ຂ່າວພາຍໃນກະຊວງ

ປະຊາຊົນ 6 ເມືອງໃນ 2 ແຂວງໄດ້ເຂົ້າເຖິງການຊົມໃຊ້ນໍ້າປະປາ

2022-09-19 - Xaiya

      ການເຂົ້າເຖິງນ້ໍາທີ່ປອດໄພແມ່ນສິດທິມະນຸດ ແລະ ເປັນພື້ນຖານໃນການປັບປຸງສາທາລະນະສຸກ ໃນປີ 2018 ສະຫະພາບເອີຣົບ ແລະ ທະນາຄານພັດທະນາພັດທະນາເຢຍລະມັນ (KfW )ໄດ້ຮ່ວມມືກັບລັດຖະບານ ສປປ ລາວ ເພື່ອເພີ່ມທະວີການເຂົ້າເຖິງການຊົມໃຊ້ນໍ້າສະອາດຊ່ວຍໃນການຫຼຸດຜ່ອນພະຍາດຕິດຕໍ່ທາງນ້ຳ ແລະ ປັບປຸງໂພຊະນາການໃນແຂວງສະຫວັນນະເຂດ ແລະ ແຂວງຄຳມ່ວນ  ປັດຈຸບັນປະຊາຊົນຫຼາຍກວ່າ 62.000 ຄົນໃນ 6 ເມືອງຂອງ 2 ແຂວງ ໄດ້ເຂົ້າເຖິງການຊົມໃຊ້ນໍ້າສະອາດ.

ໃນວັນທີ 14 ກັນຍາ 2022 ທີ່ ແຂວງ ສະຫວັນນະເຂດ ໄດ້ຈັດພິທີ ມອບ-ຮັບ ໂຄງການຂະຫຍາຍໂຄງລ່າງນໍ້າສະອາດ ແລະ ໂພຊະນາການ (SUNWIP) ໂດຍເປັນກຽດກ່າວມອບ ຂອງ ທ່ານ ນາງ ວິໄລຄຳ ໂພສາລາດ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ກ່າວຮັບໂດຍ    ທ່ານ ປອ ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງຄຳມ່ວນ ແລະ ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ມີ ທ່ານ ເວັງຊອງ ວີກ ຫົວໜ້າຝ່າຍຮ່ວມມືສຳນັກງານຜູ້ຕາງໜ້າສະຫະພາບເອີຣົບປະຈຳລາວ ທ່ານ ນາງ ອານິເຕ ຮາເລີ ຫົວໜ້າຫ້ອງການທະນາຄານພັດທະນາເຢຍລະມັນປະຈຳລາວ ພ້ອມດ້ວຍ ຫົວໜ້າກົມນໍ້າປະປາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

      ທ່ານ ສົມປອງ ສິດທິວົງ ຫົວໜ້າກົມນໍ້າປະປາ ໄດ້ກ່າວວ່າ: ໂຄງການຂະຫຍາຍໂຄງລ່າງນໍ້າສະອາດ ແລະ ໂພຊະນາການແມ່ນໜຶ່ງໂຄງການທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາຂະແໜງນໍ້າປະປາ ແລະ ສຸຂະພິບານ ໄດ້ຮັບທຶນຊ່ວຍເຫຼືອລ້າຈາກສະຫະພາບເອີຣົບໂດຍຜ່ານທະນາຄານພັດທະນາເຢຍລະມັນ ມູນຄ່າ 15 ລ້ານເອີໂຣ ປະມານ 235 ຕື້ກວ່າກີບ ເຊິ່ງໂຄງການດັ່ງກ່າວໄດ້ຈັດຕັ້ງປະຕິບັດໃນ 3 ໜ້າວຽກຄື: ວຽກກໍ່ສ້າງລະບົບນໍ້າປະປາ 6 ຕົວເມືອງ ຂອງ 2 ແຂວງຄື: ແຂວງສະຫວັນນະເຂດ ມີ ເມືອງ ນອງ ເຊໂປນ ອາດສະພອນ  ແລະ ອຸທຸມພອນ ສ່ວນ ແຂວງຄຳມ່ວນມີ ເມືອງຫີນບູນ ແລະ ຍົມມະລາດ ຫຼາຍກວ່າ 62 ພັນຄົນໄດ້ເຊື່ອມຕໍ່ການສະໜອງນໍ້າປະປາທີ່ປອດໄພ ພ້ອມນັ້ນກໍໄດ້ຈັດຕັ້ງປະຕິບັດວຽກປູກຈິດສຳນຶກດ້ານສຸຂະອະນາໄມ ແລະ ສົ່ງເສີມການນຳໃຊ້ນໍ້າປະປາ ໄດ້ຈັດຕັ້ງປະຕິບັດກິດຈະກຳດ້ານສຸຂະອະນາໄມໂດຍຜ່ານການສະແດງລະຄອນ ມາຢາຮາເຮ ການສອນລ້າງມື ຖູແຂ້ວ ການນຳໃຊ້ວິດຖ່າຍ ແລະ ອື່ນໆໄດ້ຈັດຕັ້ງປະຕິບັດຢູ່ 7 ໂຮງຮຽນ ແລະ 13 ບ້ານຢູ່ເຂດຫ່າງໄກສອກຫຼີກຂອງແຂວງສະຫວັນນະເຂດ ຄຽງຄູ່ກັນນັ້ນແມ່ນໄດ້ຈັດຕັ້ງປະຕິບັດວຽກສ້າງຄວາມເຂັ້ມແຂງໃຫ້ລັດວິສາຫະກິກນໍ້າປະປາແຂວງຄຳມ່ວນ ແລະ ແຂວງສະຫວັນນະເຂດໂດຍການເຝິກອົບຮົມດ້ານເຕັກນິກ.

      ໂອກາດນີ້ ທ່ານ ນາງ ວິໄລຄຳ ໂພສາລາດ ໄດ້ກ່າວມອບວ່າ: ການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ແມ່ນເພື່ອ ປັບປຸງ ຂະຫຍາຍ ແລະ ກໍ່ສ້າງລະບົບນໍ້າປະປາ ລວມທັງການເສີມສ້າງຄວາມອາດສາມາດຂອງລັດວິສາຫະກິດນໍ້າປະປາ 2 ແຂວງ ດັ່ງນັ້ນຈຶ່ງຂໍມອບລະບົບນໍ້າປະປາ ທັງ 6 ເມືອງໃຫ້ແກ່ແຂວງຄຳມ່ວນ ແລະ ສະຫວັນນະເຂດຄຸ້ມຄອງນໍ້າໃຊ້ໃຫ້ເກີດຜົນປະໂຫຍດສູງສຸດ ແລະ ໃຫ້ປະຊາຊົນບັນດາເຜົ່າໄດ້ເຂົ້າເຖິງລະບົບນໍ້າປະປາຢ່າງສະດວກສະບາຍ ແລະ ດື່ມນໍ້າທີ່ສະອາດປອດໄພ ແລະ ມີຄຸນນະພາບສູງ  ຮຽກຮ້ອງໃຫ້ອຳນາດການປົກຄອງແຂວງ ແລະ ປະຊາຊົນບັນດາເຜົ່າຈະຕ້ອງໄດ້ປົກປັກຮັກສາແຫຼ່ງນໍ້າໃຫ້ມີຄວາມອຸດົມສົມບູນຕະຫຼອດໄປ ພ້ອມນີ້ ພະແນກໂຍທາທິການ ແລະ ຂົນສົ່ງແຂວງດັ່ງກ່າວຈະຕ້ອງໄດ້ເອົາໃຈໃສ່ຊີ້ນຳລັດວິສາຫະກິດນໍ້າປະປາດຳເນີນງານ ແລະ ບົວລະບັດຮັກສາລະບົບນໍ້າປະປາໃຫ້ສອດຄ່ອງກັບຄູ່ມື ແລະ ມາດຕະຖານເຕັກນິກຢ່າງເຂັ້ມງວດ.

      ທ່ານ ຮອງເຈົ້າແຂວງຄໍາມ່ວນ ແລະ ສະຫວັນນະເຂດ ໄດ້ກ່າວຮັບ ໂດຍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການປະກອບສ່ວນຂອງສະຫະພາບເອີຣົບທີ່ໄດ້ໃຫ້ທຶນຊ່ວຍເຫຼືອຕໍ່ໂຄງການດັ່ງກ່າວຊ່ວຍໃຫ້ປະຊາຊົນໄດ້ເຂົ້າເຖິງການຊົມໃຊ້ນ້ຳສະອາດ ແລະ ການປັບປຸງສຸຂະອະນາໄມ ແມ່ນບາດກ້າວທຳອິດ ສົ່ງຜົນໃຫ້ປະຊາກອນມີສຸຂະພາບດີ ແລະ ແຂງແຮງ ທັງເປັນການປະກອບສ່ວນອັນສຳຄັນເຂົ້າໃນການຈັດຕັ້ງປະຕິບັດໂຄງການກໍ່ສ້າງ ແລະ ພັດທະນາຮອບດ້ານຂອງ 2ແຂວງ ແລະ ຢືນຢັນຈະສືບຕໍ່ຄຸ້ມຄອງ ນໍາໃຊ້ໃຫ້ເກີດປະໂຫຍດສູງສຸດ.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250