ຂ່າວກິດຈະກຳຕ່າງໆ

ງານວາງສະແດງ ສະມາຄົມສະຖາປານິກ ແລະ ວິສະວະກອນກໍ່ສ້າງ “ALACE EXPO 2014”

2014-02-27 - Administrator









    ເພື່ອ​​ເປັນ​ການ​ຕ້ອນຮັບ ກອງ​ປະຊຸມ​​ປະ​ຈໍາປີ 2014 ຂອງ ສະມາຄົມ​ສະຖາ​ປາ​ນິກ ​ແລະ ວິສະວະກອນກໍ່ສ້າງ “ສສວ“ ທີ່ຈະ​ໄດ້​ໄຂ​ຂື້ນ​ຢ່າງ​ເປັນ​ທາງ​ກາ​ນ ຄື​ດັ່ງ​ທຸກໆ​ປີ ຜ່າ​ນມາ ​ແລະ ​ເພື່ອ​ເຮັດ​ໃຫ້​ກອງ​ປະຊຸມ​ໃຫຍ່​ມີ​ຄວາມ​ໝາຍ ​ແລະ ​ຟົດ​ຟື້ນ​ຍິ່ງ​ຂື້ນ, ສສວ ຍັງ​ໄດ້​ຈັດ​ງານ​ວາງ​ສະ​ແດງ ​​ໃນ​ລະຫວ່າງວັນ​ທີ 20 – 23 ກຸມພາ 2014 ທີ່​ສູນການ​ຄ້າ​ລາວ-​ໄອ​​ເຕັກ ​ໂດຍ​ໃສ່​ຊື່ວ່າ “ALACE EXPO 2014” ພາຍ​​ໃຕ້​ຄໍາ​ຂັວນ "​ເສັ້ນທາງ​ສູ່​ປະ​ຊາ​ຄົມ ​ເສດຖະກິດ​ອາ​ຊຽນ" ຫຼື ​ໃນ​ພາສາ​ອັງກິດ​ແປ​ວ່າ “THE WAYS TOWARDS TO AEC“.


ໃນ​ເວລາ 10:30 ​ໂມງ ຂອງ​ວັນ​ທີ 20 ກຸມພາ 2014 ​​ເປັນ​ກຽດ​ເປີດ​ງານ​ວາງສະ​ແດງ​ໃນ​ຄັ້ງ​ນີ້ໂດຍ​ທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ ກໍາມະການກົມ​ການ​ເມືອງ​ສູນ​ກາງ​ພັກ, ຮອງ​ນາຍົກລັດຖະມົນຕີ,​ ຜູ້​ຊີ້​ນໍາ​ວຽກ​ງານເສດຖະກິດ, ມີ​ທ່ານ​ປະທານ​ສະມາຄົມ ສະຖາປະນິກ ສ ​ເກົາຫຼີ,​ ຫວຽດນາມ, ມາ​ເລ​ເຊຍ ​ແລະ ລາຊະ​ອານາຈັກ​ໄທ. ງານວາງສະ​ແດງດໍາເນີນເປັນເວລາ 2 ມື້, ວັນທີ 20-21 ກຸມພາ 2014.


​ໃນ​ງານ​ກິດຈະ​ກໍາ​ວາງສະ​ແດງ ​ແລະ ສະ​ເໜີ​ຜົນງານ ດ້ານ​ສະຖາ​ປັດຕະ​ຍະ​ກໍາ ​ແລະ ວິສະວະ​ກໍາ ການ​ກໍ່​ສ້າງ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ນໍາ​ສະ​ເໜີ​ບັນດາ​ໂຄງການ​ກໍ່ສ້າງ​ເຄຫາ​ສະຖານ, ດ້ານ​ຜັງ​ເມືອງ, ດ້ານ​ຄົມມະນາຄົມ​ຂົນ​ສົ່ງ ພົ້ນ​ເດັ່ນທີ່​ເກີດ​ຂື້ນ​ໃນ ​ໄລຍະ​ຜ່າ​ນມາ, ປັດຈຸ​ບັນ ​ແລະ ​ໃນ​ອານາຄົດ ຂອງ ສປປ ລາວ. ນອກ​ນັ້ນ,​ ຍັງ​ມີ​ຮ້ານ​ວາງສະ​ແດງ​ສິນຄ້າ​ວັດ​ສະ​ດຸກໍ່ສ້າງ, ຜະລິດ​ຕະພັນ​ ​ແລະ ​ເຕັກ​ໂນ​ໂລ​ຊີ ການ​ກໍ່ສ້າງ​ໃໝ່ ທີ່​ທັນ​ສະ​ໄໝ ຈາ​ກພາຍ​ໃນ ​ແລະ ຕ່າງປະ​ເທດ ຫຼາຍ​ກວ່າຮ້ອຍຮ້ານ​ເຂົ້າ​ຮ່ວມ.


   ມີ​ການ​ປະ​ກວດ​ແຂ່ງຂັນ​ແບບ ສະຖາປັດ​ຕະຍະ​ກໍາ ​ແລະ ວິສະວະ​ກໍາ ດີ​ເດັ່ນ​ປະ​ຈໍາປີ ຈາກ​ນັກ​ອອກ​ແບບ, ນັກ​ສະຖາປະນິກ ​ແລະ​ວິສະວະ​ກອນ​ໜຸ່ມ, ນັກ​ສະຖາປະນິກ ​ແລະ​ວິສະວະ​ກອນມື​ອາ​ຊິ​ບ, ບໍລິສັດ​ອອກ​ແບບ, ອອກ​ແບບ​ຕົບ​ແຕ່ງ​ພາຍ​ໃນ ​ແລະ​ບໍ່​ລິ​ສັດ​ທີ​ປືກສາ, ນັກ​ສຶກສາ ​ແລະ ຈາກ​ຫຼາຍ​ອົງ​ກອນ​ເຂົ້າ​ຮ່ວມ. ສະ​ເພາະ​ໃນ​ປີ​ນີ້ ມີ​ຮ້ອຍ​ກ່ວາ​ບໍລິສັດ​ ທັງພາຍ​​ໃນ​ແລະ​ຕ່າງປະ​ເທດ​ເຂົ້າ​ຮ່ວມ​ຢ່າງ​ຄຶກຄື້ນຫຼືທຽບ​ເປັນ​ຈໍານວນກໍ່​ມີ​ເຖິງ 160 ຮ້ານ.


    ສິ່ງທີ່ສໍາຄັນ ກ່ວາ​ນັ້ນ​ແມ່ນມີ​ການ​ສໍາມະ​ນາວິຊາ​ການ​ເຜີຍ​ແຜ່​ເຕັກ​ໂນ​ໂລ​ຊີ ​ແລະ​ນະ​ວັດຕະ​ກໍາ​ກ່ຽວ​ກັບ​ການ​ກໍ່​ສ້າງ​ແບບ​ໃໝ່​ທັນ​ສະ​ໄໝ​ຈາກ​ວິທະຍາກອນ ​ແລະ ບໍລິສັດ​ຊັ້ນ​ນໍາ​ຈາກ​ຕ່າງປະ​ເທດ, ມີ​ການ​ພົບ​ປະ​​ແລ​ກປ່ຽນ​ຂໍ້​ມູນຂ່າວສານລະຫວ່າງ​ນັກທຸລະກິດ​ດ້ານ​ການ​ອອກ​ແບບ, ດ້ານ​ທີ່​ປຶກສາ, ດ້ານ​ການ​ກໍ່ສ້າງ​, ດ້ານ​ການ​ຄ້າຂາຍ ວັດ​ສະ​ດຸ​ການ​ກໍ່ສ້າງ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ.


ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250