ຂ່າວຕ່າງແຂວງ

ຄວາມຄືບໜ້າໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ລາວ-ໄທ ແຫ່ງທີ 5 ບໍລິຄໍາໄຊ-ບຶງການ

2021-06-14 - Administrator



ໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ລາວ-ໄທ (ບໍລິຄໍາໄຊ-ບຶງການ) ໄດ້ເລີ່ມກໍ່ສ້າງ ໃນເດືອນ ສິງຫາ 2019 ເຊິ່ງເປັນໂຄງການເງິນກູ້ຈາກອົງການ ຄວາມຮ່ວມມືທາງດ້ານເສດຖະກິດກັບປະເທດເພື່ອນບ້ານ (ອົງການມະຫາຊົນ) ຈາກປະເທດໄທ, (ອົງການ ນິດາ NEDA), ຊຶ່ງລັດຖະບານລາວໄດ້ຮັບເງິນກູ້ຢືມຈໍານວນ 1,380,067,000 ບາດ, ເຊຶ່ງໄດ້ແບ່ງອອກເປັນ 2 ສັນຍາຄື: ສັນຍາ 1 ແມ່ນສັນຍາກໍ່ສ້າງຂົວນໍ້າຂອງ ແລະ ສັນຍາທີ 2 ແມ່ນສັນຍາ ກໍ່ສ້າງທາງເຊື່ອມຕໍ່ເຂົ້າຂົວ ແລະ ກໍ່ສ້າງອາຄານດ່ານກວດຄົນ ເຂົ້າ-ອອກເມືອງ.




ຈຸດທີ່ຕັ້ງຂອງໂຄງການຂົວຂ້າມນໍ້າຂອງມິດຕະພາບ ລາວ-ໄທແຫ່ງທີ 5 ບໍລິຄໍາໄຊ-ບຶງການ, ແມ່ນຕັ້ງຢູ່ບ້ານກ້ວຍອຸດົມ, ເມືອງປາກຊັນ, ແຂວງບໍລິຄໍາໄຊ, ໂດຍຫ່າງຈາກເທດສະບານເມືອງປາກຊັນໄປທາງທິດເໜືອຕາມທາງເລກ 13 ໃຕ້ປະມານ 10 ກມ ແລະ ຫ່າງຈາກທາງເລກ 13ໃຕ້ 2,860 ແມັດ,



ສໍາລັບໂຄງສ້າງຂົວຊ່ວງກາງນໍ້າເປັນລັກສະນະຂົວແຂວນ (Extradoses) ຢູ່ຊ່ວງກາງນໍ້າ ຮູບແບບຂາງເປັນຮູບກັບແບບມີປີກ (Box Girder) ແບ່ງອອກເປັນຫຼາຍຊ່ວງທີ່ແຕກຕ່າງກັນຄື: ຊ່ວງທີ່ຢູ່ເທິງບົກມີ 16 ຊ່ວງ, ໃນນັ້ນຍາວ 40 ແມັດ, 8 ຊ່ວງ, ຍາວ 50 ແມັດ 8 ຊ່ວງ, ຢູ່ກາງນໍ້າມີ 5 ຊ່ວງ, ຍາວ 90 ແມັດ 2 ຊ່ວງ ແລະ ຍາວ 150 ແມັດ 3 ຊ່ວງ, ມີເສົາເທິງບົກ 18 ເສົາ ແລະ ເສົາສູງຄຶງສາຍກາບກາງນໍ້າ 4 ເສົາ, ລວງຍາວສະເພາະຂົວທັງໝົດ 1,350 ແມັດ ແລະ ມີທາງເຊື່ອມຕໍ່ຂຶ້ນຫົວຂົວ (Approach Road) ເບື່ອງລະ 85 ແມັດ, ລວງກວ້າງຂອງຂົວທັງໝົດ 17,30 ແມັດ

ສໍາລັບໂຄງສ້າງທາງເຂົ້າຂົວ (Connecting) ປູດ້ວຍເບຕົງເສີມເຫຼັກໜາ 25 ຊັງຕີແມັດ, ມີຄວາມກວ້າງທັງໝົດ 24,10 ແມັດ, ໃນນັ້ນມີຄອງລົດແລ່ນເບື້ອງລະ 2x3.50 ແມັດ, ມີບ່າທາງເບື່ອງລະ 2,50 ແມັດ, ມີດອນກາງທາງລວມທັງຂອບປ້ອງກັນກວ້າງ 5,10 ແມັດ, ສໍາລັບຈຸດປ່ຽນທິດທາງຈາລະຈອນ ແມ່ນໄດ້ກໍານົດຢູ່ເບື້ອງປະເທດລາວ, ໂດຍກໍານົດຄວາມກວ້າງຂອບເຂດສະຫງວດຂອງທາງເບື້ອງລະ 50 ແມັດ.




ສໍາລັບຄວາມຄືບໜ້າຂອງໂຄງການໃນແຕ່ລະໜ້າວຽກງານການກໍ່ສ້າງ ມາເຖິງປະຈຸບັນທີ່ໄດ້ປະຕິບັດສໍາເລັດມີດັ່ງນີ້: ສັນຍາທີ 1 (Package) : ກໍ່ສ້າງຂົວກາງນໍ້າ ລວມທັງທາງເຂົ້າຫົວຂົວ, ເນື່ອງຈາກສະຖານະການແຜ່ລະບາດຂອງພະຍາດ Covid-19 ຜູ້ຮັບເໝົາຫຼັກ (ຝ່າຍໄທ) ຈຶ່ງບໍ່ສາມາດເຂົ້າສະໜາມໄດ້, ຊຶ່ງໃນໄລຍະຜ່ານມາກໍ່ຄືປະຈຸບັນແມ່ນໄດ້ເຂົ້າມາສໍາຫຼວດ ຊີເຈາະໂຄງສ້າງຂັ້ນດິນ ແລະ ຫີນຢູ່ຈຸດທີ່ຕັ້ງເສົາຂົວ, ຊຶ່ງນອນໃນເຂດຮົ້ວ ຟຣີໂຊນ ເທົ່ານັ້ນ, ໃນສັນຍາທີ 1 ມາຮອດວັນທີ 31 ພຶດສະພາ 2021, ແຜນການໃນເດືອນ 1,19% ປະຕິບັດໄດ້ 0,42% ຫຼຸດຄາດ  ໝາຍ -1,77%, ສໍາລັບສັນຍາທີ 2 ການກໍ່ສ້າງທາງເຊື່ອມຕໍ່ເຂົ້າຂົວ ແລະ ອາຄານດ່ານປະຈຸບັນການກໍ່ສ້າງແຜນການ 4,27%, ປະຕິບັດໄດ້ຕົວຈິງ 6,31%, ລື່ນຄາດໝາຍ +2,04%, ລວມຄວາມຄືບໜ້າທັງ 2 ສັນຍາແມ່ນປະຕິບັດໄດ້ +4,08%.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250