຊິງ​ຂັນ​​ເລຂາ​ຄະນະ​ພັກກະຊວງ ຍທຂ ຊຶ່ງ​ຈະ​ໄດ້​ຈັດ​ຂື້ນ ​ໃນ​ວັນ​ເສົາ, ວັນທີ 27 ມີ​ຖຸນາ 2015 ຕັ້ງ​ແຕ່​ເວລາ 8:00-18:00 ​ໂມງ ທີ່​ເດີນ​ເຈົ້າ​ອານຸວົງ. ສ່ວນປະ​ເພດ​ຂອງ​ການ​ແຂ່ງຂັນມີ​ດັ່ງ​ນີ້:


       1. ບານ​ເຕະ​ຊາຍ​ຄູ່​ກິດ​ຕິ​ມາ​ສັກ” ພະນັກງານ​ການ​ນຳ ​ແລະ ພະນັກງານ​ອາວຸ​ໂສ​ຫຼັກ​ແຫຼ່ງ”;


      2. ບານ​ເຕະ​ຊາຍ​ທົ່ວ​ໄປ ​ແບ່ງ​​ເປັນ 4 ທີ​ມ;


      3. ບານ​ເຕະ​ຍິງ ແບ່ງ​​ເປັນ 2 ທີ​ມ;


      4. ດຶງ​ເຊືອກ​ຍິງ ແບ່ງ​​ເປັນ 2 ທີ​ມ;


      ສ່ວນ​ລາຍ​ລະອຽດການ​ແຂ່ງຂັນ​ເບິ່ງ​ເອກະ​ສານ​ຊ້ອນທ້າຍ.


ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250