ຂ່າວພາຍໃນກະຊວງ

ກະຊວງ ໂຍທາທິການ ແລະ ຂົນສົ່ງ ເຜີຍແຜ່ເຊື່ອມຊຶມ ມະຕິກອງປະຊຸມ ຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝ ທີ XI

2022-08-23 - Administrator


        ເພື່ອ​ເປັນ​ການຈັດຕັ້ງ​ເຜີຍ​ແຜ່​ເຊື່ອມ​ຊຶມ ​ມະຕິ​ກອງ​ປະຊຸມ​ ຄົບ​ຄະນະ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ​ຄັ້ງ​ທີ​4 ​​ສະໄໝ​ ທີ​ XI​ ໃຫ້​ມີ​ຄວາມ​ໝາຍ​ຄວາມ​ສຳຄັນ​ ແລະ​ ມີ​ເນື້ອ​ໃນ​ເລິກເຊິ່ງ​ ດັ່ງນັ້ນ, ກະຊວງ​ໂຍທາ​ທິ​ການ​ ແລະ​ ຂົນສົ່ງ​ ຈຶ່ງ​ໄດ້​ ຈັດ​ປາຖະກະຖາ​ຂຶ້ນ​ໃນ​ວັນ​ທີ​ 22​ ສິງຫາ​ 2022​ ທີ່ ຫ້ອງປະຊຸມໃຫຍ່ ​ກະຊວງ ຍທຂ, ໂດຍໃຫ້​ກຽດ​ປາຖະກະຖາ​ໂດຍ​ ທ່ານ​ ວຽງ​ສະ​ຫວັດ​ ສີ​ພັນດອນ​ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີ​ ກະຊວງ​ ຍທຂ​; ຊຶ່ງ​ມີບັນດາຄະນະປະຈໍາພັກ, ກຳມະການພັກ, ຄະນະໜ່ວຍພັກຮາກຖານ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມ, ສະຖາບັນ, ກອງວິຊາການ, ຄະນະຄຸ້ມຄອງໂຄງການກໍ່ສ້າງທາລົດໄຟລາວຈີນ, ຜູ້ອຳນວຍການ, ຮອງຜູ້ອຳນວຍ ລັດວິສາຫະກິດ; ຫົວໜ້າ, ຮອງຫົວໜ້າພະແນກ ຂອງຫ້ອງການ, ບັນດາກົມ, ສະຖາບັນ, ກອງວິຊາການ ແລະ ທຽບເທົ່າ; ຄະນະບໍລິຫານງານສາມອົງການຈັດຕັ້ງມະຫາຊົນຂັ້ນກະຊວງ​ເຂົ້າ​ ຮ່ວມ​ຮັບ​ຟັງ.


        ໃນ​ການ​ເຊື່ອມ​ຊຶມ​ເອກະ​ສານ​ມະຕິ ​ໃນ​ຄັ້ງ​ນີ້ປະກອບ​ມີ​ ດັ່ງນີ້:​ ກອງ​ປະຊຸມ​ໄດ້​ປະເມີນ​ສະພາບ​ແວດ​ລ້ອມ​ຢູ່​ພາກພື້ນ​ ແລະ ​ສາ​ກົນ. ​ໃນປັດຈຸບັນ ​ແລະ​ ຄາດ​ຄະເນ​ທ່າ​ຂະຫຍາຍ​ໃນຕໍ່​ໜ້າ​,​ ຕີລາຄາຜົນ​ການຈັດຕັ້ງ​ປະຕິບັດແຜນ​ພັດທະນາ​ເສດ​ຖະກິດ​-​ສັງຄົມ,​ ແຜນ​ງົບປະ​ມານ​ ແລະ​ ແຜນ​ເງິນຕາ​ ຕົ້ນປີ​ 2022​ ຕິດ​ພັນ​ກັບ​ຜົນ​ການຈັດຕັ້ງ​ປະຕິບັດ ​2​ວາລະ​ແຫ່ງຊາດ,​ ສືບ​ຕໍ່​ຍູ້​ແຮງ​ການຈັດຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ ​XI​ ຂອງ​ພັກ​ ໃຫ້​ປະກົດຜົນ​ເປັນ​ຈິງ,​ຊຸກຍູ້ສົ່ງເສີມຜູ້​ປະກອບ​ການ​ທຸລະ​ກິດ​ຂະໜາດນ້ອຍ, ຂະໜາດ​ກາງ ​ແລະ ​ຈຸນ​ລະວິສາຫະ​ກິດ​ ໃຫ້​ມີ​ຄວາມ​ເຂັ້ມແຂງ,​ ເພີ່ມ​ທະວີ​ການ​ພັດທະນາ​ຊັບພະຍາກອນ​ມະ​ມຸດ​ໃຫ້​ມີ​ຄຸນນະ​ພາບ​ສູງ,​ ປັບປຸງ​ລະບົບ​ການຈັດຕັ້ງ​ກົງຈັກ​ ແລະ ​ກົນ​ໄກ​ ການເຄື່ອນໄຫວ​ຂອງ​ອົງການ​ ບໍລິຫານ​ລັດ​ຕາມ​ທິດ​ເຂັ້ມແຂງ​ ແລະ​ ມີ​ປະສິດທິພາບ​, ຄະນະບໍລິຫານ​ງານ​ສູນ​ກາງ​ພັກ​ ໄດ້​ ຄົ້ນຄວ້າປຶກສາ​ຫາລື ​ແລະ​ ໃຫ້​ທິດ​ຊີ້​ນຳ​ເບື້ອງ​ຕົ້ນກ່ຽວ​ກັບການ​ ຄົ້ນຄວ້າ​ທິດ​ສະ​ດີ​ ແລະ ​ສະຫຼຸບ​ ພຶດຕິ​ກຳ​ ໃຫ້​ແກ່​ການສ້າງ​ປະຖົມ​ປັດໄຈ​ ເພື່ອ​ກ້າວ​​ຂຶ້ນ​ສູ່​ຈຸດ​ໝາຍສັງຄົມ​ນິຍົມ,​ ໃຫ້​ທິດ​ຊີ້ນຳກ່ຽວ​ກັບການ​ກະກຽມການ​ດຳເນີນກອງ​ປະຊຸມວຽກງານ​ການເມືອງ​ແນວ​ຄິດທົ່ວປະເທດ​ ຄັ້ງ​ທີ ​V,​ ກອງ​ປະຊຸມວຽກງານ​ກໍ່ສ້າງ​ຮາກ​ຖານການເມືອງ,​ ວຽກ​ງານພັດທະນາ​ຊົນນະບົດ,​ ແກ້ໄຂ​ຄວາມທຸກ​ຍາກ​ ແລະ​ ວຽກ​ງານ​ສາມ​ສ້າງ,​ ກອງ​ປະຊຸມ​ ສະຫຼຸບ​ຂະບວນ​ການ​ແຂ່ງຂັນ​ ຮັກ​ຊາດ ​ແລະ​ ພັດທະນາ,​ ວຽກ​ງານ​ຈຸດ​ສຸມ​ໃນ​ການ​ຊີ້​ນຳ​ນຳພາ​ຂອງ​ຕົນ​ ແຕ່​ນີ້​ຫາ​ກອງ​ປະຊຸມ​ ຄົບ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ ພັກ ​ຄັ້ງ​ທີ ​5​ ສະໄໝ​ທີ ​XI​. ທັງ​ໝົດ​ນັ້ນ​ກໍ​ເພື່ອ ​ໃຫ້ຄະ​ນະ​ພັກ,​ ສະມາຊິກ​ພັກ,​ ພະນັກ​ງານ​ລັດຖະກອນ​ ເຂົ້າໃຈ​ເນື້ອ​ໃນ​,​ເປັນ​ເຈົ້າ​ການ​ຍົກ​ສູງ​ຄວາມ​ຮັບຜິດຊອບ​ການເມືອງ ​ໃນ​ການ​ປະຕິບັດ​ມະຕິ​ດັ່ງກ່າວ​ໃຫ້​ປະກົດ​ຜົນ​ເປັນ​ຈິງ​ ແລະ​ ທັນ​ກຳນົດ​ເວລາ​ທີ່​ສູນ​ກາງ​ພັກ​ ກຳນົດ​ໄວ້. ໃນ​ວັນ​ດຽວ​ກັນ ​ທ່ານ ນາງ​ ວິໄລ​ຄຳ​ ໂພ​ສາ​ລາດ​ ຄະນະປະຈໍາພັກ, ຮອງ​ລັດ​ຖະມົນຕີ​​ຍທຂ ​ໄດ້​ເປັນກຽດປາຖະກະຖາ​ ວັນ​ເກີດປະທານ​ ສຸພາ​ນຸ​ວົງ​ ຄົບຮອບ​ 113​ ປີ;​ ຊຶ່ງ​ໄດ້​ຍົກ​ໃຫ້ເຫັນ​ໂດຍ​ຫຍໍ້ຜົນງານການ​ ເຄື່ອນໄຫວ​ປະຕິວັດ​ ຂອງ​ ປະທານ​ ສຸພາ​ນຸ​ວົງ,​ ປະທານ​ ສຸພາ​ນຸ​ວົງ​ ເປັນ​ແບບຢ່າງ​ທີ່​ດີ​ການ​ເຕົ້າໂຮມ​ຄວາມ​ສາມັກຄີ​ ຂອງ​ປະຊາຊົນ​ ບັນດາເຜົ່າ​ ຕໍ່ສູ້​ຕ້ານ​ສັດຕູ​ຜູ້​ຮຸກ​ຮານ​ ແລະ​ ຄຸນງາມຄວາມດີ​ຂອງ​ປະທານ​ ສຸພາ​ນຸ​ວົງ.


ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250