ຂ່າວພາຍໃນກະຊວງ

ເປີດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານກວດກາ ສະກັດກັ້ນ-ຕ້ານການສໍ້ລາດບັງຫຼບວງ 6 ເດືອນຕົ້ນປີ 2022 ຂອງຄະນະກວດກາ ກະຊວງໂຍທາທິການ ແລະ ຂົນສົ່ງ

2022-08-26 - Sayphone


    ໃນ 6 ເດືອນຕົ້ນປີ 2022​ ນີ້ ຄະນະພັກ ຄະນະກວດກາ ກະຊວງໂຍທາທິການ ແລະ ຂົນສົ່ງ​ໄດ້​​ເອົາໃຈໃສ່ນຳພາ-ຊີ້ນໍາໃນການຈັດຕັ້ງປະຕິບັດວຽກງານກວດກາ ສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງ ຢູ່ພາຍໃນກະຊວງຢ່າງໃກ້ຊິດ ແລະ ເປັນປົກກະຕິ ໂດຍປະຕິບັດ 3 ແຜນຍຸດທະສາດ ຂອງວຽກງານກວດກາ ໃຫ້ເປັນຮູບປະທໍາ ເປັນຕົ້ນ: ການສ້າງລະບົບຄຸ້ມຄອງ ແລະ ກົນໄກສານງານໃຫ້ເຊື່ອມຈອດກັບທຸກຮາກຖານພັກ ແລະ ອົງການຈັດຕັ້ງມະຫາຊົນ, ໄດ້ດໍາເນີນການລົງຊຸກຍູ້ໃຫ້ ໜ່ວຍພັກຮາກຖານ ອ້ອມຂ້າງກະຊວງ ໂດຍສະເພາະສະຫາຍເລຂາໜ່ວຍພັກ ໃຫ້ເຫັນໄດ້ຄວາສຳຄັນຂອງວຽກງານກວດກາ, ວຽກງານການສະກັດກັ້ນ ແລະ ການສໍ້ລາດບັງຫຼວງ ໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ; ຄະນະກວດກາໄດ້ດໍາເນີນການຝຶກອົບຮົມຍົກລະດັບຄວາມຮັບຮູ້ເຂົ້າໃຈກ່ຽວກັບວຽກງານກວດກາພັກ, ກວດກາລັດ, ວຽກງານຕ້ານການສໍ້ລາດບັງຫຼວງ ໃຫ້ແກ່ປະທານກວດກາ, ຜູ້ຮັບຜິດຊອບວຽກກວດກາ, ພະແນກກວດກາ ແລະ ພະນັກງານກວດກາ ໃຫ້ຮູ້ຈັກພາລະບົດບາດຂອງຕົນ. ໄດ້ລົງຕິດຕາມ, ກວດກາປົກກະຕິຢູ່ບັນດາກົມ, ສະຖາບັນ, ກອງວິສາຫະກິດ, ລັດວິສາຫະກິດ ເຊິ່ງໄດ້ປະຕິບັດວາລະແຫ່ງຊາດ ກ່ຽວກັບການປະຢັດ ແລະ ຕ້ານການຟຸມເຟືອຍ ຕາມດໍາລັດ ເລກທີ 78/ລບ ລົງວັນທີ 10 ມີນາ 2015 ວ່າດ້ວຍ ການປະຢັດ ແລະ ຕ້ານການຟຸມເຟືອຍ ພ້ອມດຽວກັນນັ້ນ ຍັງໄດ້ລົງຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດພາລະບົດບາດ, ຂອບເຂດ, ສິດ ແລະ ໜ້າທີ່ຄວາມຮັບຜິດຊອບຂອງຄະນະພັກ, ຄະນະນໍາ ແລະ ພະນັກງານ, ສະມາຊິກພັກຂອງບັນດາກົມ ແລະ ຊຸກຍູ້ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານກວດກາຂອງ ພະແນກກວດກາຢູ່ກົມວິຊາສະເພາະ ທີ່ຂຶ້ນກັບກະຊວງໂຍທາທິການ ແລະ ຂົນສົ່ງ. ນອກນັ້ນ, ພະແນກກວດກາ, ຂະແໜງກວດກາ ຂອງບັນດາກົມ/ກອງ ວິຊາການ ຍັງໄດ້ເຂົ້າຮ່ວມກອງປະຊຸມ ແກ້ໄຂວຽກງານວິຊາສະເພາະ ແລະ ເປັນຜູ້ສັງເກດຕິດຕາມ, ກວດກາ ການປະມູນຈັດຊື້-ຈັດຈ້າງ ແລະ ຕິດຕາມການຄຸ້ມຄອງລາຍຮັບ-ລາຍຈ່າຍ ຂອງກົມ/ກອງ ຕາມທີ່ໄດ້ຮັບການມອບໝາຍຈາກຄະນະພັກ-ຄະນະນຳ ຂອງຕົນ; ເຂົ້າຮ່ວມເປັນຄະນະກວດກາໂຄງການລົງທຶນຂອງລັດ ທີ່ມີມູນຄ່າ 10 ຕື້ກີບຂຶ້ນໄປ ຕາມຂໍ້ຕົກລົງ ສະບັບເລກທີ 03963/ຍທຂ, ລົງວັນທີ 14 ກຸມພາ 2022 ປັດຈຸບັນຄະນະກວດກາ ຂອງກະຊວງ ຍທຂ ແລະ ອົງການກວດກາແຫ່ງລັດ ໄດ້ປະຊຸມຮ່ວມກັນວາງແຜນການເກັບກໍາຂໍ້ມູນ ເພື່ອກະກຽມດໍາເນີນການກວດກາຕົວຈິງ ຄວາມຄືບໜ້າ 20%; ພ້ອມດຽວກັນນັ້ນ, ຄະນະກວດກາພັກກະຊວງ ໄດ້ຊີ້ນຳ-ນຳພາ ປະຕິບັດ 2 ໜ້າທີ່ຍຸດທະສາດ ໃນການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຄື: 1)ການປູກຈິດສໍານຶກ ໂດຍຮູບການລົງໂຄສະນາທາງໂທລະພາບ, ວິທະຍຸ ແລະ ໜັງສືພິມ ກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ເຊິ່ງໄດ້ມອບແຜ່ນໂຄສະນາ ກ່ຽວກັບວຽກຕ້ານການສໍ້ລາດບັງຫຼວງ ທີ່ມີເນື້ອໃນ 4 ຫົວຂໍ້ ແຈກຢາຍໃຫ້ບັນດາກະຊວງ-ອົງການ ແລະ ໂຮງຮຽນ ພາຍໃນນະຄອນຫຼວງວຽງຈັນ 7 ພາກສ່ວນຈຳນວນ 100 ຊຸດ; 2)ການອັດຊ່ອງຫວ່າງ ໂດຍການຊຸກຍູ້ໃຫ້ຮາກຖານພັກສ້າງນິຕິກໍາ ເພື່ອເປັນເຄື່ອງມືໃນການປະຕິບັດວຽກງານຕິດຕາມ, ກວດກາ ການສໍ້ລາດບັງຫຼວງ, ຕິດຕາມ ການຈັດຕັ້ງປະຕິບັດແຈ້ງການຂອງ ທ່ານ ລັດຖະມົນຕີ ສະບັບເລກທີ 8389/ຍທຂ,  ລົງວັນທີ 5 ພຶດສະພາ 2020 ກ່ຽວກັບການຈັດຕັ້ງປະຕິບັດການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ຂອງກະຊວງ ຍທຂ, ແຈ້ງຊັບສິນລາຍຮັບ ພະນັກງານຂັ້ນກະຊວງ ຍທຂ ຄຸ້ມຄອງ ແລະ ສູນກາງຄຸ້ມຄອງ ທີ່ຈະຮັບອຸດໜູນ ບໍານານ ໃນງວດທີ 1 ແລະ ງວດທີ 2 ໃນປີ 2022 ຕາມຂໍ້ຕົກລົງ ສະບັບເລກທີ 26398/ຍທຂ.

 


ການວາງແຜນຍຸດທະສາດວຽກງານກວດກາ  6 ເດືອນທ້າຍປີ 2022

ເພື່ອເປັນການເສີມຂະຫຍາຍດ້ານດີ, ແກ້ໄຂດ້ານອ່ອນຄົງຄ້າງຂອງວຽກງານກວດກາ ແລະ ສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງ ຕາມທິດທາງແຜນການຂອງຄະນະພັກ-ຄະນະນໍາ ວາງອອກເວົ້າລວມ ເວົ້າສະເພາະຄະນະກວດກາພັກກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ກໍານົດເນື້ອໃນແຜນການວຽກງານກວດກາ ແລະ ສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງ 6 ເດືອນທ້າຍປີ 2022 ໂດຍໄດ້ເອົາໃຈໃສ່ປະຕິບັດ ແຜນຍຸດທະສາດວຽກງານກວດກາພາຍໃນ ໃຫ້ສໍາເລັດ, ພ້ອມດຽວກັນນັ້ນກໍ່ຕ້ອງປະຕິບັດພາລະບົດບາດວຽກງານກວດກາພັກ ແລະ ລັດ ໃຫ້ສໍາເລັດຕາມແຜນການລະອຽດດັ່ງນີ້:

1, ສືບຕໍ່ສ້າງລະບົບຄຸ້ມຄອງ ແລະ ກົນໄກປະສານງານ ໃຫ້ເຊື່ອມຈອດກັບທຸກຮາກຖານ ແລະ ອົງການຈັດຕັ້ງມະຫາຊົນ ແລະ ໄດ້ຈັດຕັ້ງຈຸດປະສານງານວຽກງານກວດກາ-ກວດສອບ ຜ່ານທາງລະບົບເອເລັກໂຕນິກ ເພື່ອເຮັດການປະສານງານ-ແລກປ່ຽນຂໍ້ມູນຂ່າວສານ ກັບບັນດາຮາກຖານ ໃຫ້ມີປະສິດທິຜົນດີ;

2, ສືບຕໍ່ປຸກລະດົມຂົນຂວາຍໃຫ້ຄະນະໜ່ວຍພັກຮາກຖານ ໂດຍສະເພາະ ສະຫາຍເລຂາ ເຫັນໄດ້ຄວາມສຳຄັນວຽກງານກວດກາ, ສ້າງເງື່ອນໄຂ ແລະ ສະໜັບສະໜູນວຽກງານກວດກາ ພ້ອມທັງຖືເອົາວຽກງານກວດກາ ເປັນເຄື່ອງມືບໍລິຫານຂອງຮາກຖານຕົນ;

3, ສືບຕໍ່ວຽກຝຶກອົບຮົມໃຫ້ ປະທານກວດກາ, ຜູ້ຮັບຜິດຊອບວຽກກວດກາ, ພະແນກກວດກາ ແລະ ພະນັກງານກວດກາ ໃຫ້ຮູ້ຈັກ ພາລະບົດບາດຂອງຕົນ ໂດຍສືບຕໍ່ລົງຊຸກຍູ້ການຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈກອງປະຊຸມຝຶກອົບຮົມ-ສຳມະນາວຽກງານກວດກາ ຂອງຂະແໜງ ໂຍທາທິການ ແລະ ຂົນສົ່ງ ປະຈຳໄຕມາດ 2 ປີ 2022, ໃນນີ້ເອົາໃຈໃສ່ການຝຶກລົງເຮັດຕົວຈິງ ໃຫ້ພະນັກງານກວດກາ ເພື່ອກາຍເປັນມືອາຊີບເທື່ອລະກ້າວ;

4, ສືບຕໍ່ນໍາພາ-ຊີ້ນໍາ ຄະນະກວດກາໜ່ວຍພັກຮາກຖານ ຈັດຕັ້ງປະຕິບັດວຽກງານສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງ ໂດຍດຳເນີນການປູກຈິດສໍານຶກ ດ້ວຍການໂຄສະນາ-ເຜີຍແຜ່ເຊື່ອມຊຶມນິຕິກຳ ແລະ ອັດຊ່ອງຫວ່າງ ດ້ວຍການສ້າງ ແລະ ປະຕິບັດນິຕິກຳ ໃຫ້ເຂັ້ມງວດ-ມີປະສິດທິພາບກວ່າເກົ່າ;

5, ຄະນະກວດກາພັກກະຊວງສືບຕໍ່ນໍາພາ-ຊີ້ນໍາ, ຕິດຕາມ, ຊຸກຍູ້ຄະນະກວດກາຂະແໜງການແຕ່ລະຂັ້ນ ແລະ ຂະແໜງ ກວດກາຂອງພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ນະຄອນຫຼວງວຽງຈັນ ໃຫ້ເຄື່ອນໄຫວເປັນປົກກະຕິ ແລະ ແຂງແຮງກວ່າເກົ່າ.



ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250