ຂ່າວພາຍໃນກະຊວງ

ກອງປະຊຸມສາມັນຄົບຄະນະບໍລິຫານງານພັກກະຊວງ ຍທຂ ຄັ້ງທີ 11, ສະໄໝທີ V

2023-04-05 - Sayphone



ກອງປະຊຸມສາມັນຄົບຄະນະບໍລິຫານງານພັກກະຊວງ ໂຍທາທິການ ແລະ ຂົນສົ່ງ ຄັ້ງທີ 11, ສະໄໝທີ V, ໄດ້ໄຂຂຶ້ນຢ່າງເປັນທາງການ ໃນທ່າມກາງທີ່ທົ່ວພັກທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ອອກແຮງແຂ່ງຂັນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຕິດພັນກັບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງຢ່າງຕັ້ງໜ້າ; ອົງຄະນະພັກກະຊວງ ຍທຂ ໃນໄລຍະ 3 ເດືອນ ຜ່ານມາກໍ່ໄດ້ຈັດຕັ້ງກອງປະຊຸມ ເຜີຍແຜ່ເຊື່ອມຊຶມຜັນຂະຫຍາຍເນື້ອໃນກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V; ກອງປະຊຸມວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ປະຈຳປີ 2022, ກອງປະຊຸມວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດຮອບດ້ານແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ, ປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບ ຮອບ 68 ປີ ແລະ ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 77 ປີ.

ກອງປະຊຸມສາມັນຄົບຄະນະບໍລິຫານງານພັກກະຊວງ ຍທຂ ຄັ້ງທີ 11 ສະໄໝທີ V, ຊຶ່ງເປັນກອງປະຊຸມທີ່ມີຄວາມໝາຍ, ຄວາມສໍາຄັນ ເພາະວ່າຈະໄດ້ພ້ອມກັນສະຫຼຸບຕີລາຄາ ປຶກສາຫາລື ແລະ ປະກອບຄໍາເຫັນ ຕໍ່ກັບຫຼາຍວຽກງານ ດັ່ງນີ້:  ບົດສະຫຼຸບຕີລາຄາ ການເຄື່ອນໄຫວນຳພາຂອງຄະນະບໍລິຫານງານພັກ ກະຊວງ 3 ເດືອນ (1-3/2023) ແລະ ກໍານົດແຜນ 3 ເດືອນຕໍ່ໜ້າ (4-6/2023);  ບົດສະຫຼຸບຕີລາຄາ ການຈັດຕັ້ງປະຕີບັດວຽກງານ ທາງນໍ້າ ໃນໄລຍະຜ່ານມາ ແລະ ກຳນົດແຜນໃນຕໍ່ໜ້າ; ແລະ ບົດສະຫຼຸບຕີລາຄາ ການຈັດຕັ້ງປະຕີບັດວຽກງານ ການບິນພົນລະເຮືອນ ໃນໄລຍະຜ່ານມາ ແລະ ກຳນົດແຜນໃນຕໍ່ໜ້າ.

ກອງປະຊຸມໃນຄັ້ງນີ້, ມີຫຼາຍວຽກງານທີ່ສຳຄັນ ດັ່ງທີ່ໄດ້ກ່າວມາຂ້າງເທິງນັ້ນ ດ້ວຍເວລາອັນເຄັ່ງຮ້ອນ ຈຶ່ງຮຽກຮ້ອງມາຍັງບັນດາສະຫາຍຄະນະປະຈຳພັກ, ກຳມະການພັກກະຊວງ ຈະຕ້ອງພ້ອມກັນເຊີດຊູ ແລະ ຍົກສູງຄວາມຮັບຜິດຊອບຂອງຕົນ, ພ້ອມກັນສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ ແລະ ປະກອບຄໍາຄິດຄໍາເຫັນ ຕໍ່ເນື້ອໃນເອກະສານຕ່າງໆຂອງກອງປະຊຸມ ຢ່າງກົງໄປກົງມາ ຖືກກັບສະພາບຕົວຈິງຂອງການເຄື່ອນໄຫວນຳພາຂອງຄະນະບໍລິຫານງານພັກກະຊວງຍທຂ ເພື່ອຊອກໃຫ້ເຫັນດ້ານຕັ້ງໜ້າທີ່ພົ້ນເດັ່ນ ແລະ ຂໍ້ຄົງຄ້າງ ທີ່ຕ້ອງໄດ້ຄົ້ນຄວ້າປັບປຸງແກ້ໄຂໃນຕໍ່ໜ້າ, ຜົນກະທົບຈາກບັນຫາໄພເງິນເຟີ ແລະ ບັນຫາທີ່ເກີດຂຶ້ນຈາກສະພາບການຂອງສາກົນມີການຜັນແປ ເຊຶ່ງໄດ້ສົ່ງຜົນສະທ້ອນອັນໃຫຍ່ຫຼວງໃຫ້ແກ່ທາງດ້ານເສດຖະກິດ, ວັດທະນະທໍາ-ສັງຄົມ ແລະ ການດໍາລົງຊີວິດຂອງພະນັກງານ, ສະພາບການດັ່ງກ່າວໄດ້ເປັນສິງທ້າທາຍຕໍ່ກັບວຽກງານຂະແໜງການ ຍທຂ ທີ່ຈະຕ້ອງໄດ້ເພີ່ມທະວີ ແລະ ຄວາມເອົາໃຈໃສ່ ໃນການວາງມາດຕະການໃນຕໍ່ໜ້າຢ່າງເຂັ້ມງວດ.

ຢາກເຮັດໄດ້ແນວນັ້ນ ກ່ອນອື່ນໝົດ ພາຍໃນຄະນະບໍລິຫານງານພັກ ແລະ ບັນດາສະມາຊິກພັກ ແລະ ພະນັກງານທັງໝົດ ຂອງກະຊວງ ຍທຂ ຕ້ອງເປັນເອກະພາບກັນສູງທາງດ້ານທັດສະນະ ແລະ ຄວາມຮັບຮູ້ ຕໍ່ການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ລະບຽບການ ແລະ ກົດໝາຍຂອງລັດຢ່າງເຂັ້ມງວດ ພ້ອມກັນຕັ້ງໜ້າແກ້ໄຂສິ່ງຫຍໍ້ທໍ້ທັງໝົດ ທີ່ເກີດຂຶ້ນຢູ່ໃນກະຊວງ ຍທຂ ໃຫ້ໝົດໄປເທື່ອລະກ້າວ, ຕ້ອງຕັ້ງໜ້າປະຕິບັດ 4 ບຸກທະລຸ ທີ່ພັກເຮົາກໍານົດໃຫ້ມີຜົນສໍາເລັດ, ທັງໝົດນັ້ນແມ່ນເພື່ອແນ່ໃສ່ເຮັດໃຫ້ກະຊວງ ຍທຂ ມີບາດກ້າວບຸກທະລຸໃໝ່ຮອບດ້ານ, ຕາມຄຳຂວັນຂອງຂະແໜງ ຍທຂ ທີ່ວ່າ: ພັດທະນາໂຍທາທິການ ແລະຂົນສົ່ງ ໃຫ້ເປັນປາຍແຫຼມ, ມີຈຸດສຸມ, ປະສິດທິຜົນສູງ, ທັນສະໄໝ, ປອດໄພ, ມີຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ, ເຊື່ອມໂຍງ-ເຊື່ອມຈອດ ແລະ ຍືນຍົງ.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250