ຂ່າວພາຍໃນກະຊວງ

ການລົງຕິດຕາມ, ກວດກາພັກ, ກວດກາລັດ ແລະ ຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດ ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງໜ່ວຍພັກຮາກຖານຫ້ອງການກະຊວງ, ໜ່ວຍພັກຮາກຖານກົມຈັດຕັ້ງ-ພະນັກງານ, ໜ່ວຍພັກຮາກຖານກົມແຜນການ-ການເງິນ, ໜ່ວຍພັກຮາກຖານກົມຂົວທາງ, ໜ່ວຍພັກຮາກຖານກົມເຄຫາ-ຜັງເມືອງ, ໜ່ວຍພັກຮາກຖານກົມຂົນສົ່ງ, ໜ່ວຍພັກຮາກຖານກົມທາງນ້ຳ, ໜ່ວຍພັກຮາກຖານກົມນ້ຳປະປາ ແລະ ໜ່ວຍພັກຮາກຖານສະຖາບັນ ຍທຂ.

2022-09-13 - Sayphone


ວັນທີ 8-9 ກັນຍາ ທີ່ຜ່ານມານີ້, ກົມກວດກາ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ຈັດກອງປະຊຸມສຳມະນາກ່ຽວກັບວຽກງານຕິດຕາມ, ກວດກາພັກ, ກວດກາລັດ ແລະ ຕິດຕາມ, ຊຸກຍູ້ ການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງ 9 ໜ່ວຍພັກຮາກຖານຄື: ໜ່ວຍພັກຮາກຖານຫ້ອງການກະຊວງ, ໜ່ວຍພັກຮາກຖານກົມຈັດຕັ້ງ-ພະນັກງານ, ໜ່ວຍພັກຮາກຖານກົມແຜນການ-ການເງິນ, ໜ່ວຍພັກຮາກຖານກົມຂົວທາງ, ໜ່ວຍພັກຮາກຖານກົມເຄຫາ-ຜັງເມືອງ, ໜ່ວຍພັກຮາກຖານກົມຂົນສົ່ງ, ໜ່ວຍພັກຮາກຖານກົມທາງນ້ຳ, ໜ່ວຍພັກຮາກຖານກົມນ້ຳປະປາ ແລະ ໜ່ວຍພັກຮາກຖານສະຖາບັນ ຍທຂ. ທີ່ຫ້ອງປະຊຸມກົມການບິນພົນລະເຮືອນ ບ້ານສີໄຄ, ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໂດຍການນໍາພາຂອງທ່ານ ພອນມະນາ ພຣົມມະລາ ຮອງປະທານກວດກາພັກກະຊວງ ຮອງຫົວໜ້າກົມກວດກາ ກະຊວງ ໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຄະນະ.


ຈຸດປະສົງໃນການລົງເຄື່ອນໄຫວໃນຄັ້ງນີ້, ກໍ່ເພື່ອເປັນການປະຕິບັດຕາມທິດທາງ, ແຜນການຂອງຄະນະບໍລິຫານງານພັກກະຊວງ ທີ່ໄດ້ວາງອອກເວົ້າລວມ, ເວົ້າສະເພາະ ກໍ່ຄືຄະນະກວດກາພັກກະຊວງ ໃນການຕິດຕາມ, ກວດກາ ການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງໜ່ວຍພັກຮາກຖານ, ຄະນະກວດກາພັກຂັ້ນຮາກຖານ ແລະ ສະມາຊິກພັກ, ມະຕິ, ຄໍາສັ່ງ ຂອງຂັ້ນເທິງ ແລະ ຂັ້ນຕົນ ລວມທັງການປະຕິບັດກົດລະບຽບພັກສະໄໝທີ XI ໂດຍສະເພາະແມ່ນການຮ່ວມຊີວິດພັກ, ການຂະຫຍາຍສະມາຊິກພັກ, ການເສຍເງິນສະຕິພັກ, ແບບແຜນວິທີນໍາພາເຮັດວຽກ, ການປະຕິບັດຫຼັກການລວມສູນປະຊາທິປະໄຕ, ລະບອບປະຊຸມ ລວມທັງເກັບກໍາສະພາບການເມືອງ-ແນວຄິດຂອງສະມາຊິກພັກ, ພະນັກງນ-ລັດຖະກອນ ຂອງໜ່ວຍພັກຮາກຖານຫ້ອງການ, ບັນດາກົມ, ສະຖາບັນ, ກອງວິຊາການ ແລະ ລັດວິສາຫະກິດ ທີ່ຂຶ້ນກັບອົງຄະນະພັກກະຊວງ ໂຍທາທິການ ແລະ ຂົນສົ່ງ; ຕິດຕາມ, ຊຸກຍູ້, ການເຜີຍແຜ່, ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດການຜັນຂະຫຍາຍແນວທາງ, ແຜນນະໂຍບາຍ, ມະຕິ, ຄໍາສັ່ງ, ຂໍ້ກໍານົດກ່ຽວກັບວຽກງານພັກ ແລະ ນິຕິກຳວຽກງານຕິດຕາມ, ກວດກາພັກ; ຊຸກຍູ້ ການຄົ້ນຄ້ວາປັບປຸງລະບົບການຈັດຕັ້ງ ຂອງຄະນະກວດກາແຕ່ລະຂັ້ນ, ການຊັບຊ້ອນຈັດວ່າງຕໍາແໜງງານ ຂອງພະນັກງານ ເຂົ້າໃສ່ພະແນກກວດກາ-ຂະແໜງກວດກາ ຂອງບັນດາກົມ/ກອງ ໃຫ້ຖືກຕ້ອງສອດຄອງຕາມທິດທາງແຜນການ ໃນການກໍານົດພະນັກງານນໍາພາ-ຄຸ້ມຄອງຂອງ ກະຊວງໂຍທາທິການ ແລະ ຂົນສົ່ງໄດ້ວາງໄວ້

ໃນທ້າຍຂອງກອງປະຊຸມ ທ່ານ ພອນພະນາ ພຣົມມະລາ ກໍໄດ້ມອບແຜ່ນພາບ ກ່ຽວກັບການຕ້ານການສໍ້ລາດບັງຫຼວງ ຈຳນວນ 21 ຊຸດ, ປື້ມກົດໝາຍ ວ່າດ້ວຍ ການຕ້ານການສໍ້ລາດບັງຫຼວງ 50 ຫົວ ນີ້ເພື່ອໂຄສະນາເຖິງຜົນຮ້າຍຂອງການສໍ້ລາດບັງຫຼວງ ແລະ ເປັນການປູກຈິດສຳນຶກ​ ໃຫ້ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ທັງ 9 ໜ່ວຍພັກຮາກຖານ ເພື່ອສ້າງສະຕິເປັນເຈົ້າຕາມທິດທາງ 3 ບໍ່ ຄື: ບໍ່ກ້າ,​ ບໍ່ສາມາດ​ ແລະ ບໍ່ຢາກສໍ້ລາດບັງຫຼວງ. 


ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250