ຂ່າວພາຍໃນກະຊວງ

ພິທີມອບຮັບ ແລະ ເປີດການນໍາໃຊ້ ຫ້ອງຝຶກອົບຮົມອອນໄລ໌ ສະຖາບັນໂຍທາທິການ ແລະ ຂົນສົ່ງ (PTI)

2023-05-17 - Xaiya

ໃນພິທີເປີດງານດັ່ງກ່າວ ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ແລະ ທ່ານ ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈໍາ ສປປ ລາວ, ບັນດາຫົວໜ້າໂຄງການ ຜູ້ໃຫ້ທຶນ ແລະ ບັນດາ ຫົວໜ້າກົມ, ຮອງກົມ ແລະ ພະນັກງານວິຊາການ ກໍ່ໃຫ້ກຽດເຂົ້າຮ່ວມ

ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີຂໍການຊ່ວຍເຫຼືອລ້າຈາກ ກະຊວງທີ່ດິນ ພື້ນຖານໂຄງລ່າງ ແລະ ຂົນສົ່ງ ຂອງ ສ.ເກົາຫຼີ ສໍາລັບໂຄງການສົ່ງເສີມວິຊາການໃນການກໍ່ສ້າງ, ຄຸ້ມຄອງເສັ້ນທາງຢ່າງທົນທານ ແລະ ກຸ້ມຕົນເອງ ຢູ່ສປປລາວ ໂດຍຜ່ານກະຊວງແຜນການ ແລະ ການລົງທຶນ ໃນເດືອນ ພຶດສະພາ 2020,  ມາຮອດ ວັນທີ 07 ຕຸລາ  2021   ກະຊວງທີ່ດິນ ພື້ນຖານໂຄງລ່າງ ແລະ ຂົນສົ່ງ ຂອງ ສ.ເກົາຫຼີ  ໄດ້ມີໜັງສືແຈ້ງຫາ ກະຊວງແຜນການ ແລະ ການລົງທຶນ ຕົກລົງເຫັນດີ ໃຫ້ການຊ່ວຍເຫລືອລ້າໃນຮູບແບບ (ODA Grant-Technical  and Financial Assistance) ສໍາລັບໂຄງການສົ່ງເສີມວິຊາການໃນການກໍ່ສ້າງ, ຄຸ້ມຄອງເສັ້ນທາງຢ່າງທົນທານ ແລະ ກຸ້ມຕົນເອງ ຢູ່ສປປລາວ ( Self-Reliance Project  of Road Construction and Management  in  Laos )

ໄລຍະການຈັດຕັ້ງປະຕິບັດໂຄງການແມ່ນ 4 ປີ ເລີ່ມແຕ່ກໍລະກົດ ປີ 2021 ຫາ ເດືອນ ມີນາ ປີ 2025 ໃນມູນຄ່າຂອງໂຄງການທັງໝົ້ດ  4.660.512  ໂດລາສະຫະລັດ ພ້ອມທັງ ປະກອບຫນ້າວຽກຂອງໂຄງການ ແລະ ຄາດຄະເນຜົນໄດ້ຮັບຂອງໂຄງການ ສົ່ງເສີມວິຊາການໃນການກໍ່ສ້າງ, ຄຸ້ມຄອງເສັ້ນທາງຢ່າງທົນທານ ແລະ ກຸ້ມຕົນເອງ ຢູ່ສປປລາວ( Self-Reliance Project  of Road Construction and Management  in  Laos ) ມີ 4 ໜ້າວຽກຫຼັກຄື:

1        ປັບປຸງມາດຕະຖານການອອກແບບ ແລະ ການຄວບຄຸມຄຸນນະພາບສໍາລັບການອອກແບບກໍ່ສ້າງ ແລະ ຄຸ້ມຄອງເສັ້ນທາງ - ຂົວ ຢ່າງມີຄວາມທົນທານ ແລະ ກຸ້ມຕົນເອງໃນ ສປປລາວ;

2        ປັບປຸງ ແລະ ສະໜອງອຸປະກອນສໍາລັບການທົດລອງ, ອອກແບບ ແລະ ສ້າງອຸປະກອນວັດແທກທາງປູຢາງເຄືອນທີ່ (Mobile Asphalt Plant);

3     ສາທິດການນໍາໃຊ້ອຸປະກອນ (Mobile Asphalt Plant) ພາກສະໜາມ;

4     ສ້າງຄວາມອາດສາມາດ, ສ້າງຄູ່ມື ແລະ ຝຶກອົບຮົມການນໍາໃຊ້ຫ້ອງທົດລອງ ໃຫ້ແກ່ພະນັກງານກະຊວງ ຍທຂ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງ ເພື່ອແນໃສ່ຜັນຂະຫຍາຍໃຫ້ເປັນພາກວິຊາບັງຄັບ ທີ່ພະນັກງານວິຊາການທີ່ກ່ຽວຂ້ອງຕ້ອງໄດ້ຂົ້າຮ່ວມ ແລະ ອອກໃບຢັ້ງຢືນເພື່ອຮັບຮອງ ວິຊາການມືອາຊີບ.

ເພື່ອຈັດຕັ້ງປະຕິບັດບັນດາໜ້າວຽກທີ່ໄດ້ກໍານົດໄວ້ຂ້າງເທິງນັ້ນ ພ້ອມທັງຄາດຄະເນຜົນທີ່ຈະໄດ້ຮັບຈາກໂຄງການຄື:

1      ສ້າງມາດຕະຖານການອອກແບບ ແລະ ການຄວບຄຸມຄຸນນະພາບສໍາລັບການອອກແບບ, ກໍ່ສ້າງ ແລະ ຄຸ້ມຄອງເສັ້ນທາງ - ຂົວ ຢ່າງມີຄວາມທົນທານ ແລະ ກຸ້ມຕົນເອງໃນ ສປປລາວ;

2     ມີນະວັດຕະກໍາ ແລະ ອຸປະກອນເພື່ອອໍານວຍຄວາມສະດວກ ໃຫ້ແກ່ການທົດລອງ,ອອກແບບ ແລະ ສ້າງອຸປະກອນວັດແທກທາງປູຢາງ;

3     ພະນັກງານ ຂະແໜງ ຍທຂ  ແລະ ພະນັກງານວິຊາການທີ່ກ່ຽວຂ້ອງ ມີຂີດຄວາມສາມາດເພີ່ມຂຶ້ນຈາກການຝຶກອົບຮົມ.

ໃນນີ້ສະຖາບັນໂຍທາທິການ ແລະ ຂົນສົ່ງ, ຂອງພວກເຮົາ ໄດ້ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຕ່ລະໜ້າວຽກໂດຍສະເພາະແມ່ນໜ້າວຽກທີ່ 02 ແລະ 04 ຂອງໂຄງການ. ດັ່ງນັ້ນ ເພື່ອຮັບປະກັນໃຫ້ໜ້າວຽກທີ່ 02 ແລະ 04 ແລະ ຜົນໄດ້ຮັບຂໍ້ທີ່ 03 ໃຫ້ສໍາເລັດຕາມຈຸດປະສົງ ແລະ ເປົ້າໝາຍຂອງໂຄງການ ສະຖາບັນວິສະວະກໍາໂຍທາ ສ. ເກົາຫຼີ (KICT) ແລະ ສະຖາບັນ ຍທຂ, ໄດ້ມີການປຶກສາຫາລືເພື່ອສ້າງແຜນການຮ່ວມມື ແລະ ຈັດຕັ້ງປະຕິບັດກິດຈະກໍາ ຕັ້ງແຕ່ວັນທີ່ 07 ຕຸລາ ປີ 2022 ເປັນຕົ້ນມາ. ໃນນັ້ນ, ທັງ 02 ຝ່າຍໄດ້ ເຫັນດີເປັນເອກະພາບ ແລະ ມີເປົ້າໝາຍຮ່ວມກັນໃນການຈັດຕັ້ງປະຕິບັດ 03 ໜ້າວຽກຫຼັກເຊັ່ນ: ວຽກການປັບປຸງ-ສ້ອມແປງ ແລະ ຕໍ່ເຕີມອາຄານຝຶກອົບຮົມ (ຕຶກC) ຂອງສະຖາບັນໂຍທາທິການ ແລະ ຂົນສົ່ງ, ວຽກປະກອບເຄື່ອງເຟີນິເຈີ-ອຸປະກອນຮັບໃຊ້ ແລະ ວຽກການສ້າງຫຼັກສູດ ແລະ ຈັດຝຶກອົບຮົມໃຫ້ແກ່ພະນັກງານຂະແໜງ ຍທຂ. ໂຄງການດັ່ງກ່າວແມ່ນໄດ້ຮັບການສະໜັບສະໜູນດ້ານງົບປະມານ ທັງໝົດໃນມູນຄ່າ 100,000,000 ວອນ (ໜຶ່ງຮ້ອຍລ້ານ ວອນ). ຊຶ່ງໄດ້ເລີ່ມຈັດຕັ້ງປະຕິບັດໃນກາງເດືອນ ທັນວາ 2022 ແລະ ໃຫ້ສຳເລັດກ່ອນການນຳໃຊ້ການຈັດຝຶກອົບຮົມ ໃນເດືອນ ເມສາ ປີ 2023 ໂດຍແມ່ນ ບໍລິສັດ BLP ກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ຈຳກັດຜູ້ດຽວ ເປັນຜູ້ໄດ້ຮັບສັນຍາໃນມູນຄ່າ 46.988 ໂດລາ, ໄລຍະການປະຕິບັດສັນຍາ ແມ່ນ 03  ເດືອນ ຫຼັງຈາກໄດ້ຮັບໃບສັ່ງວຽກຈາກ ສະຖາບັນໂຍທາທິການ ແລະ ຂົນສົ່ງ.

ການຈັດຕັ້ງປະຕິບັດວຽກງານສ້ອມແປງອາຄານ

ຄືດັ່ງທີ່ກ່າວມາຂ້າງເທິງນັ້ນການຈັດຕັ້ງປະຕິບັດໂຄງການແມ່ນມີໄລຍະເວລາ ພຽງແຕ່ 3 ເດືອນໃຫ້ສໍາເລັດ ເພື່ອສາມາດຈັດຕັ້ງຝຶກອົບຮົມໃນເດືອນ ພຶດສະພາ  2023 ດັ່ງນັ້ນທັງສອງຝ່າຍໄດ້ແຕ່ງຕັ້ງຄະຮັບຮັບຜິດຊອບຮ່ວມກັນໃນການຕິດຕາມ, ຊູກຍູ້ ການຈັດຕັ້ງປະຕິບັດວຽກການປັບປຸງ-ສ້ອມແປງ ແລະ ຕໍ່ເຕີມອາຄານຝຶກອົບຮົມຢ່າງໃກ້ສິດ, ພ້ອມທັງໄດ້ເຮັດບົດລາຍງານໃຫ້ພາກສ່ວນທີ່ກ່ຽວຂ້ອງເພື່ອຮັບຊາບຢ່າງເປັນປົກກະຕິ ຄະນະຮັບຜິດຊອບທັງສອງຝ່າຍໄດ້ລົງກວດກາຄວາມພ້ອມກ່ອນມີການມອບ-ຮັບຢ່າງເປັນທາງການ ແລະ ຜົນການກວດກາເຫັນວ່າ ວຽກການປັບປຸງ-ສ້ອມແປງ, ຕໍ່ເຕີມອາຄານຝຶກອົບຮົມ ແລະ ວຽກປະກອບເຄື່ອງເຟີນິເຈີ-ອຸປະກອນຮັບໃຊ້ ວຽກງານຝຶກອົບຮົບ ທີ່ໄດ້ກໍານົດໄວ້ໃນສັນຍາແມ່ນ ສໍາເລັດ 100%.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250