ຂ່າວພາຍໃນກະຊວງ

ກະຊວງໂຍທາທິການ ແລະ ຂົນສົ່ງ ລົງເຄື່ອໄຫວ ເຮັດວຽກຢູ່ ຍທຂ ນະຄອນຫລວງ

2022-09-22 - Xaiya

ທ່ານວຽງສະຫວັດ ສີພັນດອນ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຄະນະລົງເຄື່ອນໄຫວຢ້ຽມຢາມພົບປະ ແລະ ເຮັດວຽກຢູ່ພະແນກ ຍທຂ ນະຄອນຫລວງ   ໃນວັນທີ20ກັນຍາ2022  ຕ້ອນຮັບໂດຍ ທ່ານ ສຸລິວັນ ພົມມະຫາໄຊ ຫົວຫນ້າພະແນກ ຍທຂ ນະຄອນຫລວງ ມີຮອງຫົວຫນ້າພະແນກ ຫົວຫນ້າ ຂະແຫນງ ຫ້ອງການ ຍທຂ ເມືອງເຂົ້າຮ່ວມ

ໃນພິທີດັ່ງກ່າວ ທ່ານສຸລິວັນ ພົມມະຫາໄຊ ໄດ້ລາຍງານການຈັດຕັ້ງ ແລະ ເຄື່ອງໄຫວວຽກງານໃນໄລຍະຜ່ານມາ ໂດຍໄດ້ຍົກໃຫ້ເຫັນບາງຕອນວ່າໄດ້ສູມໃສ່ສ້ອມແປງເສັ້ນທາງຫລວງແຫ່ງຊາດ ໃນຂອບເຂດນະຄອນຫລວງ ສຳເລັດ 4 ເສັ້ນ ແລະ ໄດ້ໄກ່ເກ່ຍຕາມແລວທາງລົດໄຟ ສ້ອມແປງ  ແລະ ຟືນຟູໄຟພິບັດ 3ໂຄງການສຳລັດການປັບປຸງລາຄາຫົວຫນ່ວຍສຳລັບກິດຈະການກໍ່ສ້າງ ແລະ ສ້ອມແປງຂົວທາງ ປະຈຳປີ2022 ແກ້ໄຂສຸກເສີນເລັ່ງດ່ວນລະບາຍນໍ້າຖ້ວມເສັ້ນທາງ ແລະ ເຮືອນປະຊາຊົນ ສຳເລັດການຂື້ນແຜນສຸກເສີນໃນການແກ້ໄຂນໍ້າຖ້ວມຂັງລວງຮ່ອງລະບາຍນໍ້າສຸມໃສ່ກວດກາ ປະເມີນວຽກງານເຄຫາສະຖານ ແລະ ຜັງເມືອງ  ວຽກງານຂົນສົ່ງ ແລະ ວຽກງານອື່ນໆທີ່ຕິດພັນກັບຂະແຫນງ ຍທຂ ພ້ອມກັນນັ້ນກໍ່ໄດ້ສະເຫນີມາຍັງ ກະຊວງ ຍທຂ ເປັາຕົ້ນແມ່ນການອະນຸມັດເງິນກອງທືນທາງ ເງິນສົມທົບເພື່ອສົດເຊີຍຜູ້ທີ່ຖືກຜົນກະທົບຈາກໂຄງການ ບໍ່ທັນໄດ້ຕາມແຜນຄວາມຕ້ອງການ  ແລະຊັກຊ້າຊ່ວຍພິຈາລະນາຄົ້ນຄວ້າງົບປະມານກອງທືນທາງຂອງ ນະຄອນຫລວງ ເປັນພິເສດເພື່ອນຳໃຊ້ເຂົ້າໃນການປົກປັກຮັກສາເສັ້ນທາງ ຍົກລະດັບຟືນຟູເສັ້ນທາງໃນລະດັບຕ່າງໆເພື່ອເປັນຈຸດສຸມໃນການພັດທະນາ  ເສດຖະກິດ-ສັງຄົມ

 ການອອກໃບອະນຸຍາດໃຫ້ບັນດາບໍລິສັດຂົນສົ່ງດ່ວຍຄວນໃຫ້ພະແນກ ຍທຂ ນະຄອນຫລວງເປັນຜູ້ອອກ ເພາະເປັນການຂົນສົ່ງພາຍໃນແລະສະດວກໃນການຕິດຕາມກວດກາ ພາຫະນະຕ່າງໆ ທີ່ນຳໃຊ້ເຂົ້າໃນວຽກງານດັ່ງກ່າວ ນອກຈາກນີ້ ບັນດາຜູ້ເຂົ້າຮ່ວມກໍ່ໄດ້ປະກອບຄຳຄິດເຫັນແລກປ່ຽນບົດຮຽນເຊິ່ງກັນແລະກັນອີກດ້ວຍ

ທ່ານວຽງສະຫວັດ ສີພັນດອນ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງຊີ້ນຳ ໃຫ້ ຍທຂ ນະຄອນຫລວງ ສຸມໃສ່ແກ້ໄຂບັນຫາທີ່ຍັງຄົງຄ້າງແລະຫາງສຽງຂອງສັງຄົມໂດຍສະເພາະບັນຫານໍ້າຖ້ວມຂັງຕາມເສັ້ນທາງສາຍຕ່າງໆໃນລະດູຝົນຮ່ອງລະບາຍນໍ້າອຸດຕັນການຈັດສັ້ນຄວາມເປັນລະບຽບຮຽບຮ້ອຍຕາມເສັ້ນທາງ ເປັນຕົ້ນ ແມ່ນການຂາຍເຄື່ອງຊະຊາຍ ການຕໍ່ເທີບ ເຮືອນຊານ ຕາມເສັ້ນທາງຕ່າງໆ ທີ່ນອນໃນຄວາມຮັບຜິດຊອບຂອງ ຍທຂ ນະຄອນຫລວງ ພ້ອມນີ້ກໍ່ໄດ້ຢືນຢັນວ່າຈະນຳເອົາບັນດາຂໍ້ສະເຫນີໄປພິຈາລະນາຄົ້ນຄ້ວາກັບບັນດາກົມທີ່ຮັບຜິດຊອບເຕີມ.


ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250