ຂ່າວກິດຈະກຳຕ່າງໆ

ແຂ່ງຂັນກິລາບານແຕະມິດຕະພາບ ລະຫວ່າງ ສາມອົງການຈັດຕັ້ງມະຫາຊົນ ຫ້ອງການ ພົບກັບ ສາມອົງການຈັດຕັ້ງມະຫາຊົນ ກົມການບິນ

2014-04-10 - Administrator

















    ເພື່ອ​ເປັນ​ການ​ຊົມເຊີຍວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ວັນທີ 22 ມີນາ ຄົບຮອບ 59 ປີ ແລະ ​ເພື່ອ​ສ້າງ​ຄວາມ​ສາມັກຄີ​ຮັກ​ແພງ​ລະ​ຫວ່າງສາມອົງການຈັດຕັ້ງມະຫາຊົນ ຫ້ອງການ ແລະ ສາມອົງການຈັດຕັ້ງມະຫາຊົນ ກົມການບິນ ເວົ້າ​ລວມ, ​ເວົ້າ​ສະ​ເພາະ ລະ​ຫວ່າງ ຫ້ອງການ ກັບ ກົມການບິນ ກະຊວງ ຍທຂ, ​ໃນ​ຕອນ​ແລງ​ວັນ​ທີ 27.03.2014 ທີ​ເດີນ​ບານ ສັບພະ​ວິຊາ  ​ເວລາ 16:00 ​ໂມງ, ​ໄດ້​ຈັດການ​ແຂ່ງຂັນ​ບານ​ເຕະ​ມິດຕະພາບ​ຂື້ນ ​ໂດຍ​ເປັນກຽດ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ໃນ​ຄັ້ງ​ນີ້​ມີ ທ່ານຮອງຫົວໜ້າຫ້ອງການ,  ຮອງຫົວໜ້າກົມ​ການບິນ, ຫົວໜ້າ​ພະ​ແນ​ກ, ຮອງ​ພະ​ແນ​ກ ​ແລະ ວິຊາ​ການ ທັງ​ສອງ​ພາກສ່ວນ​ເຂົ້າ​ຮ່ວມ, ໃນ​ທາມກາງ​ການແຂ່ງ​ຂັນ ​ແລະ ກອງເຊຍທັງສອງຝ່າຍ​​ເຮັດ​ໃຫ້ການ​ແຂ່ງຂັນ​ໃນຄັ້ງ​ນີ້​ມີບັນຍາກາດ ມີ​ຄວາມ​ເບີກບານ​ມ່ວນ​ຊື່ນ ​ແລະ ​ເຕັມ​ໄປ​ດ້ວຍ​ຄວາມ​ສາມັກຄີ​ຂອງ​ພະນັກງານ​ທັງ​ສອງ​ພາກສ່ວນ.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250