ລາຍງານກອງປະຊຸມ

ການພົບປະສອງຝ່າຍ ລະຫວ່າງ ລາວ ແລະ ຍີ່ປຸ່ນ

2013-12-31 - Administrator





ໃນວັນທີ 19 ທັນວາ 2013 ຢູ່ທີ່ໂຮງແຮມຈຳປາສັກແກຣນ, ເມືອງປາກເຊ,​ ແຂວງຈຳປາສັກ, ສປປ ລາວ ໄດ້ມີ ພິທີການພົບ ປະສອງຝ່າຍ ລະຫວ່າງ ສປປ ລາວ ນຳໂດຍທ່ານ ສົມມາດ ພົລເສນາ, ລັດຖະມົນຕີ ວ່າການ ກະຊວງ ໂຍທາທິການ ແລະຂົນສົ່ງ, ແລະ ຍີ່ປຸ່ນ ນຳໂດຍ ທ່ານ ຢາອິຈິ ນາກາຮາຣາ (Yaichi Nakahara), ລັດຖະມົນຕີຊ່ວຍ ວ່າການ ກະຊວງທີ່ດິນ, ໂຄງລ່າງ, ຂົນສົ່ງ ແລະທ່ອງທ່ຽວ. ແນໃສ່ເພື່ອສືບຕໍ່ ແລະ ຂະຫຍາຍການຮ່ວມມືທີ່ມີປະສິດ ທິພາບຍິ່ງຂຶ້ນ, ທັງສອງຝ່າຍໄດ້ປຶກສາຫາລື ແລະ ຕົກລົງເປັນເອກະພາບກັນ ດັ່ງນີ້:

  1. ເລັ່ງກະກຽມ ແລະລົງນາມສັນຍາການບິນ (Air Service Agreement) ໃຫ້ສຳເລັດໂດຍໄວ;
  2. ຝ່າຍລາວ ເຫັນດີດ້ານຫລັກການ ຈະສືບຕໍ່ສະໜັບສະໜູນ ແລະຂະຫຍາຍສັນຍາໃຫ້ບໍລິສັດ     L-JATS ເພື່ອດຳເນີນການບໍລິການຢູ່ຕຶກສະໜາມບິນສາກົນວັດໄຕ ໂດຍມີເງື່ອນໄຂໃຫ້ບໍລິສັດ    L-JATS ຕ້ອງປັບປຸງ ຄຸນນະພາບການບໍລິການໃຫ້ໄດ້ມາດຕະຖານສາກົນ;
  3. ສອງຝ່າຍສົ່ງເສີມການຮ່ວມມືທາງວິຊາການ ໂດຍສືບຕໍ່ຈາກບົດບັນທຶກຄວາມເຂົ້າໃຈ ທີ່ໄດ້ລົງ ນາມກັນໃນປີ ຜ່ານມາ ຊຶ່ງມີພຽງຂະແໜງຂົວທາງ ແລະຈະຂະຫຍາຍການຮ່ວມມືໃຫ້ກວມເອົາ ຫລາຍຂະແໜງການຕື່ມເຊັ່ນ: ການວາງແຜນຕົວເມືອງ, ລະບຽບຜັງເມືອງ, ໂລຈິສະຕິກ, ທາງ ລົດໄຟ ແລະອື່ນໆ; ຝ່າຍຍີ່ປຸ່ນຍັງແຈ້ງໃຫ້ຊາບ ວ່າ: ຈະພິຈາລະນາຂະຫຍາຍບົດບັນທຶກຄວາມ ເຂົ້າໃຈໃນອະນາຄົດອັນໃກ້ນີ້. ຝ່າຍຍີ່ປຸ່ນ ອາດຈະສົ່ງທ່ານ ອາດາຈິ (Adachi), ລັດຖະມົນຕີ ຊ່ວຍວ່າການ ຜູ້ຊີ້ນຳວຽກງານຮ່ວມມືທາງວິຊາການ ມາຢ້ຽມຢາມ ສປປ ລາວ;
  4. ຝ່າຍລາວ ສະເໜີໃຫ້ຝ່າຍຍີ່ປຸ່ນ ເພີ່ມການຊ່ວຍເຫລືອລ້າ ແລະເງິນກູ້ຢືມ ໃຫ້ ສປປ ລາວ ສຳລັບການພັດທະນາ ໂຄງລ່າງພື້ນຖານຄົມມະນາຄົມ-ຂົນສົ່ງ ຊຶ່ງປະກອບດ້ວຍໂຄງການກໍ່ ສ້າງເຂດໂລຈິສະຕິກ ທີ່ຮ່ວມມືກັບບໍລິສັດ ນິບປອນ ເອັກສເພຣສ (Nippon Express) ຊຶ່ງ ທ່ານ ນາຍົກລັດຖະມົນຕີ ຊິນໂຊະ ອາເບະ ໃນເວລາມາຢ້ຽມ ຢາມ ສປປ ລາວ ຢ່າງເປັນທາງ ການ; ຝ່າຍຍີ່ປຸ່ນ ແຈ້ງໃຫ້ຝ່າຍລາວ ຊາບວ່າ: ຈະພິຈາລະນາບົນພື້ນຖານການ ສຶກສາໂຄງການ.
  5. ຈະເຊີນບໍລິສັດຍີ່ປຸ່ນມາລົງທຶນ ຢູ່ ສປປ ລາວ ໃນຮູບແບບການຮ່ວມທຶນກັບ ບໍລິສັດລາວ (Joint Venture “JV”) ໃນຂະແໜງຂົນສົ່ງໃນຕົວເມືອງ ໂດຍສະເພາະແມ່ນການບໍລິການ ລົດເມສາທາລະນະ; ຕໍ່ກັບບັນຫານີ້, ຝ່າຍຍີ່ປຸ່ນ ແຈ້ງໃຫ້ຝ່າຍລາວຊາບວ່າ: ລັດຖະບານຍີ່ປຸ່ນ ຈະສ້າງກົນໄກໃໝ່ ເພື່ອຊຸກຍູ້ໃຫ້ບໍລິສັດຍີ່ປຸ່ນ ມາລົງ ທຶນໃນອາຊີ. ເຖິງຢ່າງໃດກໍຕາມ, ກົນໄກ ດັ່ງກ່າວຍັງບໍ່ທັນໄດ້ຖືກອະນຸມັດເປັນທາງການເທື່ອ;
  6. ຈະນຳໃຊ້ຜົນການສຶກສາຄວາມເປັນໄປໄດ້ທີ່ຝ່າຍຍີ່ປຸ່ນໃຫ້ການຊ່ວຍເຫລືອ ເພື່ອເປັນບ່ອນອີງ ໃນການຍົກ ລະດັບທາງຫລວງແຫ່ງຊາດເລກທີ 8 ແລະເລກທີ 12;
  7. ຈະຈັດສຳມະນາວິຊາການສຳລັບຂະແໜງຂົວທາງ ໂດຍເຊີນເອົາບັນດາບໍລິສັດຜູ້ຮັບເໝົາ ແລະບໍລິສັດທີ່ປຶກສາ ຍີ່ປຸ່ນ ທີ່ເຮັດວຽກຢູ່ ສປປ ລາວ ມາແລກປ່ຽນບົດຮຽນ ແລະປະສົບການ;
  8. ຝ່າຍລາວ ສະເໜີໃຫ້ຝ່າຍຍີ່ປຸ່ນ ສືບຕໍ່ສະໜັບສະໜູນໂຄງການຂົນສົ່ງມົນລະພິດຕ່ຳ ເປັນຕົ້ນ ແມ່ນ “ລົດໄຟຟ້າ”. ຕໍ່ກັບບັນຫານີ້, ຝ່າຍລາວ ແຈ້ງໃຫ້ຝ່າຍຍີ່ປຸ່ນຊາບ ກ່ຽວກັບໂຄງການ ຂອງ ກະຊວງສິ່ງແວດລ້ອມຍີ່ປຸ່ນ ທີ່ໃຫ້ ການສະໜັບສະໜູນການນຳໃຊ້ລະບົບຂົນສົ່ງມົນລະພິດຕ່ຳ.
  9. ຝ່າຍລາວ ສະແດງຄວາມຂອບໃຈ ແລະຮູ້ບຸນຄຸນ ຕໍ່ກະຊວງທີ່ດິນ, ໂຄງລ່າງ, ຂົນສົ່ງ ແລະທ່ອງ ທ່ຽວ ທີ່ໄດ້ສົ່ງ ຊ່ຽວຊານ ມາປະຈຳຢູ່ກະຊວງໂຍທາທິການ ແລະຂົນສົ່ງ ແຕ່ປີ 1996 ແລະຕີລາ ຄາສູງການປະກອບສ່ວນ ຂອງ ຊ່ຽວຊານໃນການຮ່ວມມືທາງວິຊາການ.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250