ຂ່າວພາຍໃນກະຊວງ

ກົມກວດກາ (ຍທຂ) ມອບແຜ່ນພາບກ່ຽວກັບການຕ້ານການສໍ້ລາດບັງຫຼວງ ໃຫ້ລັດວິສາຫະກິດ ກໍ່ສ້າງທາງເລກ 8, ລັດວິສາຫະກິດ ກໍ່ສ້າງຄົມມະນາຄົມ ແລະ ລັດວິສາຫະກິດ ວິສະວະກໍາຄົມມະນາຄົມ.

2022-09-26 - Sayphone

       

        ໃນຕອນແລງຂອງ ວັນທີ 15 ກັນຍາ 2022 ນີ້,  ກົມກວດກາ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ມອບແຜ່ນພາບ ກ່ຽວກັບການຕ້ານການສໍ້ລາດບັງຫຼວງ, ປຶ້ມກົດໝາຍ ວ່າດ້ວຍ ການຕ້ານການສໍ້ລາດບັງຫຼວງ ໃຫ້ບັນດາ ລັດວິສາຫະກິດກໍ່ສ້າງທາງເລກ 8, ລັດວິສາຫະກິດກໍ່ສ້າງຄົມມະນາຄົມ ແລະ ລັດວິສາຫະກິດ ວິສະວະກຳຄົມມະນາຄົມ ຢູ່ທີ່ຫ້ອງປະຊຸມ ລັດວິສາຫະກິດ ດັ່ງກ່າວ, ໂດຍການນໍາພາຂອງທ່ານ ບຸນປະເສີດ ແສງສະຫວ່າງ ຫົວໜ້າພະແນກ ຕ້ານການສໍ້ລາດບັງຫຼວງ ແລະ ສືບສວນ-ສອບສວນ ກົມກວດກາ ກະຊວງ ໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຄະນະ.

ພິທີດັ່ງກ່າວທ່ານ ບຸນປະເສີດ ແສງສະຫວ່າງ ໄດ້ກ່າວຈຸດປະສົງໃນການມອບແຜ່ນພາບ ກ່ຽວກັບການຕ້ານການສໍ້ລາດບັງຫຼວງ, ປຶ້ມກົດໝາຍ ວ່າດ້ວຍ ການຕ້ານການສໍ້ລາດບັງຫຼວງ ໃນຄັ້ງນີ້ ເພື່ອໂຄສະນາເຖິງຜົນຮ້າຍຂອງການສໍ້ລາດບັງຫຼວງ ແລະ ປູກຈິດສຳນຶກ​ ໃຫ້ສາມະຊິກພັກ ແລະ ພະນັກງານ-ລັດຖະກອນ ຂອງຂະແໜງ ໂຍທາທິການ ແລະ ຂົນສົ່ງ ເພື່ອສ້າງສະຕິເປັນເຈົ້າຕາມທິດທາງ 3 ບໍ່ ຄື: ບໍ່ກ້າ,​ ບໍ່ສາມາດ​ ແລະ ບໍ່ຢາກສໍ້ລາດບັງຫຼວງ. ເຊິ່ງລາຍການທີ່ນໍາໄປມອບມີແຜ່ນພາບ 4 ຫົວຂໍ້ ກ່ຽວກັບການຕ້ານການສໍ້ລາດບັງຫຼວງ ຈໍານວນ 10 ຊຸດ; ປຶ້ມກົດໝາຍ ວ່າດ້ວຍ ການຕ້ານການສໍ້ລາດບັງຫຼວງ ຈໍານວນ 30 ຫົວ. ໂດຍໃຫ້ການຕ້ອນຮັບຈາກຄະນະພັກ, ຄະນໍາ ຂອງລັດວິສາຫະກິດດັ່ງກ່າວ ພ້ອມນີ້ຍັງໄດ້ສະແດງຄວາມຂອບໃຈຕໍ່ຄະນະຈາກ ກົມກວດກາ, ກະຊວງໂຍທາທິການ ແລະ ຂົນສົ່ງ ທີ່ໄດ້ນໍາເອົາແຜ່ນພາບ ແລະ ປຶ້ມກົດໝາຍ ມາມອບໃນຄັ້ງນີ້ ແລະ ທັງສາມລັດວິສາຫະກິດ ຈະໂຄສະນາເຜີຍແຜ່ໃຫ້ສະມາຊິກ ແລະ ພັກພະນັກງານ-ລັດຖະກອນ ຂອງຕົນໃຫ້ເຂົ້າໃຈເຖິງຜົນຮ້າຍ ແລະ ຄວາມອັນຕະລາຍຂອງການສໍ້ລາດບັງຫຼວງ. 


ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250