ຂ່າວກິດຈະກຳຕ່າງໆ

ທ່ານ ລັດຖະມົນຕີວ່າການ ກະຊວງ ໂຍທາທິການ ແລະ ຂົນສົ່ງ ສືບຕໍ່ອວຍພອນກອງທັບໃນໂອ ກາດວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 65 ປີ.

2014-01-29 - Administrator





 ທ່ານ ລັດຖະມົນຕີວ່າການ ກະຊວງ ໂຍທາທິການ ແລະ ຂົນສົ່ງ ສືບຕໍ່ອວຍພອນກອງທັບໃນໂອ ກາດວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 65 ປີ. ພາຍຫຼັງໄດ້ເຂົ້າອວຍພອນຄະນະນຳກະຊວງປ້ອງ ກັນປະເທດ, ວິທະຍາຄານໄກສອນພົມວິຫານ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະ

ຊາຊົນລາວຄົບຮອບ 65 ປີ ທີ່ກອງພົນທະຫານລາບທີ1. ໃນຕອນເຊົ້າຂອງວັນທີ 25 ມັງກອນ 2014, ທ່ານ ສົມມາດ ພົລເສນາ, ລັດຖະມົນຕີວ່າການ ກະຊວງໂຍທາທິການ ແລະ ຂົນສົ່ງ, ພ້ອມຄະນະກໍ່ໄດ້ສືບຕໍ່ເຂົ້າອວຍພອນກອງພົນທະຫານລາບທີ3, ຊຶ່ງ ໄດ້ຮັບການຕ້ອນຮັບຈາກ ທ່ານ ພົຈ. ຄຳບຸ່ນ ເຍືອມມະນີວົງ, ຫົວໜ້າການເມືອງກອງພົນ. ຈາກນັ້ນ, ຕອນບ່າຍຂອງວັນດຽວກັນ, ທ່ານລັດຖະມົນຕີວ່າການ ກໍ່ໄດ້ເຂົ້າອວຍພອນກອງພົນທະຫານລາບທີ4, ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ພັທ. ບຸນທອນ ສຸພາວົງໄຕ, ຫົວໜ້າພາລະທິການກອງພົນ. ພ້ອມດຽວກັນນີ້, ໃນວັນທີ 28 ມັງກອນ 2014, ທ່ານລັດຖະມົນຕີວ່າການ ຍັງໄດ້ສືບຕໍ່ເຂົ້າອວຍພອນ ກອງພົນທະຫານລາບທີ2, ຊຶ່ງໄດ້ຮັບການຕ້ອນຮັບຈາກ ທ່ານ ພັອ. ຄຳຫຼ້າ ວົງວິໄລ, ຫົວໜ້າການເມືອງ ກອງພົນ ແລະ ກອງບັນຊາການທະຫານແຂວງໄຊຍະບູລີ ໂດຍແມ່ນ ທ່ານ ພັອ. ຄຳໝັ້ນ ວັນນະວົງ, ຫົວໜ້າການເມືອງກອງບັນຊາການທະຫານແຂວງໄດ້ໃຫ້ການຕ້ອນຮັບ. ໃນໂອກາດເຂົ້າອວຍກອງທັບ, ທ່ານ ລັດຖະມົນຕີວ່າການ ໄດ້ສະແດງຄວາມຮູ້ບຸນຄຸນມາຍັງ ນາຍ ແລະ ພົນທະຫານ ທົ່ວກອງທັບ ໂດຍສະເພາະປີນີ້ເປັນປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 65 ປີ, ຊຶ່ງເປັນວັນທີ່ມີຄວາມ ໝາຍສຳຄັນ ແລະ ເປັນປະຫັວດສາດອີກວັນໜື່ງຂອງທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວ ທັງຊາດ. ເມື່ອຫວນຄືນໃນພາລະກິດປະຕິວັດຊາດ ປະຊາທິປະໄຕ ທີ່ຍືດເຍື້ອຍາວນານຕ້ານຈັກກະພັດຜູ້ ຮຸກຮານ ແລະ ລູກແຫຼ້ງຕີນມືຂອງພວກເຂົາ, ກອງທັບເຮົາ ສ້າງໄດ້ທາດແທ້ມູນເຊື້ອອັນສະຫງ່າອົງອາດ, ນ້ຳໃຈຕໍ່ສູ້ເດັດດ່ຽວພິລາດອາດຫານ ບໍ່ຍອມຈຳນົນຕໍ່ສັດຕູ ແລະ ສາມາດສຳເລັດພາລະກຳປະຫັວດສາດ ອັນສະຫງ່າງາມຂອງຕົນ. ໃນໄລຍະສ້າງສາປະເທດຊາດ, ກອງທັບ ຍັງສືບຕໍ່ຮັກສາ ແລະ ເສີມຂະຫຍາຍ ມູນເຊື້ອອັນກ້າແກ່ນຂອງຕົນ, ເຮັດໃຫ້ປະເທດຊາດ ມີຄວາມສະຫົງບສຸກ ແລະ ໄດ້ຮັບການພັດທະນາ ຢ່າງຮອບດ້ານ, ກໍຄືເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງໃຫ້ດີຂື້ນເທື່ອລະ ກ້າວ. ສຳລັບຂະແໜງໂຍທາທິການ ແລະ ຂົນສົ່ງ ແມ່ນເປັນຂະແໜງການປາຍແຫຼມແມ່ນຈະສູ້ຊົນໃຫ້ ການຮ່ວມມື ແລະ ສະໜັບສະໜູນກອງທັບ, ສ່ວນກອງທັບແມ່ນເປັນກຳແພງເພັດຂອງຊາດ, ຂອງປະຊາ ຊົນ, ສະນັ້ນຂະແໜງໂຍທາທິການ ແລະ ຂົນສົ່ງ ແລະ ກອງທັບ ຍາມໃດກໍ່ຕິດພັນເຊິ່ງການ ແລະ ກັນ.

ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ທ່ານ ລັດຖະມົນຕີວ່າການ ໂດຍຕາງໜ້າໃຫ້ຄະນະພັກ, ຄະນະນຳ ແລະ ພະນັກງານລັດຖະກອນທົ່ວ ກະຊວງ ໂຍທາທິການ ແລະ ຂົນສົ່ງ, ຍັງໄດ້ອວຍພອນໃຫ້ ນາຍ ແລະ ພົນທະຫານທົ່ວກອງທັບ ມີສຸຂະພາບເຂັ້ມແຂງ, ມີພະລານາໄມທີ່ສົມບູນ, ສືບຕໍ່ພາລະກິດ ປົກປັກຮັກສາ ແລະ ສ້າງສາປະເທດຊາດໃຫ້ຮັ່ງມີເຂັ້ມແຂງຂື້ນເລື້ອຍໆ.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250