ຂ່າວພາຍໃນກະຊວງ

ພິທີເປີດຊຸດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ຊຸດທີ 24 ຂອງກະຊວງ ໂຍທາທິການ ແລະ ຂົນສົ່ງ, ທີ່ ສະຖາບັນ ໂຍທາທິການ ແລະ ຂົນສົ່ງ

2022-09-27 - Xaiya

ກະຊວງໂຍທາທິການ ແລະ ຂົສົ່ງ ໄດ້ໄຂຊຸດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ຊຸດທີ 24 ຂຶ້ນຢ່າງເປັນທາງການ ໃຫ້ແກ່ພະນັກງານຫຼັກແຫຼ່ງ ແລະ ພະນັກງານສະມາຊິກພັກ ໃຫ້ກັບບັນດາ​​ກົມກອງ, ຖາບັນ ແລະ ລັດວິສາຫະກິດ ອ້ອມຂ້າງກະຊວງ ໂຍທາທິການ ແລະ ຂົນສົ່ງ,  ຫຼັກສູດຝຶກອົບຮົມດັ່ງກ່າວໄດ້ຈັດຂຶ້ນຢູ່ທີ່ ສະຖາບັນ ຍທຂ (ຫຼັກ 19).

ຊຸດຝຶກອົຮົມດັ່ງກ່າວນີ້ ຈະໃຊ້ເວລາ 50 ວັນ ຫຼື 10 ອາທິດເຕັມ ຊຶ່ງຈະເລີ້ມແຕ່ ວັນທີ 26 ເດືອນ ກັນຍາ ຈົໄປຮອດ ວັນທີ 01 ເດືອນ ທັນວາ 2022 ຈຶ່ງຈະສຳເລັດ. ໃນຊຸດຮຽນນີ້ ມີນັກສຳມະນາກອນເຂົ້າຮ່ວມທັງໝົດ 33 ສະຫາຍ, ຍິງ 09 ສະຫາຍ ຊື່ງມາຈາກ ບັນດາຫ້ອງການ, ກົມກອງ, ສະຖາບັນ ພະແນກ ຍທຂ ນະຄອນຫຼວງ ແລະ ລັດວິສາຫະກິດ ອ້ອມຂ້າງ ກະຊວງ .

          ໃນການຈັດຝຶອົບຮົມຄັ້ງນີ້ ຄາດວ່າຈະມີ ອາຈານເຂົ້າຮ່ວມສິສອນທັງໝົດ ຈຳນວນ 33 ສະຫາຍ, ຍີງ 10 ສະຫາຍ. ຊຶ່ງຄູອາຈານທັງໝົດ ແມ່ນມາຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ຊາດ,  ນອກຈາກນັ້ນ ກໍຍັງຈະມີຄະນະພັກ ຄະນະນໍາ ກະຊວງໂຍທາທິການ ແລະ ຂົນສົ່ງ,   ກະຊວງ ປ້ອງກັນຊາດ, ປ້ອງກັນຄວາສະຫງົບ ແລະ ບັນດາກົມອ້ອມຂ້າງ ກະຊວງ ຂອງ ກະຊວງ ຂອງພວກເຮົາ ຈະໄດ້ໃຫ້ກຽດມາຂຶ້ນຫ້ອງໃນບາຫົວຂໍ້ຕື່ມ ອັນຈະເຮັດໃຫ້ການຝຶກອົບຮົມໃນຄັ້ງນີ້ ມີເນື້ອໃນໜັກແໜ້ນຂື້ນຕື່ມ.

ຫຼັກສູດທິສະດີການເມືອງ ແລະ ການປົກຄອງ ນີ້ປະກອບມີ 5 ພາກສ່ວນໃຫຍ່ ແລະ ມີບົດຮຽນທັງໝົດຢູ່ 39 ບົດ ເຊັ່ນ:

·         າກວິຊາ ປັດສະຍາ, ມີ 8 ບົດ.

·         ພາກວິຊາ ເສດຖະສາດການເມືອງ, ມີ 10 ບົດ.

·         ພາກວິຊາ ລັດທິສັງຄົມນິຍົມ ວິທະຍາສາດ, ມີ 8 ບົດ.

·         ພາກວິຊາ ບໍລິຫານສາດ, ມີ 8 ບົດ.

·         ພາກວິຊາ ກໍ່ສ້າງພັກ, ມີ 5 ບົດ.

          ການຝຶອົບຮົມຄັ້ງນີ້ ຈະປະກອບມີຫຼາຍກິດຈະກຳເຊັ່ນ: ການຮ່ຳຮຽນທິດສະດີຢູ່ຫ້ອງຮຽນ, ການຄົ້ນຄວ້າລວມຫ້ອງ, ການຄົ້ນຄວ້າເປັນໜ່ວຍ, ການໄປທັດສະນະສຶກສາຢ້ຽມຢາມສະຖານທີ່ສຳຄັນຕ່າງໆ ເຊັ່ນ: ຫໍພິພິດຕະພັນຂອງອະດີດຜູ້ນຳ ແລະ ໄປຖອດຖອນບົດຮຽນນຳຫົວໜ່ວຍຜະລິດເປັນສິນຄ້າ ຫຼື ຫົວໜ່ວຍບໍລິການຕ່າງໆ, ການຂຽນບົດ ແລະ ຜ່ານບົດເປັນໜ່ວຍ ພ້ອມທັງການຮັບລາຍງານສ່ອງແສງ ແລະ ແກ້ໄຂຂໍຂ້ອງໃຈຕ່າງໆ.

          ຫຼັກສູດັ່ງກ່າວແມ່ນສະຫາຍ ສີລິພອນ ອິນທິລາດ, ກໍາມະການພັກກະຊວງ, ເລຂາໜ່ວຍພັກຮາກຖານ, ຫົວໜ້າສະຖາບັນ ໂຍທາທິການ ແລະ ຂົນສົ່ງ, ໃຫ້ກຽດມາກ່າວເປີດຊຸດຝຶກອົບຮົມຢ່າງເປັນທາງການ ແລະ ສະຫາຍ ປອ ດາວສະຫວັນ ເຄືອມີໄຊ, ຄະນະພັກ, ຮອງຫົວໜ້າ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ມາເປັນປະທານຮ່ວມ ພ້ອມດ້ວຍແຂກຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມໃນພິທີຢ່າງພ້ອມ

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250