ຂ່າວພາຍໃນກະຊວງ

ກອງປະຊຸມປຶກສາຫາລື ວຽກງານຄຸ້ມຄອງລົດບັນທຸກໜັກ ທີ່ນຳໃຊ້ເສັ້ນທາງຊົນນະບົດ.

2022-09-26 - Sayphone


ວັນທີ 05/09/2022 ທີ່ຫ້ອງປະຊຸມພະແນກ ຍທຂ ແຂວງອັດຕະປື ໄດ້ເປີດກອງປະຊຸມປຶກສາຫາລື ວຽກງານຄຸ້ມຄອງລົດ ບັນທຸກໜັກ ທີ່ນຳໃຊ້ເສັ້ນທາງຊົນນະບົດ ໂດຍ ການເປັນປະທານຂອງ ທ່ານທະນູໄຊ ບັນຊາລິດ ຄະນະປະຈຳພັກແຂວງ ຮອງ ເຈົ້າແຂວງແຂວງອັດຕະປື ຜູ້ຊີ້ນຳວຽກເສດຖະກິດ, ຫົວໜ້າພະແນກ ຍທຂ ແຂວງ, ເຈົ້າເມືອງເມືອງສາມະຄີໄຊ, ເມືອງສະ ໜາມໄຊ, ເມືອງໄຊເສດຖາ ແລະ ເມືອງຊານໄຊ ແຂວງອັດຕະປື, ຫ້ອງການຂົວທາງແຂວງ ແລະ ຫ້ອງການ ຍທຂ 4ເມືອງ ໂດຍມີສະຖາບັນໂຍທາທິການ ແລະ ຂົນສົ່ງ ກະຊວງ ຍທຂ, ທີ່ປຶກສາໂຄງການ ແລະ ຫົວໜ້າໂຄງການ ແລະ ຜູ້ປະສານງານ ວຽກບູລະນະຮັກສາເສັ້ນທາງແບບມີສ່ວນຮ່ວມຈາກຊຸມຊົນ ຈາກກົມຂົວທາງ,ກະຊວງ ຍທຂ ໂດຍມີຜູ້ເຂົ້າຮ່ວມທັງໝົດປະມານ 20 ທ່ານ, ຍິງ 2 ທ່ານ, ຈຸດປະສົງແມ່ນເພື່ອຄົ້ນຄວ້າກ່ຽວກັບບັນດາ ກົດໝາຍກ່ຽວກັບທາງຫລວງ ແລະ ຂໍ້ກຳນົດເຕັກນິກຕ່າງໆກ່ຽວກັບເສັ້ນທາງ ທີ່ຈະເປັນເອກະສານສະໜັບສະໜູນໃຫ້ແກ່ມາດຕະການປົກປັກຮັກສາເສັ້ນທາງຊົນນະບົດທີ່ໄດ້ຮັບການກໍ່ສ້າງໃນ ໄລຍະຜ່ານມາໃຫ້ຖືກນຳໃຊ້ຖືກຕ້ອງຕາມເຕັກນິກການອອກແບບ ແລະ ກໍ່ໃຫ້ເກີດປະສິດທິຜົນອັນສູງຕໍ່ກັບການສ້າງສາ ພັດທະນາເສດຖະກິດ, ສັງຄົມ, ວຽກງານປ້ອງກັນຄວາມສະຫງົບ ແລະ ປ້ອງກັນຊາດ. ເວົ້າສະເພາະ, ແມ່ນບັນດາເສັ້ນທາງທີ່ ໄດ້ຮັບການສະໜັບສະໜູນທາງດ້ານເຕັກນິກ ແລະ ງົບປະມານຈາກໂຄງການຟື້ນຟູພື້ນຖານໂຄງລ່າງພາກໃຕ້ຂອງລາວ (RISL) ແຂວງອັດຕະປື, ເຊິ່ງແມ່ນທຶນຊ່ວຍເຫຼືອລ້າຈາກ ປະເທດ ສສ ເຢຍລະມັນ ຜ່ານທະນາຄານເພື່ອການພັດທະນາ (KFW).


        ກອງປະຊຸມຄັ້ງນີ້, ຈະໄດ້ຮ່ວມກັນຄົ້ນຄວ້າປຶກສາຫາລື, ປະກອບຄຳເຫັນເພື່ອແລກປ່ຽນ ແລະ ສົນທະນາ ແບບສ້າງສັນກ່ຽວກັບແຜນຍຸດທະສາດໃນການປ້ອງກັນຄວາມເສຍຫາຍ ທີ່ຈະກໍ່ໃຫ້ເກີດຈາກລົດບັນທຸກນໍ້າໜັກເກີນ ເຂົ້ານຳໃຊ້ບັນດາເສັ້ນທາງທີ່ກໍ່ສ້າງສຳເລັດແລ້ວໂດຍມີຫົວຂໍ້ການສຳມະນາຄື: 1.) ບາງມາດຕາ ໃນກົດໝາຍວ່າດ້ວຍທາງຫຼວງ ຂອງ ສປປ ລາວ, ສະບັບປັບປຸງ ປີ 2016, 2.) ຕາໜ່າງເສັ້ນທາງ ຂອງ ສປປ ລາວ ແລະ ແຂວງອັດຕະປື ປີ 2020. 3.) ມາດຕະຖານ ການອອກແບບເສັ້ນທາງ ແລະ ຜົນກະທົບຈາກນໍ້າໜັກເອົາເກີນກໍານົດ. 4.) ຄວາມເປັນມາຂອງໂຄງການ RIP, RDP ແລະ RISL. 5.) ການບໍາລຸງຮັກສາເສັ້ນທາງ ແລະ ຜົນກະທົບຈາກລົດບັນທຸກນໍ້າໜັກເກີນ.
        ທ່ານ ເສີມຄຳ ຈັນທະວົງ ຫົວໜ້າໂຄງການພັດທະນາຊົນນະບົດ, ຜູ້ປະສານງານວຽກງານບູລະຮັກສາທາງຊົນນະບົດ ແບບມີສ່ວນຮ່ວມຈາກຊຸມຊົນ VMC ໄດ້ກ່າວວ່າ ການຊ່ວຍເຫຼືອຂອງລັດຖະບານເຢຍລະມັນໂດຍຜ່ານທະນາຄານເພື່ອການ ພັດທະນາ KW ໄດ້ເລີ່ມແຕ່ ປີ 2003 ເປັນຕົ້ນມາເລີ່ມຈາກ ໄລຍະ 1 ຫາ ໄລຍະ 6 ໃນຂະແໜງການກໍ່ສ້າງພື້ນຖານໂຄງ ລາງທາງຊົນນະບົດ. ແຂວງ ທີ່ໄດ້ຮັບທຶນການຊ່ວຍເຫລືອຜ່ານມາມີ: ແຂວງບໍ່ແກ້ວ, ແຂວງຫຼວງນໍ້າທາ, ແຂວງອຸດົມໄຊ, ແຂວງໄຊຍະບູລີ, ແຂວງອັດຕະປື, ແຂວງເຊກອງ, ແຂວງສາລະວັນ,ແຂວງສະຫວັນະເຂດ, ແຂວງຄຳມ່ວນ ແລະ ແຂວງ ຫົວພັນ. ການຊ່ວຍເຫຼືອດັ່ງກ່າວປະກອບດ້ວຍການກໍ່ສ້າງທາງຊົນນະບົດ ໃນນັ້ນລວມມີ: ກໍ່ສ້າງເສັ້ນທາງໃໝ່ ຍາວປະມານ 917ກີໂລແມັດ, ຟື້ນຟູທາງເກົ່າ 134.2 ກິໂລແມັດ, ກໍ່ສ້າງຂົວຂະໜາດນ້ອຍໄດ້ 601 ແມັດຍາວ ມີ 15 ແຫ່ງ, ກໍ່ສ້າງ ຕະຫຼາດຊຸມຊົນ 9 ແຫ່ງ, ກໍ່ສ້າງທ່າເຮືອນ້ອຍ 6 ແຫ່ງ ແລະ ກໍ່ສ້າງບ່ອນລໍຖ້າລົດເມ 6 ແຫ່ງ ເຊື່ອມໂຍງຄວາມສະດວກ ສະບາຍໃຫ້ປະຊາຊົນມີເສັ້ນທາງໄປມາຫາສູ່ກັນສາມາດ ທຽວທາງໄດ້ 2 ລະດູໄດ້ຫຼາຍກວ່າ 280,000 ຄົນ. ນອກຈາກວຽກກໍ່ສ້າງພື້ນຖານໂຄງລ່າງ ແລ້ວ ທາງລັດຖະບານເຢຍລະມັນຍັງໄດ້ຊ່ວຍກໍ່ສ້າງອາຄານ ສູນຝຶກ ໂຍທາທິ ການ ແລະຂົນສົ່ງ ຢູ່ ຫລັກ 19 ນະຄອນຫຼວງວຽງຈັນ, ໂຄງການຍັງໄດ້ສ້າງຂີດຄວາມສາມາດໃຫ້ພະນັກງານ ໃນພະແນກ ໂຍທາທິການ ແລະ ຂົນສົ່ງ. ທ້າຍປີ 2019 ລັດຖະບານເຢຍລະມັນໄດ້ ຊ່ວຍເຫຼືອ ວຽກຟື້ນຟູພື້ນຖານໂຄງລ່າງພາກໃຕ້ RISL. ແຂວງອັດຕະປື ຢູ່ 4 ເມືອງ ຄື ເມືອງສາມັກຄີໄຊ, ເມືອງໄຊເສດຖາ, ເມືອງສາມັກຄີໄຊ ແລະ ເມືອງຊານໄຊ, ຊຶ່ງໄດ້ປູຢາງສອງຊັ້ນນມີລວງຍາວ ທາງທັງໝົດ 63.6 ກິໂລແມັດ,ສ້ອມແປງແປງໂຮງຮຽນປະຖົມແລະ ມັດທະຍົມຄືນ 9 ແຫ່ງ ແລະ ສ້ອງແປງສຸກສາລາ 6 ແຫ່ງ, ຈໍານວນ 10.400.000 ເອີໂຣ, ບໍ່ມີທຶນສົມທົບຈາກລັດຖະບານລາວ.


ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250