ຂ່າວພາຍໃນກະຊວງ

8 ແຜນວຽກລວມ ວຽກງານປ້ອງກັນຕາຝັ່ງເຈື່ອນເຈື່ອນ ຕິດພັນກັບ ການຮັກສາເຂດນໍ້າແດນດິນ

2022-03-18 - Administrator




3 ປີຜ່ານມາ 2019-2021 ລັດຖະບານ ກໍ່ຄືກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ເອົາໃຈໃສ່ໃນການປະຕິບັດວຽກງານປ້ອງກັນຕາຝັ່ງເຈື່ອນ ທີ່ຕິດພັນກັບການປົກປັກຮັກສາອະທິປະໄຕຂອງຊາດ ໂດຍສະເພາະແມ່ນຍຸດທະສາດ ແລະ ແຜນລວມຂອງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນຕາມແຄມແມ່ນ້ໍາຂອງ ແລະ ນ້ຳເຫືອງ ໂດຍກຳນົດ 8 ແຜນງານລວມ ແລະ ຈຸດສຸມ ຕາມຄຳຂວັນທີ່ວ່າ: ພັດທະນາການຂົນສົ່ງທາງນ້ຳ ເຊື່ອມຈອດກັບການຂົນສົ່ງຫຼາຍຮູບແບບ ແລະ ໂລຊິດສຕິກແຫ່ງຊາດ ໃຫ້ມີຄວາມສະດວກ, ປອດໄພ ຕິດພັນກັບ ການບໍລິການທ່ອງທ່ຽວ, ກໍ່ສ້າງປ້ອງກັນຕາຝັ່ງ ແລະ ນໍາໃຊ້ວັດສະດຸກໍ່ສ້າງ ທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ຍືນຍົງ.

ທ່ານ ວັນທອງ ບຸດຕະນະວົງ ຫົວໜ້າກົມທາງນໍ້າ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ລາຍງານໃນກອງປະຊຸມວຽກງານ ຂະແໜງ ຍທຂ ໃນຄັ້ງວັນທີ 24-25 ກຸມພາ 2022 ຜ່ານມາວ່າ: ການຈັດຕັ້ງປະຕິບັດວຍກງານປ້ອງກັນຕາຝັ່ງເຈື່ອນ ທີ່ຕິດພັນກັບການປົກປັກຮັກສາອະທິປະໄຕ ຂອງຊາດ ແຕ່ 2019-2021 ໂດຍສະເພາະແມ່ນຍຸດທະສາດ ແລະ ແຜນລວມຂອງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນຕາມແຄມແມ່ນ້ໍາຂອງ ແລະ ນ້ຳເຫືອງ. ເພື່ອຈັດຕັ້ງຜັນຂະຫຍາຍບັນດາທິດທາງ ແລະ ເປົ້າໝາຍລວມທີ່ໄດ້ກຳນົດໃນ ວິໄສທັດຮອດປີ 2030, ຍຸດທະສາດການພັດທະນາຂະແໜງການໂຍທາທິການ ແລະ ຂົນສົ່ງ ຮອດປີ 2025 ແລະ ແຜນ 5 ປີ ຂອງວຽກງານທາງນນໍ້າ 2021-2025 ກົມທາງນ້ໍາໄດ້ນໍາເອົາເນື້ອໃນຈິດໃຈຂອງແຜນພັດທະນາດັ່ງກ່າວ ມາເປັນບ່ອນອີງໃນການກໍານົດ ວິໄສທັດຮອດປີ 2030 ແລະ ຍຸດທະສາດການພັດທະນາຂອງຕົນ ຕາມຄໍາຂວັນທີ່ວ່າ: ພັດທະນາການຂົນສົ່ງທາງນ້ຳ ເຊື່ອມຈອດກັບການຂົນສົ່ງຫຼາຍຮູບແບບ ແລະ ໂລຊິດສຕິກແຫ່ງຊາດ ໃຫ້ມີຄວາມສະດວກ, ປອດໄພ ຕິດພັນກັບ ການບໍລິການທ່ອງທ່ຽວ, ກໍ່ສ້າງປ້ອງກັນຕາຝັ່ງ ແລະ ນໍາໃຊ້ວັດສະດຸກໍ່ສ້າງ ທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ຍືນຍົງ.

ສະນັ້ນ, ກົມທາງນໍ້າ ຈຶ່ງໄດ້ກໍານົດແຜນລວມ ແລະ ແຜນວຽກຈຸດສຸມຂອງຕົນ ໂດຍສະເພາະວຽກງານປ້ອງກັນຕາຝັ່ງເຈື່ອນເຈື່ອນທີ່ຕິດພັນກັບການປົກປັກຮັກສາເຂດນໍ້າແດນດິນ ແລະ ອະທິປະໄຕຂອງຊາດ. ໂດຍມີແຜນລວມ ດັ່ງນີ້: 1) ສູ້ຊົນກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ທີ່ເຈືື່ອນຕາມດອນ, ແຄມແມ່ນ້ໍາຂອງ ແລະ ນ້ຳເຫືອງ ທີ່ເປັນຊາຍແດນຮ່ວມທາງນໍ້າ ເພື່ອດຶງດູດເອົານັກລົງທຶນມາພັດທະນາໃຫ້ເປັນເຂດບໍລິການຄົບວົງຈອນ; 2) ສູ້ຊົນກໍ່ສ້າງຄັນຄູປ້ອງກັນນ້ໍາຖ້ວມຕົວເມືອງ ເພື່ອຫຼຸດຜ່ອນໄພນ້ໍາຖ້ວມໃຫ້ກາຍເປັນແຫຼ່ງບໍລິການທ່ອງທ່ຽວ; 3) ການນຳໃຊ້ວັດສະດຸກໍ່ສ້າງທໍາມະຊາດຮັບປະກັນບໍ່ໃຫ້ແຫຼ່ງນ້ຳບົກແຫ້ງ, ບໍ່ໃຫ້ມີຜົນກະທົບຕໍ່ຕາຝັ່ງ, ລະບົບນິເວດວິທະຍາ ແລະ ສິ່ງແວດລ້ອມ; 4) ເພີ່ມທະວີການຈັດຕັ້ງປະຕິບັດວິໄນແຜນການ ແລະ ການເງິນ ຢ່າງເຂັ້ມງວດ ເພື່ອຮັບປະກັນໃນການຄຸ້ມຄອງແຜນການ, ການເງິນ ແລະ ຊັບສົມບັດຂອງລັດໃຫ້ມີປະສິດທິຜົນສູງ; 5) ເກັບກໍາສະຖິຕິວຽກງານປ້ອງກັນຕາຝັ່ງເຈື່ອນເຈື່ອນໃນຂອບເຂດທົ່ວປະເທດ ແລະ ດໍາເນີນການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນໃຫ້ສໍາເລັດເພີ່ມຂຶ້ນອີກ 8% ຈາກ 39% ເປັນ 47% ໃນປີ 2025 ຂອງຈຸດເຊາະເຈື່ອນຮ້າຍແຮງ ຕາມຜົນສໍາຫຼວດປີ 2021 ຈໍານວນ 539,35 ກິໂລແມັດ; 6) ສ້າງ ແລະ ປັບປຸງນິຕິກໍາ ຄື: ກົດໝາຍວ່າດ້ວຍການທາງນ້ຳ, ລະບຽບຄຸ້ມຄອງກິດຈະການກໍ່ສ້າງທາງນ້ໍາ ແລະ ລະບຽບການຂຸດຄົ້ນຫີນແຮ່, ຊາຍ ແລະ ດິນດຳ ໃຫ້ສຳເລັດພາຍໃນປີ 2022; 7) ສືບຕໍ່ຄຸ້ມຄອງ ແລະ ຈັດຕັ້ງປະຕິບັດ ບັນດາໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ທີ່ໄດ້ຮັບອະນຸມັດ ແລະ ມີແຜນບັນຈຸໃນ 5 ປີ 2021-2025 ໃຫ້ສຳເລັດຕາມແຜນການ ເປັນຕົ້ນ: ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ຈຸດບ້ານນາຂ່າ (ຊ່ວງ 2, 3) ເມືອງບໍ່ແຕນ ແຂວງໄຊຍະບູລີ; ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນຈຸດບ້ານດອນກາງຂອງ ເມືອງສັງທອງ ນະຄອນຫຼວງວຽງຈັນ, ໂຄງການກໍ່ສ້າງຕາຝັ່ງເຈື່ອນດອນໝາກໂມ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນເຂດບ້ານບຸ່ງກວາງ ແລະ ບ້ານທົ່ງນ້ອຍ ເມືອງປາກກະດິງ ແຂວງບໍລິຄໍາໄຊ ແລະ ອື່ນໆ; 8) ສືບຕໍ່ຈັດຕັ້ງປະຕິບັດໂຄງການຄຸ້ມຄອງຄວາມສ່ຽງໄພພິບັດນ້ຳຖ້ວມ ໄລຍະ 1 ແລະ 2 (ທະນາຄານໂລກ), ພ້ອມທັງສຶກສາຄວາມເປັນໄປໄດ້ ໃນການຄຸ້ມຄອງຄວາມສ່ຽງໄພພິບັດນ້ໍາຖ້ວມ ເທດສະບານເມືອງສາມັກຄີໄຊ ແຂວງອັດຕະປືອີກດ້ວຍ.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250