ຂ່າວກິດຈະກຳຕ່າງໆ

ກໍາມະບານຮາກຖານຫ້ອງການສ້າງກິດຈະກໍາແຂ່ງຂັນກິລາເປຕັງ ເພື່ອສະເຫລີມສະຫລອງວັນ ກໍາມະກອນສາກົນຄົບຮອບ 128 ປີ

2014-05-07 - Administrator







ໃນ​ວັນ​ທີ 29 ​ເມສາ 2014 ທີ່ຜ່ານມາ, ​ກໍາມະບານ​ຮາກ​ຖານ​ຫ້ອງການກະຊວງ ຍທຂ ໄດ້​ສ້າງກິດຈະ​ກໍາ​​ແຂ່ງຂັນກິລາ​ເປ​ຕັງຂື້ນ ​ເພື່ອ​ສະ​ເຫລີມສະຫລອງ​ວັນ​ກໍາມະກອນ​ສາກົນຄົບຮອບ 128 ​ປີ (01 ພຶດສະພາ 1886-01 ພຶດສະພາ 2014) ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ ທ່ານ ດຣ. ສັນຕິ​ສຸກ ສິມ​ມາລາ​ວົງ, ພ້ອມດ້ວຍຄະນະ​ນໍາຫ້ອງການ ​ແລະສະມາຊິກ​ກໍາມະບານ​ຮາກ​ຖານຂອງ​ຫ້ອງການ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ. ຊຶ່ງ​ການ​ແຂ່ງ​ຂັນ​ໃນ​ຄັ້ງ​ນີ້​ແມ່ນ​ແຂ່ງຂັນ ​​ໃນຮູບແບບ 2 ​ໃນ 3 ​ແກມ, ໃນ​ການ​ສ້າງ​ກິດຈະ​ກໍາ​ແຂ່ງຂັນ​ກິລາ​ເປ​ຕັງ ຄັ້ງ​ນີ້ມີ​ລາຍລະອຽດ ແລະຜົນຂອງການ​ແຂ່ງຂັນ​ດັ່ງ​ນີ້:


ຮອບ​ທີ 1: ຄູ່ທີໜຶ່ງ​ແມ່ນ​ຄະນະ​ຫ້ອງການ ພົບ​ກັບ ພະ​ແນ​ກ ​ໄອ​ຊີ​ທີຜົນ​ໄດ້​ຮັບ​ແມ່ນພະ​ແນ​ກ ​​ໄອຊີ​ທີ​ເປັນ​ຜູ້​ຊະນະ, ຄູ່ທີ ສອງ​ແມ່ນ​ພະ​ແນ​ກສັງ​ລວມ ພົບ​ກັບ ພະ​ແນ​ກ ​​ແມ່ຍິງຜົນ​ໄດ້​ຮັບ​ແມ່ນພະ​ແນ​ກ ​​ ​ສັງ​ລວມເປັນ​ຜູ້​ຊະນະ, ຄູ່ທີສາມ​ແມ່ນ​ຄະນະ​ຄຸ້ມຄອງ​ທາງ​ລົດ​ໄຟ ພົບ​ກັບ ພະ​ແນ​ກ ​ນິຕິ​ກໍາຜົນ​ໄດ້​ຮັບ​ແມ່ນພະ​ແນ​ກ ​​ນິຕິ​ກໍາ ​ເປັນ​ຜູ້​ຊະນະ , ຄູ່ທີສີ່​ແມ່ນ​ພະ​ແນ​ກການ​ເງິນພົບ​ກັບ ພະ​ແນ​ກ ​ຈັດ​ຕັ້ງບໍລິຫານ-ພິທີການຜົນ​ໄດ້​ຮັບ​ແມ່ນພະ​ແນ​ກ ​​ການ​ເງິນ ​ເປັນ​ຜູ້​ຊະນະ, ສະ​ແດງ​ວ່າພະແນກທີຜ່ານເຂົ້າຮອບມີ: ພະແນກໄອຊີທີ, ພະແນກ ສັງລວມ, ພະແນກ ນິຕິກຳ ແລະພະແນກ ການເງິນ.


ຮອບ​ທີ 2: ຄູ່ທີໜຶ່ງແມ່ນ​ພະ​ແນ​ກ ​ໄອ​ຊີ​ທີ ພົບ​ກັບ ພະ​ແນ​ກ ​ສັງ​ລວມຜົນ​ໄດ້​ຮັບ​ແມ່ນພະ​ແນ​ກ ​​ສັງ​ລວມ ​ເປັນ​ຜູ້​ຊະນະ, ຄູ່ທີສອງແມ່ນ​ພະ​ແນ​ກ ນິຕິ​ກໍາ ພົບ​ກັບ ພະ​ແນ​ກ ​ການ​ເງິນຜົນ​ໄດ້​ຮັບ​ແມ່ນພະ​ແນ​ກ ​​ການ​ເງິນ ​ເປັນ​ຜູ້​ຊະນະ ຜົນການ ແຂ່ງຂັນໃນຮອບທີ 2 ​ແມ່ນພະ​ແນ​ກ ​ສັງ​ລວມ ​ແລະ ພະ​ແນ​ກ ​ການ​ເງິນ. ໃນ​ຮອບຊີງຊະນະເລີດ ​ພະ​ແນ​ກສັງ​ລວມ ເຂົ້າຊີງ​ກັບ ພະ​ແນ​ກ ​ການ​ເງິນ ຜົນ​ປະກົດ​ວ່າພະ​ແນ​ກ ສັງ​ລວມ ​ເປັນ​ຜູ້​​ເອົາຊະນະ​ໄປ​ໄດ້ ​ແລະ ​ໄດ້​ຄອງ​ຂັນ​ປະທານ​ກໍາມະບານ​ຮາກ​ຖານ​ຫ້ອງການ​. ພາຍຫລັງ ການແຂ່ງຂັນສຳເລັດແລ້ວ ໃຫ້ກຽດມອບລາງວັນຊະນະເລີດໂດຍ ​ທ່ານ ກິດສະໜາ ຈັນທະ​ວຽງ ຮອງ​ຫົວໜ້າ​ຫ້ອງການ ​ແລະ ລາງວັນຮອງຊະນະເລີດ ​ມອບໂດຍ​ ທ່ານ ສົມ​ປາງ ສີຣິສັກ ປະທານ ກໍາມະບານ​ຮາກ​ຖານ​ຫ້ອງການ. ​ກິດຈະ​ກໍາດັ່ງກ່າວ​ເຕັມ​ໄປ​ດ້ວຍຄວາມຟົດຟື້ນ, ​ເບີກບານມວນ​ຊື່ນ, ມີຄວາມ ໝາຍອັນ ເລິກເຊິ່ງໃຫ້ແກ່ການສະເຫລີມສະຫລອງວັນກຳມະກອນສາກົນໃນຄັ້ງນີ້ ແລະຈົບລົງດ້ວຍຜົນສຳເລັດອັນ ສະຫງ່າງາມ.


ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250