ຂ່າວກິດຈະກຳຕ່າງໆ

ກອງ ກ 1 ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 65 ປີ

2014-01-23 - Administrator









 ພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນ​ລາວຄົບຮອບ 65 ປີ (20 ມັງກອນ 1949-20 ມັງກອນ 2014). ຢູ່ທີ ກອງ ກ 1 ໄດ້ຈັດງານຂື້ນໃນຕອນເຊົ້າຂອງວັນທີ 22 ມັງກອນ 2014 ທີ່ຜ່ານມາ. ໃຫ້ກຽດເຂົ້າຮ່ວມງານໂດຍທ່ານ ທອງສິງ ທໍາມະວົງ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ສົມມາດ ພົລເສນາ ກໍາມະການສູນກາງພັກ, ລັດຖະມົນຕີວ່າການ ກະຊວງ ໂຍທາທິການ ແລະ ຂົນສົ່ງ, ທ່ານ ຄໍາເມິງ ພົງທະດີ ກໍາມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງ ແຂວງວຽງຈັນ, ທ່ານ ພັນເອກ ວົງສອນ ອິນປານພີມ ເລຂາພັກ, ຫົວໜ້າການເມືອງ ກອງ ກ 1, ມີບັນດາຄະນະພັກກະຊວງ, ຮອງຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ ແລະ ແຂກຖືກເຊີນເຂົ້າຮ່ວມ.


      ໃນພິທີ ທີ່ເຕັມໄປດ້ວຍຄວາມໝາຍ ຄວາມສໍາຄັນດັ່ງກ່າວ ທ່ານ ນາຍົກລັດຖະມົນຕີ ໄດ້ກ່າວປາ ໄສ ​ເຊິ່ງມີເນື້ອໃນບາງຕອນດັ່ງນີ້: “ຕະຫຼອດໄລຍະ 39 ປີ ແຫ່ງການສ້າງສາພັດທະນາ ແລະ ປົກປັກຮັກສາປະເທດຊາດ, ກອງທັບເຮົາໄດ້ກາຍເປັນກໍາລັງຫຼັກແຫຼ່ງ ໃນການປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນ. ຊຶ່ງຍາມໃດກໍ່ໄດ້ຍົກສູງສະຕິລະວັງຕົວ, ກຽມພ້ອມສູ້ຮົບ, ສະກັດກັ້ນ ແລະ ທັບມ້າງກົນອຸບາຍມ້າງເພທໍາລາຍຂອງສັດຕູ ການເຄື່ອນໄຫວເກາະຜິດ, ບຽດຍືດຊາຍແດນຂອງອິດ ທິກໍາລັງປໍລະປັກໄດ້ຢ່າງທັນການ, ຮັກສາໝາກຜົນຂອງການປະຕິວັດ, ອໍານາດອະທິປະໄຕ ແລະ ຜືນ ແຜ່ນດິນອັນຄົບຖ້ວນຂອງຊາດໄວ້ໄດ້ຢ່າງໝັ້ນຄົງ” ແລະ ທ່ານ ນາຍົກລັດຖະມົນຕີ ກໍ່ໄດ້ປະດັບຫຼຽນໄຊອິດສະຫຼະຊັ້ນ II ໃຫ້ແກ່ກອງ ກ 1. ຈາກນັ້ນກໍໄດ້ຊົມການເດີນສວນສະໜາມ ແລະ ການສະແດງຍຸດ ທະວິທີການປ້ອງກັນຕົວຂອງນາຍ ​ແລະ ພົນທະຫານ.


      ໃນໂອກາດດຽວກັນນີ້ ທ່ານ ສົມມາດ ພົລເສນາ ພ້ອມດ້ວຍຄະນະ ຈາກ ກະຊວງ ໂຍທາທິການ ແລະຂົນສົ່ງ ກໍ່ໄດ້ມອບເຄື່ອງທີ່ລະນຶກ, ເງິນສົດຈຳນວນ 5 ລ້ານກີບ ແລະເຄື່ອງບໍລິໂພກຈຳນວນ​ໜື່ງ ໃຫ້ກັບ ກອງ ກ 1.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250