ຂ່າວກິດຈະກຳຕ່າງໆ

ໜ່ວຍກໍາມະບານຮາກຖານຫ້ອງ ແຂ່ງຂັນກິລາເປຕັງ ເພື່ອຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ II.

2015-05-06 - Administrator











ໃນ​ວັນ​ທີ 2 ​ເມສາ 2015 ໜ່ວຍ​ກໍາມະບານ​ຮາກ​ຖານ​ຫ້ອງການກະຊວງ ຍທຂ ໄດ້​ສ້າງກິດຈະ​ກໍາ​​ແຂ່ງຂັນກິລາ​ເປ​ຕັງຂື້ນ ເພື່ອ​ຊົມ​ເຊີຍ​ຜົນສຳ​ເລັດ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ II ຂອງຕົນຂື້ນ ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ ທ່ານ ດຣ. ສັນຕິ​ສຸກ ສິມ​ມາລາ​ວົງ, ພ້ອມດ້ວຍຄະນະ​ນໍາຫ້ອງການ ​ແລະສະມາຊິກ​ກໍາມະບານ​ຮາກ​ຖານຂອງ​ຫ້ອງການ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ. ຊຶ່ງ​ການ​ແຂ່ງ​ຂັນ​ໃນ​ຄັ້ງ​ນີ້​ແມ່ນ​ແຂ່ງຂັນ ​​ໃນຮູບແບບ 2 ​ໃນ 3 ​ແກມ, ໃນ​ການ​ສ້າງ​ກິດຈະ​ກໍາ​ແຂ່ງຂັນ​ກິລາ​ເປ​ຕັງ ​ໃນຄັ້ງ​ນີ້ ຜົນຂອງການ​ແຂ່ງຂັນໃນ​ຮອບຊີງຊະນະເລີດ ​ພະ​ແນ​ກສັງ​ລວມ ພົບກັບ ​ໂຄງການ ທາງ​ລົດ​ໄຟ​ລາວ-ຈີນ ຜົນ​ປະກົດ​ວ່າໂຄງການ ທາງ​ລົດ​ໄຟ​ລາວ-ຈີນ ​ເປັນ​ຜູ້​​ເອົາຊະນະ​ໄປ​ໄດ້ ​ແລະ ​ໄດ້​ຄອງ​ຄັນ​ປະທານ​ກໍາມະບານ​ຮາກ​ຖານ​ຫ້ອງການ​. ​ໂດຍ​ເປັນກຽດມອບລາງຊະນະເລີດໂດຍ ​ທ່ານ ພູ​ແກ້ວ ທຳ​ມະ​ວົງ ຮອງ​ຫົວໜ້າ​ຫ້ອງການ. ​ກິດຈະ​ກໍາດັ່ງກ່າວ​ເຕັມ​ໄປ​ດ້ວຍຄວາມຟົດຟື້ນ, ​ເບີກບານ ມວນ​ຊື່ນ, ມີຄວາມໝາຍອັນເລິກເຊິ່ງເພື່ອ​ຊົມ​ເຊີຍ​ຜົນສຳ​ເລັດ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ II ໃນຄັ້ງນີ້ ແລະຈົບລົງດ້ວຍຜົນສຳເລັດອັນສະຫງ່າງາມ.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250