ຂ່າວພາຍໃນກະຊວງ

ສຳເລັດ ໂຄງການກໍ່ສ້າງລະບົບນໍ້າປະປາ ແລະ ສຸຂາພິບານ 2 ເມືອງ ແຂວງບໍລິຄໍາໄຊ

2022-09-20 - Xaiya

ພິທີ ມອບ-ຮັບ ໂຄງການກໍ່ສ້າງລະບົບນ້ຳປະປາ ແລະ ສຸຂາພິບານ ເມືອງປາກຊັນ ແລະ ເມືອງປາກກະດິງ ແຂວງບໍລິຄຳໄຊ ຈັດຂື້ນໃນວັນທີ 16 ກັນຍາ 2022 ທີ່ແຂວງບໍລິຄຳໄຊ  ໂດຍເປັນກຽດກ່າວມອບຂອງ ທ່ານ ນາງ ວິໄລຄຳ ໂພສາລາດ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ,  ແລະ ກ່າວຮັບໂດຍ ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ  

ໂດຍສືບຕໍ່ຜັນຂະຫຍາຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ່ IX (2021-2025) ໄປຄຽງຄູ່ກັບການພັດທະນາໃຫ້ໄປຕາມ SDG ຂອງປະຊາຄົມໂລກເວົ້າລວມ, ເວົ້າສະເພາະແມ່ນ SDG6 ແລະ ແຜນພັດທະນາ 5 ປີຂອງຂະແໜງ ຍທຂ ໂດຍສະເພາະແມ່ນແຜນພັດທະນາ 2022-2025, ຍຸດທະສາດ 2022-2030 ແລະ ວິໄສທັດຮອດປີ 2030 ຂອງຂະແໜງນໍ້າປະປາ ແລະ ສຸຂາພິບານ (1) ໃຫ້ປະຊາຊົນລາວ 90% ທີ່ອາໄສໃນເທດສະບານແຂວງ ແລະ ເມືອງ ໄດ້ຊົມໃຊ້ນໍ້າປະປາ ທີ່ສະອາດ ແລະ ປອດໄພ, (2) ປະຊາກອນ 100%ທີ່ອາໄສໃນເທດສະບານແຂວງ ແລະ ເມືອງ ໄດ້ນໍາໃຊ້ວິດຖ່າຍທົ່ວເຖິງ ແລະ ຖືກຫຼັກອະນາໄມ (3)ໃຫ້ນໍ້າເປື້ອນໃນເທດສະບານແຂວງ ແລະ ເມືອງ 50% ໄດ້ຮັບການບໍາບັດຢ່າງຖືກຫຼັກການ.
 

ນ້ຳປະປາ ແມ່ນປັດໃຈໜຶ່ງທີ່ຈຳເປັນຕໍ່ການຍົກລະດັບຄຸນນະພາບຊີວິດ ຂອງປະຊາຊົນໃຫ້ນັບມື້ດີຂຶ້ນ, ການຊົມໃຊ້ນໍ້າປະປາ ໃນຕົວເມືອງ ແລະ ຊົນນະບົດ ຍັງແມ່ນຕົວຊີ້ບອກພື້ນຖານອັນໜຶ່ງ ໃນການພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະຂອງ ປະເທດເຮົາ. ສະນັ້ນ, ລັດຖະບານ ຍາມໃດກໍໄດ້ເອົາໃຈໃສ່ພັດທະນາ, ປັບປຸງ ແລະ ຂະຫຍາຍລະບົບນ້ຳປະປາໃຫ້ທົ່ວເຖິງທັງໃນຕົວເມືອງ ແລະ ຊົນນະບົດ ໃນທົ່ວປະເທດ. 

ໂຄງການກໍ່ສ້າງນໍ້າປະປາ ແລະ ສຸຂາພິບານ ເມືອງປາກຊັນ, ເມືອງປາກກະດິງ ເປັນໂຄງການ ໄດ້ຮັບເງິນກູ້ ຈາກທະນາຄານພັດທະນາອາຊີ (ADB Loan 3041-Lao) ເພື່ອພັດທະນາລະບົບນໍ້າປະປາ ພາຍໃຕ້ໂຄງການ  ນໍ້າປະປາ ແລະ ສຸຂາພິບານ ຂອງກະຊວງ ໂຍທາທິການ ແລະ ຂົນສົ່ງ ໂດຍແມ່ນກົມນໍ້າປະປາ ເປັນຜູ້ຈັດຕັ້ງປະຕິບັດ ຮ່ວມກັບ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ ພາຍໃຕ້ການຊີ້ນໍາ-ນໍາພາ ຂອງຄະນະນໍາ ກະຊວງ ໂຍທາທິການ ແລະ ຂົນສົ່ງ, ຄະນະນໍາຂອງແຂວງບໍລິຄໍາໄຊ ແລະ ບັນດາພະແນກການຕ່າງໆ ທີ່ກ່ຽວຂ້ອງ, ໂຄງການກໍ່ສ້າງນໍ້າປະປາ ຢູ່ເມືອງປາກຊັນ ແລະ ເມືອງປາກກະດິງ ໃຊ້ງົບປະມານທັງໝົດ 38,65 ຕື້ກີບ, ລັດຖະບານ ປະກອບເປັນທຶນໃຫ້ລັດວິສາຫະກິດ ນໍ້າປະປາແຂວງ 70% ເປັນມູນຄ່າ 27,06 ຕື້ກີບ, ສ່ວນ 30% ເປັນມູນຄ່າ 11,59 ຕື້ກີບ ໃຫ້ລັດວິສາຫະກິດ ນໍ້າປະປາແຂວງ ກູ້ຢືມ ໃນເງື່ອນໄຂດອກເບ້ຍ 6,4% ຕໍ່ປີ, ໄລຍະທົດແທນຄືນ 25 ປີ.
 

 ທະນາຄານພັດທະນາອາຊີ ຍາມໃດກໍ່ເຫັນໄດ້ຄວາມສໍາຄັນ ແລະ ຄວາມຈໍາເປັນຂອງ ສປປ ລາວ ເຮົາ ຊ່ວຍເຫຼືອດ້ານແຫຼ່ງທຶນເພື່ອພັດທະນາພື້ນຖານໂຄງລ່າງດ້ານຕ່າງໆໂດຍສະເພາະຂະແໜງນໍ້າປະປາ ແລະ ສຸຂາພິບານຂອງລາວເຮົາ


ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250