ຂ່າວກິດຈະກຳຕ່າງໆ

ກະຊວງ ຍທຂ ມອບເຄື່ອງຊ່ວຍເຫຼືອທະຫານ

2014-03-27 - Administrator















 ໃນວັນ​ທີ 19-20 ​ມີນາ 2014 ກະຊວງ​ ໂຍທາ​ທິການ​ ແລະ​ຂົນ​ສົ່ງ, ບໍລິສັດ ວິ​ສາ​ຫະ​ກິດກໍ່ສ້າງ​ຄົມມະນາຄົມ ແລະ ບໍລິສັດ​ ທາງ​ເລກ 8,  ​ໄດ້ມອບ​ເຄື່ອງ​ຊ່ວຍ​ເຫຼືອ​​ເປັນ ເຄື່ອງ​ອຸປະ​ໂພ​ກ-ບໍລິ​ໂພ​ກຈຳນວນ​ໜື່ງ, ​ເພື່ອ​ໄປ​ຊຸກຍູ້​ຊ່ວຍ​ເຫຼືອ​ບັນດາ​ກອງ​ທີ່​ປະຕິ​ບັດໜ້າ​ທີ​ວຽກ​ງານ​ຢູ່​ເຂດທຸລະກັນດານຫ່າງ​ໄກ​ສອກຫຼີກ 2​ ແຂວງ​ພາກ​ເໜືອຄື: ​ແຂວງ​ບໍ່​ແກ້ວ ​ແລ​ະ ​ແຂວງໄຊ​ຍະ​ບູລີ. ​ ​


    ໂດ​ຍ​ເປັນ​ກຽດ​ຂອງ ທ່າ​ນ ພົນ​ຈັດຕະວາ ສຸບັນ ຫຸນ​ນະ​ຈຳປາ, ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະ​ເທດ, ຮອງ​ຫົວໜ້າກົມ​ໃຫ່ຍການ​ເມືອງ​ກອງທັບ​​ ແລະ​ ທ່ານ​ ພູ​ແກ້ວ ທຳ​ມະ​ວົງ ຮອງ​ຫົວໜ້າຫ້ອງການ​ ກະຊວງ ​ໂຍທາ​ທິການ​ ແລະ​ ຂົນ​ສົ່ງ ​ເປັນກຽດນ​ມອບ​ເຄື່ອງ​ຊ່ວຍ​ເຫຼືອ​ເປັນ​ເຄື່ອງ ອຸປະ​ໂພ​ກ-ບໍລິ​ໂພ​ກຈຳນວນໜື່ງໃຫ້​ທະຫານ ກອງ​ ຄໍ 203 ກຸ່ມ​ບ້ານ​ກ້ອນ​ຕື່ນ​​ ແລະ​ ຄ້າຍ​ທະຫານ​ຜາ​ມົນ ຫ້ວຍ​ສະ​ງຶກ​ ເມືອງ​ປາກ​ທາ ແຂວງ​ບໍ່​ແກ້ວ ​​ແລະ ກອງພັນ​ໃຫຍ່ 301 ​ແຂວງ​ໄຊ​ຍະ​ບູລີ, ເພື່ອ​ໄປ​ຊຸກຍູ້​ຊ່ວຍ​ເຫຼືອ​ບັນດາ​ກອງ​ທີ່​ປະຕິ​ບັດໜ້າ​ທີ​ວຽກ​ງານ​ຢູ່​ເຂດທຸລະກັນດານຫ່າງ​ໄກ​ສອກຫຼີກ ​ໃນ​ການ​ປົກປັກ​ຮັກສາ ​ແລະ ສືບຕໍ່ພາລະກິດ ສ້າງສາປະເທດຊາດໃຫ້ຮັ່ງມີເຂັ້ມແຂງຂື້ນເລື້ອຍໆ.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250