ຂ່າວພາຍໃນກະຊວງ

ພິທີເປີດການນໍາໃຊ້ ຫ້ອງການຂາຍປີ້ລົດໄຟລາວ-ຈີນ ສະຖານີ ວຽງຈັນ (ບ້ານຄຳສະຫວາດ)

2023-05-23 - Xaiya


ໃນວັນທີ 22 ພຶດສະພາ 2023 ບໍລິສັດ ທາງລົດໄຟລາວ-ຈີນ ຈໍາກັດ,  ໄດ້ເປີດ ຈຸດຂາຍປີ້ ລົດໄຟ ລາວ-ຈີນ ທີ່ສະຖານີ້ລົດໄຟ ລາວ-ໄທ ຄໍາສະຫວາດ ມີ ທ່ານ ນ. ວິໄລຄຳ ໂພສາລາດ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີ ກະຊວງ ການເງິນ, ປະທານສະພາບໍລິຫານ ລັດວິສາຫະກິດລົດໄຟແຫ່ງຊາດລາວ,  ທ່ານ ຫົວໜ້າກົມທາງລົດໄຟ, ທ່ານ ຫຼິວ ຫົງ ຜູ້ອຳນວຍການໃຫຍ່ ບໍລິສັດ ທາງລົດໄຟ ລາວ-ຈີນ, ແລະ ບັນດາທ່ານ ແຂກພາຍໃນກະຊວງກໍ່ເຂົ້າຮ່ວມ.

ດັ່ງທີ່ບັນດາທ່ານໄດ້ຮັບຮູ້ວ່າໂຄງການທາງລົດໄຟລາວ-ຈີນ ເປັນໂຄງການຮ່ວມມືຍຸດທະສາດສໍາຄັນຂອງສອງພັກສອງລັດຖະບານລາວ-ຈີນ ທີ່ໄດ້ເປັນທ່າແຮງໃນການຊຸກຍູ້ສົ່ງເສີມການພັດທະນາເສດຖະກິດສັງຄົມຂອງ ສປປ ລາວ ແລະ ຊຸກຍູ້ການຂົນສົ່ງທາງລົດໄຟລາວ-ຈີນ ແລະ ອາຊຽນ

ມື້ນີ້, ລັດວິສາຫະກິດລົດໄຟແຫ່ງຊາດ, ກະຊວງໂຍທາທິການ ແລະ ຂົນສົ່ງ, ແລະ ກະຊວງ ການເງິນ ພ້ອມທັງຄະນະນຳ ບໍລິສັດ ທາງລົດໄຟລາວ-ຈີນ ໄດ້ໃຫ້ກຽດມາເປັນປະທານໃນພິທີເປີດ ຫ້ອງການຕົວແທນຂາຍປີ້ລົດໄຟລາວ-ຈີນ ສະຖານີ ວຽງຈັນ (ຄຳສະຫວາດ) ຢ່າງເປັນທາງການ. ພ້ອມນີ້ ລລຟລ ກໍ່ຮູ້ສຶກດີໃຈ ແລະ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ຄະນະນໍາຂອງບໍລິສັດລົດໄຟລາວຈີນທີ່ໄດ້ໃຫ້ຄວາມຮ່ວມມື ແລະ ອະນຸຍາດໃຫ້ລັດວິສາຫະກິດລົດໄຟແຫງຊາດລາວ ໄດ້ເປັນຕົວແທນໃນການຂາຍປີ້ລົດໄຟລາວ-ຈີນ ສະຖານນີ ວຽງຈັນ (ຄຳສະຫວາດ)

ການເປີດຫ້ອງການຂາຍປີ້ລົດໄຟລາວ-ຈີນ ນີ້ແມ່ນ ຈະຊ່ວຍໃນການແບ່ງເບົາຄວາມອັ່ງອໍໃນການຊື້ປີ້ລົດໄຟຢູ່ສະຖານີ, ສ້າງຄວາມສະດວກໃຫ້ແກ່ຜູ້ຊົມໃຊ້, ພ້ອມດຽວກັນ ກໍເປັນການຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ ລັດວິສາຫະກິດລົດໄຟແຫ່ງຊາດລາວ, ເປັນການສະແດງອອກການຮ່ວມມືລະຫວ່າງ ລັດວິສາຫະກິດລົດໄຟແຫ່ງຊາດ ແລະ ບໍລິສັດ ທາງລົດໄຟລາວ-ຈີນ, ເປັນການອຳນວຍຄວາມສະດວກ ແລະ ຊຸກຍູ້ສົ່ງເສີມດ້ານການທ່ອງທ່ຽວ ແລະ ຊຸກຍູ້ການພັດທະນາເສດຖະກິດ ສັງຄົມຂອງ ສປປ ລາວ.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250