ຂ່າວພາຍໃນກະຊວງ

ກະຊວງ ໂຍທາທິການ ແລະ ຂົນສົ່ງ, ສະຫຼຸບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ 5 ປີ 2016-2020

2023-01-27 - Xaiya

ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຈັດກອງປະຊຸມສະຫຼຸບຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາ 5 ປີ 2016-2020 ແລະ ເປີດຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາແຕ່ນີ້ຮອດປີ 2025 ຂຶ້ນໃນວັນທີ 24 ມັງກອນນີ້ທີ່ກະຊວງ ຍທຂໂດຍພາຍໃຕ້ການເປັນປະທານຂອງທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ມີບັນດາຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ ແລະ ພະນັກງານວິຊາການເຂົ້າຮ່ວມ.

ໃນພິທີດັ່ງກ່າວທ່ານ ຈັນທະລາ ພິມມະຈັກ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຜ່ານບົດສະຫຼຸບຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາ 5 ປີ 2016-2020 ແລະ ເປີດຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາແຕ່ນີ້ຮອດປີ 2025 ວ່າ: ກະຊວງ ຍທຂ ໄດ້ເປີດຂໍ້ແຂ່ງຂັນໃຫ້ບັນດາການນຳໄປຈັດຕັ້ງປະຕິບັດ ແລະ
ສືບຕໍ່ວາງຂໍ້ແຂ່ງຂັນໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາໃນຂອບເຂດທົ່ວກະຊວງ ຊຶ່ງບັນດາກົມ, ຫ້ອງການ, ສະຖາບັນ, ກອງ, ລັດວິສາຫະກິດ ທີ່ຂຶ້ນກັບກະຊວງ ຍທຂ ໄດ້ວາງຂໍ້ແຂ່ງຂັນຂອງຕົນ ແລະ ຈັດຕັ້ງປະຕິບັດຂໍ້ແຂ່ງຂັນຢ່າງເປັນຂະບວນ, ຄະນະພັກບັນດາຮາກຖານ ແລະ ຖັນແຖວສະມາຊິກພັກ-ພະນັກງານ, ລັດຖະກອນ, ກຳມະກອນໄດ້ເປັນເຈົ້າການເຂົ້າຮ່ວມຈັດຕັ້ງປະຕິບັດຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ, ຊຸກຍູ້ວຽກງານ 3 ສ້າງເຂົ້າສູ່ລວງເລິກ ແລະ ການສ້າງຂະບວນການສ້າງບາດກ້າວບຸກທະລຸທັງ 4 ດ້ານຂອງຂະແໜງ ຍທຂ ໃຫ້ແຂງແຮງເຮັດໃຫ້ການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງກະຊວງ ຍທຂ ໃຫ້ມີຜົນສຳເລັດໃໝ່.

ທ່ານ ຈັນທະລາ ພິມມະຈັກໄດ້ກ່າວອີກວ່າ: ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຮອບດ້ານໄດ້ຕາມລະດັບຄາດໝາຍມີຜົນສຳເລັດຕົວຈິງຕາມເນື້ອໃນຂໍ້ແຂ່ງຂັນທີ່ສູນກາງວາງອອກຄື:ເຮັດໃຫ້ໄວ, ເຮັດໃຫ້ດີ, ເຮັດໃຫ້ຫຼາຍ, ດັ່ງນັ້ນກະຊວງ ຍທຂ

ຈຶ່ງໄດ້ວາງຂໍ້ແຂ່ງຂັນຂະແໜງຂອງຕົນຕິດພັນກັບວຽກງານ 3 ສ້າງເປັນຂໍ້ແຂ່ງຂັນຂອງບັນດາກົມ, ກອງວິຊາການ, ສະຖາບັນ, ລັດວິສາຫະກິດຂອງກະຊວງ ຍທຂ.

ໃນພິທີສະຫຼຸບຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາ 5 ປີ 2016-2020 ໄດ້ມີການມອບຫຼຽນໄຊແຮງງານ, ຫຼຽນກາແຮງງານ ແລະ

ໃບຍ້ອງຍໍຜົນງານໃຫ້ຜູ້ທີ່ມີຜົນງານດີເດັ່ນໃນການປະກອບສ່ວນດ້ານເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນຂະບວນຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ແລະ

ການຜັນຂະຫຍາຍວຽກງານ 3 ສ້າງເຂົ້າສູ່ລວງເລິກ ດັ່ງນີ້: ມອບຫຼຽນໄຊແຮງງານຊັ້ນ I ຈຳນວນ 58 ທ່ານ ແລະ 4 ກົມກອງ, ຫຼຽນໄຊແຮງງານຊັ້ນ II ຈຳນວນ 127 ທ່ານ ແລະ 16 ກົມກອງ, ຫຼຽນໄຊແຮງງານຊັ້ນ IIIຈຳນວນ 226 ທ່ານ ແລະ 1 ກົມກອງ, ຫຼຽນກາແຮງງານ ຈໍານວນ 488 ທ່ານ ແລະ 1 ກົມກອງ ແລະ ໃບຍ້ອງຍໍລັດຖະບານຈໍານວນ 611 ທ່ານ ແລະ 2 ກົມກອງ.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250