ຂ່າວກິດຈະກຳຕ່າງໆ

ພິທີມອບເຄື່ອງອຸປະກອນ ແລະ ວັດຖຸປັດໃຈ ໃຫ້ກອງສີລະປະກອນກອງທັບ

2014-01-28 - Administrator











ໃນ​ວັນ​ທີ 23 ມັງກອນ 2014 ທີ່​ສະ​ໂມ​ສອນ ກອງ​ສີ​ລະ​ປະກອນ​ກອງທັບ, ​ໄດ້​ມີ​ພິທີ​ມອບ-ຮັບ​ເຄື່ອງອຸປະກອນ ​ແລະ ວັດຖຸ​ປັດ​ໃຈ ​ໃຫ້​ກອງ​ສິລະ​ປະກອນ ກອງທັບ​ປະ​ຊາ​ຊົນ​ລາວ ມອບ​ໂດຍ ທ່ານ ດຣ. ສັນຕິ​ສຸກ ສີມມາລາ​ວົງ ຄະນະ​ພັກ​ກະຊວງ ຫົວໜ້າ​ຫ້ອງການ​ ກະຊວງ ​ໂຍທາ​ທິການ ​ແລະ ຂົນ​ສົ່ງ, ຮັບ​ໂດຍ ທ່ານ ພັທ ພີ​ມພາ ບຸນ​ນະພາ ຫົວໜ້າກອງ​ສີ​ລະ​ປະກອນ ​ກອງທັບ​ປະຊາຊົນ​ລາວ,​ ມີ​ບັນດາ​ຫົວໜ້າ​ພະ​ແນ​ກ,​ ຮອງ​ພະ​ແນ​ກ, ພະນັກງານ​ຈໍານວນ​ໜື່ງຂອງ​ ກະຊວງ​ ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແລະ ກອງ​ສີ​ລະ​ປະກອນ​ ກອງທັບ​ປະຊາຊົນ​ລາວ, ກະຊວງ​ປ້ອງ​ກັນ​ປະ​ເທດ ​ເຂົ້າ​ຮ່ວມ​.


​ໃນພິທີ​ມອບ-ຮັບ​ໃນ​ຄັ້ງ​ນີ້​ມີ: ເງິນສົດ ແລະ ເຄື່ອງ​ສຽງ 1 ຊຸດ.


        ທ່ານ ພັທ ພີ​ມພາ ບຸນນະພາ ຫົວໜ້າ​ກອງ​ສີ​ລະ​ປະກອນ ກອງທັບ​ປະຊາຊົນ​ລາວ ​ໄດ້​ເລົ່າ​ມູນ​ເຊື້ອ​ອັນພິລາດ​ອາດ​ຫານ​ ຂອງ​ກອງທັບ​ປະຊາຊົນ​ລາ​ວ ນັບ​ຕັ້ງ​ແຕ່​ວັນ​ທີ 20 ມັງກອນ 1949 ຈົນ​ຮອດ​ປະຈຸ​ບັນ ທີ່​ບ້ານ​ລາວ​ຮຸ່ງ, ​ເມືອງ ຊຽງ​ຄໍ້, ​ແຂວງ​ຫົວພັນ ​ໂດຍ​ທ່ານ ​ປະທານ ໄກສອນ ພົມວິຫານ ​ເປັນ​ຜູ້​ກໍ່​ຕັ້ງ​ກອງຣາຊະ​ວົງ ກໍ່ຄືກ​ອງທັບ​ລາວ​ອິດສະຫຼະ​ໃນ​ເມື່ອ​ກ່ອນ. ​ໃນ​ນີ້ ທ່ານ ພັທ ພີ​ມພາ ບຸນ​ນະພາ ຍັງ​ສະ​ເໜີໃຫ້​ພວກ​ເຮົາ​ຮັບ​ຮູ້ ວັນ​ສ້າງ​ຕັ້ງ ກອງສີລະ​ປະກອນກອງ​ທັບ ຄົບຮອບ 45 ​ປີ (20 ມັງກອນ 1969 – 20 ມັງກອນ 2014), ​ໃນ​ຕອນ​ທ້າຍ​ທ່ານຫວັງ​ຢ່າງ​ຍິງ​ວ່າ ທາງ​ຄະນະ​ນໍາ ກະຊວງ ຍທຂ ຈະ​ໃຫ້ການ​ສະໜັບສະໜູນອຸ້ມ​ຊູ ​ແລະ ສ້າງ​ຄວາມ​ສາມັກ​ຄີ ກັບ​ກອງ​ສີ​ລະ​ປະກອນ​ກອງທັບປະຊາຊົນ​ລາວ ​ຕື່ມ​ອີກ. ຈາ​ກນັ້ນ, ທ່ານ ດຣ. ສັນ​ຕີ​ສຸກ ສີ​ມມາລາ​ວົງ ຄະນະ​ພັກ​ກະ​ຊວງ, ຫົວໜ້າ​ຫ້ອງການ ກໍ່​ໄດ້​ຕາງໜ້າ​ໃຫ້​ຄະນະ​ນໍາ​ກະຊວງ​ ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ສະ​ແດງ​ຄວາມ​ຮູ້​ບຸນຄຸນ ​ແລະ ຕີ​ລາຄາ​ສູງ​ຕໍ່​ບັນດາ​ຄະນະ​ນໍາ, ສະມາຊິກ​ພັກ-ພະນັກງານ ຂອງ​ກອງ​ສີ​ລະ​ປະກອນ​ກອງທັບ​ປະ​ຊາ​ຊົນ​ລາ​ວ​ ​ເຊີ່ງ​ຍາມໃດ​ກໍ່ເອົາ​ໃຈ​ໃສ່​ຕໍ່​ແນວທາງ​ນະ​ໂຍບາຍ ຂອງ​ພັກ-ລັດ​ທີ່​ມອບ​ໝາຍ​ໜ້າ​ທີ່​ວຽກງານ​ໃຫ້​ເປັນຢ່າງ​ດີ ​ເຊີ່ງ​ສະ​ແດງ​ອອກ​ໃນ​ການຮັບ​ໃຊ້​ໃນ​ງານ​ຕ່າງໆຂອງ​ຊາດ ກໍ່​ຄື​ຂອງ​ສາ​ກົນ​, ພ້ອມ​ນີ້​, ທ່ານ ຍັງ​ໄດ້ອວຍພອນ​ໃຫ້​ສະມາຊິກ​ພັກ-ພະນັກງານ, ທະຫານ​ ທຸກ​ທົ່ວ​ໜ້າຈົ່ງ​ປະສົບ​ຜົນ​ສໍາ​ເລັດ​ ໃນ​ໜ້າ​ທີ່​ວຽກ​ງານ​ທີ່​ພັກ-ລັດ​ມອບ​ໃຫ້.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250