ຂ່າວພາຍໃນກະຊວງ

ໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ມີຄວາມຄືບໜ້າ 51,51%

2022-09-08 - Sayphone


    ການປະຕິບັດແຜນງານພາຍໃນເດືອນສິງຫາ 2022 ຂອງໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄໍາໄຊ-ບຶງການ) ສັນຍາ 1 ວຽກກໍ່ສ້າງຂົວກາງນໍ້າ ລວມທັງທາງເຂົ້າຂົວ ແລະ ສັນຍາ 2 ແມ່ນໜ້າວຽກກໍ່ສ້າງທາງເຊື່ອມຕໍ່ເຂົ້າຂົວ ແລະ ອາຄານດ່ານ ສະເລ່ຍຄວາມຄືບໜ້າລວມແຜນທັງໝົດ ທັງ 2 ສັນຍາ ໃນເດືອນສິງຫາ ເທົ່າກັບ 48,01% ແລະປະຕິບັດໄດ້ຕົວຈິງ 51,51% ລື່ນຄາດໝາຍ 3,50%.

 

      ອີງໃສ່ບົດລາຍງານປະຈຳເດືອນ ຂອງທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການ ກໍ່ສ້າງຂົວຂ້າມນໍ້າຂອງ ມິດຕະພາບ ລາວ-ໄທ ແຫ່ງທີ V (ບໍລິຄຳໄຊ-ບຶງການ) ໃຫ້ຮູ້ວ່າ:ໂຄງການດັ່ງກ່າວໄດ້ເລີ່ມລົງມືກໍ່ສ້າງແຕ່ເດືອນສິງຫາ 2019 ຊຶ່ງເປັນໂຄງການເງິນກູ້ຈາກອົງການ ຄວາມຮ່ວມມືທາງດ້ານເສດຖະກິດ ກັບປະເທດເພື່ອນບ້ານ (ອົງການມະຫາຊົນ) ຈາກປະເທດໄທ (ອົງການ NEDA), ລັດຖະບານລາວ ໄດ້ຮັບເງິນກູ້ຢືມເປັນຈຳນວນເງິນ 1.380.067.000 ບາດ (ສະກຸນເງິນໄທ), ໄດ້ແບ່ງອອກເປັນສອງສັນຍາ ຄື: ສັນຍາທີ 1 ແມ່ນສັນຍາກໍ່ສ້າງຂົວຂ້າມນ້ຳຂອງ ເບື້ອງປະເທດລາວ ມີລວງຍາວທັງໝົດ 535 ແມັດ ແລະ ສັນຍາທີ 2 ແມ່ນການກໍ່ສ້າງທາງເຂົ້າຂົວ ລວງຍາວທັງໝົດ 2.775 ແມັດ ລວມທັງອາຄານດ່ານ ແລະ ສິ່ງອໍານວຍຄວາມສະດວກອື່ນໆ ເບື້ອງປະເທດລາວ ມີ ໄລຍະເວລາກໍ່ສ້າງ 30 ເດືອນ ແລະ ໄລຍະຄໍ້າປະກັນ 24 ເດືອນ.

 

       ສຳລັບການປະຕິບັດແຜນງານພາຍໃນເດືອນສິງຫາ 2022 ສັນຍາ 1 ວຽກກໍ່ສ້າງຂົວກາງນໍ້າ ລວມທັງທາງເຂົ້າຂົວ ປະກອບມີ: ວຽກສ້ອມແປງທາງຂອບເຂດບ້ານຫາງຊິງ, ຕິດຕັ້ງປະຕູຮົ້ວແຄ້ມ,     ສະໜອງເຄື່ອງມືຮັບໃຊ້ວຽກສ້ອມແປງ ກັບສວນຄົວ ແລະ ໜ້າວຽກອື່ນໆ ແຜນເທົ່າກັບ 6,09% ປະຕິບັດໄດ້ຕົວຈິງ 0,76% ຫຼຸດຄາດໝາຍ 5,33% ແມ່ນສາມາດປະຕິບັດໄດ້ (ສະເພາະແຜນລວມຂອງສັນຍາ 1 ທັງໝົດ ແມ່ນເທົ່າກັບ 37,30% ປະຕິິບັດໄດ້ຕົວຈິງ ເທົ່າກັບ 40,80% ລື່ນຄາດໝາຍ 3,50%) ແລະ ສ່ວນສັນຍາ 2 ແມ່ນໜ້າວຽກກໍ່ສ້າງທາງເຊື່ອມຕໍ່ເຂົ້າຂົວ ແລະ ອາຄານດ່ານ ປະກອບດ້ວຍວຽກດິນ, ວຽກໂຄງສ້າງທາງ, ວຽກກໍ່ສ້າງປູໜ້າທາງດ້ວຍເບຕົງ, ວຽກກໍ່ສ້າງທໍ່ລະບາຍນໍ້າລອດທາງ, ວຽກກໍ່ສ້າງອາຄານດ່ານ, ວຽກລະບົບຂອງອາຄານ ແລະ ວຽກອື່ນໆ ແຜນການໃນເດືອນສິງຫາ 2022 ເທົ່າກັບ 3,22% ປະຕິບັດໄດ້ 3,59% ຫຼຸດຄາດໝາຍ 0,37% (ສະເພາະຄວາມຄືບໜ້າລວມສັນຍາ 2 ຮອດທ້າຍເດືອນສິງຫາ ເທົ່າກັບ 58,71% ປະຕິບັດໄດ້ຕົວຈິງ 62,21% ລື່ນຄາດໝາຍ 3,50%) ສະເລ່ຍແລ້ວຄວາມຄືບໜ້າລວມແຜນທັງໝົດທັງ 2 ສັນຍາ ໃນເດືອນສິງຫາ ເທົ່າກັບ 48,01% ປະຕິບັດໄດ້ຕົວຈິງ 51,51% ລື່ນຄາດໝາຍ 3,50%.

 

         ທ່ານໃຫ້ຮູ້ຕື່ມວ່າ: ເພື່ອບໍ່ໃຫ້ວຽກງານຢຸດສະງັກ ທາງໂຄງການໄດ້ສົມທົບກັບຄະນະສະເພາະກິດຂັ້ນສູນກາງ ແລະ ຂັ້ນແຂວງເພື່ອຊອກຫາເງື່ອນໄຂ ມາດຕະການ ແລະ ສິ່ງອໍານວຍຄວາມສະດວກໃຫ້ແກ່ທີມງານບໍລິສັດທີ່ປຶກສາ ແລະ ບໍລິສັດຜູ້ຮັບເໝົາ (ຝ່າຍໄທ) ເຂົ້າມາປະຕິບັດວຽກງານການສໍາຫຼວດ ເກັບກໍາຂໍ້ມູນພາກສະໜາມໃນໄລຍະເດືອນມິຖຸນາ 2021 ແມ່ນປະຕິບັດສໍາເລັດໄປດ້ວຍດີພໍສົມຄວນ ເຖິງແມ່ນວ່າຈະມີການປິດຊົ່ວຄາວກ່ຽວກັບການແຜ່ລະບາດຂອງພະຍາດໂຄວິດ-19 ຊຶ່ງວຽກງານການກໍ່ສ້າງຂອງໂຄງການແມ່ນຍັງໄດ້ຈັດຕັ້ງປະຕິບັດຢູ່

 

    ໂດຍໄດ້ມີການປະສານສົມທົບ ແລະ ພົວພັນເອົາເຈົ້າໜ້າທີ່ໆກ່ຽວຂ້ອງເປັນຕົ້ນ: ປກສ, ປກຊ ແລະ ພະແນກສາທາລະນະສຸກລົງຕິດຕາມ ກວດກາ ແລະ ໄດ້ປະຕິບັດຕາມການຊີ້ນຳຂອງຄະນະກຳມະການຄວບຄຸມພະຍາດໂຄວິດ-19 ຢ່າງເຂັ້ມງວດຢູ່ໃນຂອບເຂດຮົ້ວ (Free Construction Zone) ເທົ່ານັ້ນ; ປັບແຜນການເຮັດວຽກຄືນໃໝ່ໃຫ້ແທດເໝາະກັບສະຖານະການຕົວຈິງ ເພື່ອທົດແທນບາງລາຍການໜ້າວຽກທີ່ບໍ່ສາມາດປະຕິບັດໄດ້ໃນໄລຍະ ລະດູຝົນ ໃຫ້ໄປເຮັດໃນລະດູແລ້ງແທນ. ສະເໜີຂັ້ນເທິງພິຈາລະນາ ຄົ້ນຄວ້າແຫຼ່ງທຶນທີ່ຍັງເຫຼືອຈຳນວນ 3.218,12 ລ້ານກີບ ເພື່ອມາຈ່າຍໃຫ້ປະຊາຊົນໃຫ້ຄົບຖ້ວນ ແລະ ຈ່າຍທົດແທນຄືນໃຫ້ຜູ້ຮັບເໝົາຕາມຈຳນວນ ທີ່ໄດ້ຢືມມາກ່ອນ.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250