ຂ່າວພາຍໃນກະຊວງ

ກອງປະຊຸມ ຄະນະຊີ້ນຳໂຄງການ ຄັ້ງສຸດທ້າຍ (Final High Level Steering Committee Meeting) ສຳລັບໂຄງການຂະຫຍາຍໂຄງລ່າງນ້ຳສະອາດ ແລະ ໂພຊະນາການ Scaling up Nutrition and WASH Infrastructure Project (SUNWIP).

2022-12-14 - Xaiya

ວັນທີ 9 ທັນວາ 2022 ທີ່ ໂຮງ​ແຮມ​ ລາວ ພຼາຊາ ໄດ້ຈັດກອງປະຊຸມ ຄະ​ນະ​ຊີ້​ນຳ​ໂຄງ​ການ ຄັ້ງສຸດທ້າຍ (Final High Level Steering Committee Meeting) ສຳລັບໂຄງການຂະຫຍາຍໂຄງລ່າງນ້ຳສະອາດ ແລະ ໂພຊະນາການ Scaling up Nutrition and WASH Infrastructure Project (SUNWIP). ໂດຍໃຫ້ກຽດເປັນປະທານຮ່ວມຂອງທ່ານ ນາງວິໄລຄຳ ໂພສາລາດ ຮອງລັດຖະມົນຕີ ກະຊວງໂຍທາທິການແລະ ຂົນສົ່ງ, ທ່ານ. ​ດຣ. ສະໜອງ ທອງຊະນະ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ, ປະ​ທານ​ກຳ​ມາ​ທິ​ການ​ແຫ່ງ​ຊາດ​ດ້ານ​ໂພ​ຊະ​ນາ​ການ, ທ່ານ. ນ. Ina Marciulionyte ເອກອັກຄະລາດສະທູດ ສະຫະພາບເອີຣົບ ປະຈຳ ສປປ ລາວ, ທ່ານ. Lea ທະນາຄານພັດທະນາເຢຍລະມັນ (KfW), ທ່ານ. ນ ຫຼິງທອງ ແສງຕາວັນ   ຮອງ​ເຈົ້າ​ແຂວງ ແຂວງ​ສະ​ຫວັນ​ນະ​ເຂດ, ທ່ານ. ປອ. ສົມສະອາດ ອຸ່ນສີດາ ຮອງ​ເຈົ້າ​ແຂວງ ແຂວງ​ຄຳ​ມ່ວນ, ບັນດາທ່ານແຂກທີ່ກ່ຽວຂ້ອງກໍ່ໃຫ້ກຽດເຂົ້າຮ່ວມ.

ໂຄງການ SUNWIP ໄດ້ມີພິທີລົງນາມ ການສະໜອງທຶນຊ່ວຍເຫຼືອລ້າ ໃນເດືອນ ມີນາ ປີ 2018 ທີ່ ກະຊວງການເງິນ ແລະ ພິທີປະກາດການລິເລີ່ມໂຄງການຢ່າງເປັນທາງການ ໃນເດືອນ ພຶດສະພາ ປີ 2018 ທີ່​ກະ​ຊວງ ຍ​ທ​ຂ ແລະ ກອງ​ປະ​ຊຸມຄະ​ນະ​ຊີ້​ນຳ​ໂຄງ​ການ ໄດ້​ຈັດ​ຂຶ້ນ​ໃນ​ທຸກໆ​ປີ ຕັ້ງ​ແຕ່​ປີ 2018 ເປັນ​ຕົ້ນ​ມາ.

 ໂຄງການ SUNWIP ຈະປະກອບສ່ວນໂດຍກົງເຂົ້່າໃນການບັນລຸເປົ້່າໝາຍ ຍຸດທະສາດແຫ່ງຊາດ ວ່າດ້ວຍໂພ​ຊະນາການຂອງ ສປປ ລາວ ຮອດປີ 2025 ແລະ ແຜນປະຕິບັດງານ 2016-2020 ແລະ ຍັງຈະປະກອບສ່ວນເຂົ້່າໃນການບັນລຸເປົ້່າໝາຍແຫ່ງການພັດທະນາທີ່ຍືນຍົງ SDG 2 ທີ່ວ່າ ຍຸດຕິຄວາມອຶດຫິວ, ບັນລຸໄດ້ການຄ້ຳປະກັນສະບຽງອາຫານ ແລະ ປັບປຸງໂພຊະນາການໃຫ້ດີຂື້ນ ແລະ SDG 6 ຮັບປະກັນໃຫ້ທຸກຄົນໄດ້ເຂົ້າເຖີງການນຳໃຊ້ນ້ຳທີ່ສະອາດ ແລະ ສຸຂາພິບານ ທີ່ສະອາດ ເເລະ ປອດໄພ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອລາຍງານການຈັດຕັ້ງປະຕິບັດບັນດາກິດຈະກຳຂອງໂຄງການ ຈົນສຳເລັດໂຄງການ, ຜົນໄດ້ຮັບຕ່າງໆ, ບັນດາສິ່ງທ້າທາຍ ແລະ ຂໍ້ຄົງຄ້າງ ຂອງໂຄງການ. ກອງປະຊຸມຄັ້ງນີ້ ຈະດຳເນີນເປັນເວລາເຄິ່ງວັນ ຊຶ່ງຈະໄດ້ປຶກສາຫາລື ການຈັດຕັ້ງປະຕິບັດໂຄງການ ແລະ ຍັງເປີດໂອກາດໃຫ້ບັນດາຜູ້ເຂົ້າຮ່ວມກອງປະຊຸມ ສາມາດແລກປ່ຽນ ບັນດາຂໍ້ມູນ, ການປະກອບຄຳຄິດເຫັນ ກ່ຽວກັບ ການຈັດຕັ້ງປະຕິບັດໂຄງການ ສາມາດຈັດຕັ້ງປະຕິບັດໄດ້ສຳເລັດ ກໍຈະປະກອບສ່ວນໃຫ້ແກ່ປະຊາຊົນ ໃນ 4 ເມືອງຢູ່ແຂວງສະຫວັນນະເຂດ ແລະ 2 ເມືອງ ຢູ່ແຂວງຄຳມ່ວນ ສາມາດເຂົ້າເຖີງນໍ້າສະອາດ ທີ່ປອດໄພ ສາມາດດື່ມໄດ້ ແລະ ສຸຂາອະນາໄມທີ່ດີ ປະມານ 90,000 ຄົນ. ແຕ່ເຖິງຢ່າງໃດກໍ່ຕາມ ໂດຍລວມແລ້ວ ໃນທົ່ວປະເທດ ຂອງ ສປປ ລາວ ການເຂົ້າເຖິງການນຳໃຊ້ນ້ຳປະປາ ທີ່ສະອາດ ປອດໄພ ຂອງປະຊາຊົນ ສາມາດບັນລຸໄດ້ພຽງ 26%. ໂດຍສະເພາະຢູ່ເຂດຊົນນະບົດ ແລະ ຫ່າງໄກສອກຫຼີກ ປະຊາຊົນຍັງບໍ່ສາມາດເຂົ້າເຖິງການນຳໃຊ້ນ້ຳປະປາ ແລະ ສຸຂາພິບານ ທີ່ສະອາດ ແລະ ປອດໄພເທື່ອ.

 

ເພື່ອຍົກລະດັບການດຳລົງຊີວິດຂອງປະຊາຊົນ ກໍ່ຄືການເຂົ້າເຖິງການນຳໃຊ້ນ້ຳປະປາ ແລະ ສຸຂາພິບານ ທີ່ສະອາດ ປອດໄພ ແລະ ສາມາດດື່ມໄດ້ ເພື່ອສົ່ງເສີມໃຫ້ປະຊາຊົນມີໂພຊະນາການທີ່ດີຂຶ້ນ ແລະ ຫຼຸດຜ່ອນການໃຊ້ແຮງງານຂອງແມ່ຍິງ ແລະ ເດັກນ້ອຍ ໃນການຕັກນ້ຳ.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250