ຂ່າວກິດຈະກຳຕ່າງໆ

ພິທີມອບເສື້ອໃຫ້ສາມອົງການຈັດຕັ້ງມະຫາຊົນ ຫ້ອງການ ກະຊວງ ຍທຂ

2014-04-25 - Administrator



 ໃນຕອນ​ເຊົ້າ​ຂອງ​ວັນ​ທີ 25 ​ເມສາ 2014 ຢູ່​ຫ້ອງ​ປະຊຸມ ກົມ​ເຄຫາ-ຜັງ​ເມືອງ ໄດ້​ຈັດ​ພິທີ​ມອບ​​ເສື້ອ ​ໃຫ້​ສາມ​ອົງການ​ຈັດ​ຕັ້ງ​ມະຫາຊົນ ຫ້ອງການ. ​ຕາງໜ້າ​ໃຫ້​ກົມ​ເຄຫາ-ຜັງ​ເມືອງໃນ​ການ​ມອບ​ເສື້ອ​ໃນ​ຄັ້ງ​ນີ້ ​ແມ່ນ ມອບ​ໂດຍ ທ່ານ ພົມ​ມາ ​ແວວ​ລາ​ວັນ ຮອງ​ຫົວໜ້າ​ກົມ​ເຄຫາ-ຜັງ​ເມືອງ ​ແລະ ຮັບ​​ໂດຍ ທ່ານ ນ. ສາຍ​ຄໍາ ທໍາ​ມະ​ໂນ​ສຸດ ຫົວໜ້າ​ພະ​ແນ​ກສົ່ງ​ເສີມ​ຄວາມ​ກ້າວໜ້າ​ຂອງ​ແມ່ຍິງ​ຫ້ອງການ ພ້ອມ​ພະນັກ ງານ​ທີ່​ກ່ຽວຂ້ອງ.


      ​ໃນ​ການ​ມອບ​​ເສື້ອ ​ໃນ​ຄັ້ງ​ນີ້ ​ແມ່ນ​ເພື່ອ​ໃຫ້​ສາມ​ອົງການ​ຈັດ​ຕັ້ງ​ມະຫາຊົນ ຫ້ອງການ ​ເອົາ​ໄປ​​ໃຫ້ ສະມາ​ຊິກ ກໍາມະບານ, ​ເພື່ອ​ນໍາ​ໃຊ້​ເຂົ້າ​ໃນ​ການ​ສະ​ເຫຼີ​ມສະຫຼອງ​ວັນ ກໍາມະກອນ​ສາກົນ ຄົບຮອບ 128 ປີ ທີ່​ຈະ​ມາ​ເຖີງນີ້ (01 ພຶດ​ສະພາ 1886-01 ພຶດ​ສະພາ 2014). ຊຶ່ງສາມ​ອົງການ​ຈັດ​ຕັ້ງ​ມະຫາຊົນ ຂອງ​ຫ້ອງການ​ ຈະ​ໄດ້​ສ້າງ​ກິດຈະ​ກໍາ ​ແຂ່ງຂັນກິລາ ​ເປຕັງ​ ຂື້ນໃນ​ວັນ ອັງຄານ ທີ 29 ​ເມສາ 2014 ທີ່​ເດີນ ກົມ​ເຄຫາ-ຜັງ​ເມືອງ.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250