ຂ່າວກິດຈະກຳຕ່າງໆ

ຊາວໜຸ່ມກະຊວງ ໂຍທາທິການ ແລະຂົນສົ່ງ ເຂົ້າຢ້ຽມຊົມ ຫໍພິພິທະພັນ ກະຊວງ ປກຊ ແລະ ປກສ 30/ພຶດສະພາ/2014

2016-04-26 - Administrator









   ໃນຕອນເຊົ້າຂອງວັນທີ 30 ພຶດສະພາ 2014 ຄະນະບໍລິຫານງານຊາວໜຸ່ມ ແລະ ສະມາຊິກ ຊາວໜຸ່ມກະຊວງ ຍທຂ, ນໍາພາໂດຍ ສະຫາຍ ບຸນຍາເວດ ນິລະໃນ ແລະ ສະຫາຍ ສົມພາວັນ ກິ່ງສະດາ ຄະນະບໍລິຫານຊາວໝຸ່ມ ກະຊວງ ຍທຂ,  ພ້ອມທັງສະມາຊິກຊາວໜຸ່ມທັງໝົດ 100 ສະຫາຍ ໃນການເຂົ້າ​ຢ້ຽມຊົມຫໍພິພິຕະພັນ ປະຫວັດສາດ​ກອງທັບປະຊາຊົນ​ລາວ ​ເພື່ອ​ຫວນ​ຄືນ​ປະຫວັດ​ສາດການ​ຕໍ່ສູ້​ກູ້ຊາດອັນ​ພິລະ​ອາດ​ຫານ​ຂອງ​ກອງທັບ​ປະຊາ​ຊົນ​ປະຕິ​ວັດ​ລາວ. ​ເຊຶ່ງ​ໃນ​ການ​ເຂົ້າ​ຢ້ຽມ​ຊົມ​ຫໍພິພິຕະພັນ​​ໃນ​ຄັ້ງ​ນີ້ຜູ້ບັນລະ ຍາຍໄດ້ເວົ້າເຖິງປະຫວັດຄວາມເປັນມາ​ຂອງ​ວັນ​ກອງທັບ ​ແລະ ມູນ​ເຊື້ອການ​ຕໍ່ສູ້​ກູ້​ຊາດຂອງ​ກອງທັບ​ປະຊາ ຊົນ​ປະຕິ​ຫວັດ​ລາວ ​ໃນ​ແຕ່​ລະ​ຍຸກ ​ແຕ່ລະສະ​ໄໝ​​. ຫຼັງຈາກນັ້ນກໍ່ໄດ້ເຂົ້າຢ້ຽມຊົມຫໍພິພິທະພັນ ກະຊວງ ປ້ອງ ກັນ ຄວາມສະຫງົບ, ໃນການເຂົ້າຢ້ຽມຊົມຫໍພິພິທະພັນໃນຄັ້ງນີ້. ເພື່ອເຮັດໃຫ້ສະມາຊິກຊາວໜຸ່ມໄດ້ຮັບຮູ້ເຖິງ ປະຫວັດສາດຄວາມເປັນມາ ແລະມູນເຊື່ອອັນພິລະອາດຫານຂອງກອງກໍາລັງ ປ້ອງກັນຊາດ ແລະ ກໍາລັງ ປ້ອງກັນຄວາມສະຫງົບ, ໃນໄລຍະປົດປ່ອຍປະເທດຊາດ, ກໍຄືໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ, ເພື່ອເປັນການປູກຈິດສໍານຶກ, ອຸດົມການຮັກຊາດ, ຫຼັກໝັ້ນປະຕິວັດຮັກສາລະບອບໃໝ່ ແລະ ເຊື່ອໝັ້ນຕໍ່ແນວທາງການເມືອງຂອງພັກ.


ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250